ຫາລື ເພີ່ມຊົນເຜົ່າບຣູ ຢູ່ແຂວງສະຫວັນນະເຂດ ເຂົ້າຊົນເຜົ່າໃນລາວ

16:03 | 09/08/2018

ໃນ​ວັນ​ທີ 9 ສິງຫາ 2018 ທີ່​ນະຄອນຫລວງ​ວຽງຈັນ, ສະພາ​ແຫ່ງ​ຊາດ ​ໄດ້​ຈັດກອງ​ປະຊຸມ​ເປີດ​ກວ້າງ ​ ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ກ່ຽວກັບການ​ເພີ່ມຊົນ​ເຜົ່າ​ບຣູ ຢູ່​ ແຂວງ​ສະຫວັນ​ນະ​ເຂດ ​ເຂົ້າ​ໃນ​ຊົນ​ເຜົ່າ​ໃນ​ລາວ.

ຫາລື ເພີ່ມຊົນເຜົ່າບຣູ ຢູ່ແຂວງສະຫວັນນະເຂດ ເຂົ້າຊົນເຜົ່າໃນລາວ

ບັນດາຜູ້ແທນຖ່າຍຮູບເປັນທີ່ລະລຶກ. (ພາບ: ຂປລ)

ສະພາ​ແຫ່ງ​ຊາດ ​ໄດ້​ຈັດກອງ​ປະຊຸມ​ເປີດ​ກວ້າງ ​ ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ກ່ຽວກັບການ​ເພີ່ມຊົນ​ເຜົ່າ​ບຣູ ຢູ່​ ແຂວງ​ສະຫວັນ​ນະ​ເຂດ ​ເຂົ້າ​ໃນ​ຊົນ​ເຜົ່າ​ໃນ​ລາວ ​ໃນ​ວັນ​ທີ 9 ສິງຫາ 2018 ທີ່​ນະຄອນຫລວງ​ວຽງຈັນ, ​ໂດຍ​ການ​ເປັນ​ປະທານ​ ຂອງ ​ທ່ານ ພົນ​ໂທ ​ແສງ​ນວນ ​ໄຊ​ຍະ​ລາດ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ມີ ທ່ານ ຄຳ​ໃບ ດຳລັດ ຮອງ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ມີບັນດາ​ພະນັກງານ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ພະນັກງານ​ອາວຸ​ໂສ​ບໍານານ, ​ພ້ອມ​ດ້ວຍພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ກອງ​ປະຊຸມໃນ​ຄັ້ງ​ນີ້, ​​ແນ​ໃສ່​ປຶກສາ​ຫາລື ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ແລະ ຄົ້ນ​ຄວ້າ ​ເພີ່ມ​ຊົນເຜົ່າ​ ທີ່​ມີ​ຊື່​ເອີ້ນ​ວ່າ ​ບຣູ ​ເຂົ້າ​ຊົນ​ເຜົ່າ​ໃນ​ລາວ ຈາກ 49 ຊົນ​ເຜົ່າ ​ເປັນ 50 ຊົນ​ເຜົ່າ, ​ເຊິ່ງຊົນ​ເຜົ່າ​ບຣູ ​ເປັນ​ຊົນ​ເຜົ່າທີ່​ດຳລົງ​ຄົງ​ຕົວ ຢູ່​ດິນ​ແດນ​​ແຂວງສະຫວັນ​ນະ​ເຂດ ມາ​ແຕ່​ບູຮານ​ນະ​ການ ​ແລະ ​ໄດ້​ເຄື່ອນ​ຍ້າຍ​ແຜ່​ຂະຫຍາຍໄປ​ສູ່​ແຂວງ​ອ້ອມ​ຂ້າງ ​ແລະ ປະ​ເທດ​ໃກ້​ຄຽງ. ​ໃນ​ກອງ​ປະ​ຊຸມ ໄດ້​ຮັບ​ຟັງ​ການສະ​ເໜີ ບັນດາ​ເອກະສານ​ທີ່​ສຳຄັນ ຈາກ​ບັນດາ​ພາກສ່ວນ​ຮັບຜິ​ດຊອບ ​ເປັນ​ຕົ້ນ​ ແມ່ນຫລັກການ​ຄົ້ນຄວ້າ​ຊົນ​ເຜົ່າ​ວິທະຍາ, ບົດ​ລາຍ​ງານ​ຜົນ​ການ​ຕິດຕາມ​ກວດກາ ການ​ປະຕິບັດ​ມະ​ຕິ​ຕົກ​ລົງຂອງ​ກອງ​ປະຊຸມ ສະ​ໄໝສາມັນ​ ເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 6 ກ່ຽວກັບ​ການ​ຮັບຮອງ​ເອົາ​ຊື່​ເອີ້ນ ​ແລະ ຈຳນວນ​ຊົນ​ເຜົ່າ, ການ​ລາຍ​ງານ ການ​ຢືນຢັນ ​ກ່ຽວກັບ​ຕົ້ນກຳ​ເນີ​ດ, ປະຫວັດ​ຄວາມ​ເປັນ​ມາ ​ແລະ ຮີດຄອງ​ປະ​ເພນີ ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ຊົນ​ເຜົ່າ​ ທີ່​ມີ​ຊື່​ເອີ້ນ​ວ່າ ບຣູ ​ແລະ ອື່ນໆ.

ໂອກາດ​ດັ່ງກ່າວ, ທ່ານ ພົນ​​ໂທ ​ແສງ​ນວນ ​ໄຊ​ຍະ​ລາດ ກ່າວ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ ສະພາ​​ແຫ່ງ​ຊາດ ​ໄດ້​ຮັບຮອງ​ເອົາ​ຊື່​ເອີ້ນ ​ແລະ ຈຳນວນ​ຊົນ​ເຜົ່າ​ເບື້ອງ​ຕົ້ນ 49 ຊົນ​ເຜົ່າ​ ​ໃນກອງ​ປະຊຸມສະ​​ໄໝສາມັນ​ເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 6, ຫລັງຈາກ​ນັ້ນ​ ​ໄດ້​ຮັບ​ການສະ​ເໜີ ຈາກ​ພະນັກ​ງານ​ບໍານານ ​ແລະ ປະຊາຊົນ​ ຈໍານວນໜຶ່ງ ຂອງແຂວງ​ສະຫວັນ​ນະ​ເຂດ ​ເຖິງ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ຂອງ​ແຂວງ ​ແລະ ສູນ​ກາງ ທີ່​ຢາກ​ໄດ້​ຊື່​ເອີ້ນ​ຊົນ​ເຜົ່າ​ຕົນ​ເອງ​ວ່າ ບຣູ ຜ່ານ​ການ​ຄົ້ນ​ຄວ້າຄຳ​ສະ​ເໜີຂອງ​ປະຊາຊົນ​​ເຫັນ​ວ່າ ​ມີ​ເຫດຜົນ ​ແລະ ຄວາມ​ຈໍາ​ເປັນຕ້ອງ​ໄດ້​ເພີ່ມຊົນ​ເຜົ່າ​ດັ່ງກ່າວ ​.

ທ່ານ ພົນ​​ໂທ ​ແສງ​ນວນ ​ໄຊ​ຍະ​ລາດ ຍັງ​ໄດ້​ເນັ້ນ ​ໃຫ້​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະຊຸມ ຈົ່ງ​ພ້ອມ​ກັນ​ສຸມ​ສະຕິ​ປັນຍາ ​ແລະ ມີ​ຄຳ​ຄິດ​ຄຳ​ເຫັນ ປະກອບສ່ວນເຮັດ​ໃຫ້​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ​ໄດ້​ຮັບ​ຜົນສຳເລັດ​ຕາມ​ຈຸດປະສົງ​ເປົ້າໝາຍ ​ແລະ ຄາດ​ວ່າຈະ​ນຳ​ເອົາ​ບັນຫາ​ດັ່ງກ່າວ​ ເຂົ້າ​ພິຈະລາ​ນາ​ ໃນ​ກອງ​ປະຊຸມສະ​ໄໝສາມັນ​ເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 8 ​ໃນ​ທ້າຍ​ ປີ 2018 ນີ້.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ