ນຳ້ໃຈ ຫວຽດ-ລາວ ຈາກເຫດການຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ ສະໝາມໄຊແຕກ

12:03 | 05/08/2018

ຍສໝ - ກຳລັງທະຫານເຂດ 5 ສສ ຫວຽດນາມ ປະສານສົມທົບກັບ ກອງບັນຊາການ ທະຫານແຂວງອັດຕະປື ປະຕິບັດການໃຫ້ຄວາມຊ່ວຍເຫຼືອພໍ່ແມ່ປະຊາຊົນ ແກ້ໄຂຜົນກະທົບຈາກເຫດການຄູກັ້ນນຳ້ເຂື່ອນແຕກ.

ນຳ້ໃຈ ຫວຽດ-ລາວ ຈາກເຫດການຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ ສະໝາມໄຊແຕກ

ທ່ານໝໍ ທະຫານເສນາຮັກຫວຽດນາມ ກວດພະຍາດໃຫ້ແກ່ພໍ່ແມ່ປະຊາຊົນຜູ້ປະສົບໄພ ບ້ານທ່າອວນ ເມືອງສະໜາມໄຊ. (ພາບ : VOV)

ກວ່າ 10 ວັນຜ່ານໄປຫຼັງເຫດການຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ ເຂື່ອນເຊປ່ຽນ-ເຊນຳ້ນ້ອງ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ແຕກ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນເຂດນີ້ພົບກັບຄວາມຫຍຸ້ງຍາກ-ລຳບາກ. ປະຊາຊົນຂາດ ສະບຽງອາຫານ, ນຳ້ສະອາດ, ພະຍາດລະບາດ...

ໄດ້ຮັບການອະນຸຍາດຈາກ ກະຊວງປ້ອງກັນປະເທດ ຂອງສອງປະເທດ ລາວ-ຫວຽດ ໃນຫຼາຍມື້ທີ່ຜ່ານມາ ກຳລັງປະກອບອາວຸດ ທະຫານເຂດ 5 ປະສານສົມທົບ ກັບ ກອງບັນຊາການທະຫານແຂວງອັດຕະປື ເລີ່ມປະຕິບັດການໃຫ້ການຊ່ວຍເຫຼືອແກ່ປະຊາຊົນ ເພື່ອແກ້ໄຂຜົນກະທົບ ຢ່າງຮີບດ່ວນ ແລະ ໃຫ້ທັນການ.

ພະນັກງານ, ນາງໝໍ, ທ່ານໝໍ ໂຮງໝໍເສນາຮັກ 17 ກວ່າ 20ຄົນ, ກຳລັງແພດສາດ ສຸກເສີນ ທະຫານເຂດ 5 ແລະ ພະນັກງານ, ລັດຖະກອນ ກວ່າ 200ຄົນ ລະດົມມາຈາກ ຂະແໜງການ-ໜ່ວຍງານປະກອບມີ: ບໍລິສັດ ມິດຕະພາບ ລາວພາກໃຕ້, ກອງຮ້ອຍ ກາ53, ກອງບັນຊາການທະຫານແຂວງ ກອນຕຸມ ເຂົ້າປະຈຳການຮ່ວມຢູ່ເຂດປະສົບໄພພິບັດ ທີ່ມີຄວາມຮຸນແຮງເພື່ອຊ່ວຍປະຊາຊົນແກ້ໄຂຜົນກະທົບຈາກເຫດການ ຄູກັ້ນນຳ້ເຂື່ອນໄຟຟ້າແຕກ.

ນຳ້ໃຈ ຫວຽດ-ລາວ ຈາກເຫດການຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ ສະໝາມໄຊແຕກ

ປະຊາຊົນຜູ້ປະສົບໄພ ບ້ານ ທ່າອວນ ເມືອງສະໜາມໄຊ ແຂວງອັດຕະປື. (ພາບ : VOV)

ແຕ່ລະມື້ ໂຮງໝໍຊົ່ວຄາວຂອງທະຫານເສນາຮັກ ທະຫານເຂດ 5 ຢູ່ບ້ານ ທ່າອວນ ເມືອງສະໜາມໄຊ ແຂວງອັດຕະປື ກວດ ແລະ ຮັກສາຄົນເຈັບ ສະເລ່ຍຕັ້ງແຕ່ 200 ຫາ 300ຄົນ.

ທ່ານພັນຕີ ບຸນມີ ໄຊປັນຍາ ຫົວໜ້າກອງບັນຊາການທະຫານເມືອງສະໜາມໄຊ ແຂວງອັດຕະປື ໃຫ້ຮູ້ວ່າ: “ຫຼາຍມື້ທີ່ຜ່ານມາ ບັນດາໜ່ວຍງານຂອງ ທະຫານເຂດ 5 ໄດ້ປະສານສົມທົບກັບ ພວກເຮົາຊອກຫາຊ່ວຍເຫຼືອ, ກູ້ໄພ ໃຫ້ແກ່ປະຊາຊົນ. ໃນນັ້ນມີ ບໍລິສັດ ມິດຕະພາບ ລາວພາກໃຕ້ 206 ໄດ້ຊ່ວຍເຫຼືອຜູ້ຫຼອດຊີວິດເຖິງ 32 ຄົນ, ນອກນີ້ຍັງໃຫ້ການຊ່ວຍເຫຼືອໃນການກວດ-ຮັກສາໂລກ ແລະ ແຈກຍາປິ່ນປົວ ມອບສະບຽງອາຫານ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ຜູ້ປະສົບໄພ. ພວກເຮົາຂໍຂອບອົກຂອບໃຈນຳພວກທ່ານຈາກໃຈຈິງ”.

ນຳ້ໃຈ ຫວຽດ-ລາວ ຈາກເຫດການຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ ສະໝາມໄຊແຕກ

ທະຫານເສນາຮັກ ທະຫານເຂດ5 ຫວຽດນາມ ໃຫ້ການຮັກສາຄົນເຈັບ ເມືອງສະໜາມໄຊ ແຂວງອັດຕະປື. (ພາບ : VOV)

ປະຈຸບັນ ສະພາບອາກາດຢູ່ພາກໃຕ້ຂອງລາວຍັງຄົງມີຜົນຕົກຕະຫຼອດ. ເສັ້ນທາງເຂົ້າບ້ານເຂດປະສົບໄພ ຖືກຕັດຂາ, ເຕັມໄປດ້ວຍຕົມ. ພະນັກງານ, ນັກຮັບ ແລະ ຄະນະແພດໝໍ ໂຮງໝໍເສນາຮັັກ 17 ທະຫານເຂດ 5 ຍັງຄົງສືບຕໍ່ພະລະກິດກັບທີ່ເຂດໄພພິບັດ, ກິນ-ຢູ່ ກັບທີ່ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນເມືອງສະໜາມໄຊ ເພື່ອເຮັດໃຫ້ຊີວິດການເປັນຢູ່ກັບສູ່ສະພາບເດີມ.

ຄະນະ ແພດໝໍ ທະຫານເສນາຮັກເຂດ 5 ໄດ້ເປີດປະຕິບັດການຊີດຢາຂ້າຍຸງ, ຕ້ານພະຍາດ ໃນຂອບເຂດເນື້ອທີ່ກວ່າ 120.000 ຕາແມັດ; ກັ່ນນຳ້ສະອາດ ກ່ວາ 80ແມັດກ້ອນໃຫ້ພໍ່ແມ່ປະຊາຊົນໄດ້ໃຊ້.

ຕ່າງໜ້າກອງບັນຊາການທະຫານເຂດ 5 ທ່ານພົນໂທ ເຈີ່ນກວາງເຟືອງ ໄດ້ມອບເງິນຊ່ວຍເຫຼືອເບື້ອງຕົ້ນໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຮ້າຍແຮງ 5 ຄອບຄົວ, ຄອບຄົວລະ 10ລ້ານດົ່ງ; ມອບເງິນຊ່ວຍເຫຼືອໃຫ້ ຄະນະກອງບັນຊາການທະຫານເມືອງສະໜາມໄຊ 150ລ້ານດົ່ງ, ກອງພົນທີ 5 , ບ້ານ ທ່າອວນ ແລະ ມອບເງິນຊ່ວຍເຫຼືອໃຫ້ພໍ່ແມ່ປະຊາຊົນບ້ານ ທ່າອວນ ຈຳນວນ 50ລ້ານດົ່ງ ເພື່ອຜ່ານຜ່າຄວາມທຸກຍາກ, ເຮັດໃຫ້ຊີວິດການເປັນຢູ່ກັບສູ່ສະພາບເດີມໂດຍໄວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.