ພະນັກງານ, ນັກຮົບກອງບັນຊາການທະຫານແຂວງກອນຕຸມ ເຂົ້າຮ່ວມການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າແຕກຢູ່ລາວ

08:20 | 08/08/2018

ພາຍຫຼັງເຄື່ອນທັບໄປຮອດປະເທດເພື່ອນມິດລາວ, ພະນັກງານ, ນັກຮົບກອງບັນຊາການທະຫານແຂວງກອນຕຸມ 50 ຄົນໄດ້ແບ່ງເປັນຫຼາຍກຸ່ມສົມທົບກັບກອງພົນທີ 5 (ກອງທັບລາວ) ໄປສູ່ໝູ່ບ້ານຕ່າງໆຂອງເມືອງສະໜາມໄຊ, ແຂວງອັດຕະປື, ລາວ ເພື່ອໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ.

ເຖິງວ່ານໍ້າຖ້ວມໄດ້ຫຼຸດລົງແລ້ວກໍ່ຕາມ, ແຕ່ຊີວິດການເປັນຢູ່ຂອງປະຊາຊົນບ້ານໂຄກກອງ, ເມືອງສະໜາມໄຊ (ລາວ) ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ພະນັກງານ, ນັກຮົບກອງບັນຊາການທະຫານແຂວງກອນຕຸມ ເຂົ້າຮ່ວມການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າແຕກຢູ່ລາວ

ກໍາລັງເກັບກູ້ກອງບັນຊາການທະຫານແຂວງກອນຕຸມ ລຸຍນຳ້ເພື່ອໄປຊ່ວຍເຫຼຶອປະຊາຊົນໃນເຂດເຂື່ອນໄຟຟ້າແຕກ. (ພາບ: baoquankhu5.vn)

ທ່ານພັນເອກ ຫງວຽນກົງຄວາ, ຫົວໜ້າກອງ K53, ກອງບັນຊາການທະຫານແຂວງກອນຕຸມ ໃຫ້ຮູ້ວ່າ: “ພາຍຫຼັງໄປຮອດເມືອງສະໜາມໄຊ, ແຂວງອັດຕະປື (ລາວ) ແລ້ວ, ພະນັກງານ, ນັກຮົບກອງບັນຊາການທະຫານແຂວງກອນຕຸມ ໄດ້ສົມທົບກັບບັນດາກົມກອງຂອງປະເທດເພື່ອນມິດລາວ ໜູນຊ່ວຍບັນດາຄອບຄົວຍົກຍ້າຍວັດຖຸສິ່ງຂອງຂອງປະຊາຊົນເຖິງບ່ອນທີ່ແຫ້ງ, ຈັດມ້ຽນເຮືອນຊານ, ເສັ້ນທາງໄປມາ; ກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາ... ປະຈຸບັນ, ອ້າຍນ້ອງຍັງຈັດທີມງານເວນຍາມທັງເວັນ ແລະຄືນຢູ່ເຂດຕ່າງໆເພື່ອທັງໜູນຊ່ວຍປະຊາຊົນທັງຮັບມືແກ້ໄຂບັນດາກໍລະນີຮີບດ່ວນ”.

ພ້ອມກັບການຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດແລ້ວ, ບັນດາພະນັກງານ, ນັກຮົບໄດ້ໄປຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ ແລະມອບຂອງຂວັນໃຫ້ບັນດາຄອບຄົວຖືກຜົນກະທົບຢ່າງໜັກໜ່ວງໂດຍກົງ.

ພະນັກງານ, ນັກຮົບກອງບັນຊາການທະຫານແຂວງກອນຕຸມ ເຂົ້າຮ່ວມການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າແຕກຢູ່ລາວ

ພາຍຫຼັງເຫດເຂື່ອນໄຟຟ້າແຕກ, ບ້ານໂຄກກອງ, ເມືອງສະໜາມໄຊ ເຫຼືອແຕ່ຫີນກັບຫີນເທົ່ານັ້ນ. (ພາບ: baoquankhu5.vn)

ພະນັກງານ, ນັກຮົບກອງບັນຊາການທະຫານແຂວງກອນຕຸມ ເຂົ້າຮ່ວມການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າແຕກຢູ່ລາວ

ຊ່ວຍເຫຼືອປະຊາຊົນລາວ ສ້ອມແປງ, ຈັດມ້ຽນ ແລະເຮັດອະນາໄມເຮືອນຊານ. (ພາບ: baoquankhu5.vn)

ຕໍ່ໄປນີ້ແມ່ນຮູບພາບຈໍານວນໜຶ່ງກ່ຽວກັບພະນັກງານ, ນັກຮົບກອງບັນຊາການທະຫານແຂວງກອນຕຸມ ຊ່ວຍເຫຼືອປະຊາຊົນແຂວງອັດຕະປື ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ.

ພະນັກງານ, ນັກຮົບກອງບັນຊາການທະຫານແຂວງກອນຕຸມ ເຂົ້າຮ່ວມການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າແຕກຢູ່ລາວ

ກອງບັນຊາການທະຫານແຂວງກອນຕຸມ ມອບໝີ່ ແລະນໍ້າດື່ມກູ້ຊ່ວຍປະຊາຊົນບ້ານໂຄກກອງ. (ພາບ: baoquankhu5.vn)

ພະນັກງານ, ນັກຮົບກອງບັນຊາການທະຫານແຂວງກອນຕຸມ ເຂົ້າຮ່ວມການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າແຕກຢູ່ລາວ

ພະນັກງານ, ນັກຮົບກອງບັນຊາການທະຫານແຂວງກອນຕຸມ ເຮັດອະນາໄມຢູ່ ໂຮງຮຽນ. (ພາບ: baoquankhu5.vn)

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.