![]() |
ເມືອງວັງວຽງ ແຫຼ່ງທ່ອງທ່ຽວທີ່ນັກທ່ອງທ່ຽວຕ່າງປະເທດເລືອກມາທ່ອງທ່ຽວ.
ເປີດເປັນແຫ່ງທ່ອງທ່ຽວຕັ້ງແຕ່ປີ 1990 ວັງວຽງ ເປັນແຫ່ຼງທ່ອງທ່ຽວດ້ານນິເວດ ຫ່າງຈາກນະຄອນຫຼວງວຽງຈັນ 170 ກມ ໄປທາງພາກເໜືອ ແລະ ຫາກໍ່ເລີ່ມພັດທະນາ ເມື່ອບໍ່ດົນມານີ້. ເມື່ອ ວັງວຽງກຳລັງກາຍເປັນແຫ່ຼງທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງອັນດັບຕົ້ນຂອງລາວ ກຳໄດ້ໂອກາດດັ່ງກ່າວ ບັນດາຫົວໜ່ວຍທຸລະກິດ ຫວຽດນາມ ໄດ້ເຂົ້າມາເປີດຕະຫຼາດ ກໍ່ຄືເຊື່ອມຕໍ່ກັບການທ່ອງທ່ຽວຫວຽດນາມ.
ເຮັດທຸລະກິດໂຮງແຮມ ແລະ ໃຫ້ເຊົ່າລົດຈັກທຸກປະເພດເປັນເວລາ 6 ປີ ແລ້ວ, ທ່ານ ຟານວັນວີ໋ງ ແມ່ນ ຄົນຫວຽດຜູ້ໜື່ງທີ່ກຳລັງ ໃຫ້ບໍລິການດ້ານການທ່ອງທ່ຽວຢູ່ວັງວຽງ. ແລເຫັນການພັດທະນາ ແລະ ຄວາມສາມາດບົ່ມຊ້ອນໃນການຂຸດຄົ້ນ ທ່ານ ວິ໋ງ ສືບຕໍ່ໃນອຸດົມການທີ່ຕົນເອງເຄີຍເຮັດຢູ່ຫວຽດນາມ ດ້ານການທ່ອງທ່ຽວ.
![]() |
ທ່ານ ຟານວັນວິ໋ງ ນັກທຸລະກິດທ່ອງທ່ຽວຫວຽດນາມ ທີ່ເຂົ້າມາດຳເນີນທຸລະກິດຢູ່ ວັງວຽງ.
ທ່ານ ວິ໋ງ ໄດ້ໃຫ້ຮູ້ວ່າ: “ກ່ອນໜ້ານີ້ ຂ້າພະເຈົ້າເຄີຍດຳເນີນທຸລະກຳກິດ້ານການບໍລິການ ໃຫ້ເຊົ່າລົດຈັກຢູ່ຮ່າໂນ້ຍ, ດັ່ງນັ້ນເປົ້າໝາຍຂອງຂ້ອຍໃນການມາລາວຄັ້ງນີ້ກໍ່ແມ່ນ ເພື່ອເປີດຕະຫຼາດ ສູ່ເມືອງວັງວຽງ ເພື່ອບໍລິການໃຫ້ເຊົ່າລົດຈັກ ແບບພະຈົນໄພ ຂ້າມໄປຫວຽດນາມ. ຂ້າພະເຈົ້າເລືອກສະຖານທີ່ທ່ອງທ່ຽວຄື ວັງວຽງ ກໍ່ຍ້ອນວ່າວັງວຽງຍັງມີທຳມະຊາດຄົງເດີມ ແລະ ມີເງື່ອນໄຂຄວາມສະດວກກວ່າ ຖ້າທຽບໃສ່ຮ່າໂນ້ຍ. ການພັດທະນາການທ່ອງທ່ຽວ ຢູ່ວັງວຽງ ແມ່ນມີຄວາມໝັ້ນຄົງຫຼາຍ ໃນຊ່ວງສອງສາມປີມານີ້ ແມ່ນ ມີຄວາມພັດທະນາຫຼາຍ ແຂກທ່ອງທ່ຽວເຂົ້າມາເພີ່ມຫຼາຍຂື້ນ ໂດຍສະເພາະແມ່ນ ຄົນເກົາຫຼີໃຕ້ ແລະ ນັກທ່ອງທ່ຽວຕ່າງປະເທດ”.
![]() |
ທ່ານ ສຸວຽງທອງ ວົງຈຳປາ ຮອງເຈົ້າເມືອງໆ ວັງວຽງ
ທ່ານ ສຸວຽງທອງ ວົງຈຳປາ ຮອງເຈົ້າເມືອງໆ ວັງວຽງ ໃຫ້ຮູ້ວ່າ: ເພື່ອພັດທະນາເສດຖະກິດຈາກການທ່ອງທ່ຽວໃຫ້ຫຼາຍກວ່ານີ້ ທາງເມືອງໄດ້ຮຽກການລົງທືນ, ຈາກນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາດຳເນີນທຸລະກິດ ດ້ານການບໍລິການ ໂຮງແຮມ, ລີຊອດ, ບ້ານພັກ ເຊີງນິເວດ ເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງນັກທ່ອງທ່ຽວ ທີ່ມາທ່ຽວຢູ່ວັງວຽງນັບມື້ນັບຫຼາຍຂື້ນ. ອຳນາດການປົກຄອງເມືອງວັງວຽງ ພ້ອມສ້າງເງື່ອນໄຂສະດວກ ຕ້ອນຮັບບັນດານັກລົງທືນເຂົ້າມາ ວັງວຽງ ໃນທຸກຂົງເຂດທຸລະກິດ.
ຖ້າໄລ່ສະເລ່ຍຂັ້ນເມືອງ -ເມືອງວັງວຽງ ເປັນເມືອງທີ່ຕິດອັນດັບໜຶ່ງຂອງລາວ ທີ່ມີການທ່ອງທ່ຽວພັດທະນາ ໂດຍມີນັກທ່ອງທ່ຽວຕ່າງປະເທດຫຼາຍກ່ວາ 150.000 ເທື່ອຄົນ ແລະ ນັກທ່ອງທ່ຽວພາຍໃນ ກວ່າ 40.000ເທື່ອຄົນເຂົ້າມາທ່ອງທ່ຽວ ຢູ່ວັງວຽງ ໃນປີ 2017 ສ້າງລາຍຮັບຫຼາຍກ່ວາ 94 ຕື້ກີບ ໃຫ້ແກ່ງົບປະມານເມືອງ. ຖ້າໄດ້ຮັບການລົງທືນຢ່າງເອົາຈິງເອົາຈັງ ແລະ ຖືກທິດ ວັງວຽງອາດຈະກາຍເປັນຕະຫຼາດທ່ອງທ່ຽວທີ່ໃຫຍ່ທີ່ສຸດຂອງ ລາວ.
![]() |
![]() |
![]() |
(ຫັດທະບູນ)