ງານວາງສະແດງ ເຕັກໂນໂລຊີ ລາວ-ຫວຽດນາມ ຄັ້ງທຳອິດ

11:06 | 05/08/2018

ທ້າຍອາທິດທີ່ຜ່ານມາ, ທີ່ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ໂດຍການເປັນປະທານ ຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ, ມີບັນດາ ນັກທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ.

ງານວາງສະແດງ ເຕັກໂນໂລຊີ ລາວ-ຫວຽດນາມ ຄັ້ງທຳອິດ

ພິທີຖະແຫລງຂ່າວ ວາງສະແດງຜົນງານ ກ່ຽວກັບການຖ່າຍທອດເຕັກໂນໂລຊີ ລາວ-ຫວຽດ ນາມ 2018.(ພາບ:​ຂປລ)

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ຈະໄດ້ຮ່ວມມື ກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ.ຫວຽດນາມ, ພ້ອມດ້ວຍຂະແໜງການພາກລັດ, ສະຖາບັນຄົ້ນຄວ້າ, ບັນດາມະຫາວິທະຍາໄລຕ່າງໆ, ນັກທຸລະກິດ ແລະ ຜູ້ປະກອບການຂອງສອງປະເທດ ຈັດກອງປະຊຸມພົບປະ ແລະ ວາງສະແດງຜົນງານ ກ່ຽວກັບການຖ່າຍທອດເຕັກໂນໂລຊີ ລາວ-ຫວຽດ ນາມ 2018 ຂຶ້ນ ໃນລະຫວ່າງວັນທີ 9-10 ສິງຫາ 2018, ທີ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ, ບ້ານດອນຕິ້ວ (ຫລັກ14), ເມືອງໄຊທານີນະຄອນຫລວງວຽງຈັນ.

ພິທີຖະແຫລງຂ່າວໄດ້ຈັດຂຶ້ນ. ໃນວັນທີ 3 ສິງຫາ 2018 ທີ່ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ໂດຍການເປັນປະທານ ຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ, ມີບັນດາ ນັກທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ.

ກອງປະຊຸມພົບປະ ແລະ ງານວາງສະແດງຜົນງານດັ່ງກ່າວ, ຈະຈັດຂຶ້ນເປັນຄັ້ງທຳອິດ ຈຸດປະສົງ ເພື່ອສົ່ງເສີມການຖ່າຍທອດເຕັກໂນໂລຊີ, ເປີດໂອກາດ ໃຫ້ບັນດາຜູ້ປະກອບການ ແລະ ສະຖາບັນຄົ້ນຄວ້າ ຂອງສອງປະເທດໄດ້ພົບ ປະແລກປ່ຽນຂໍ້ມູນຂ່າວສານ, ພ້ອມສ້າງເຄືອຂ່າຍສົ່ງເສີມການຜະລິດສິນຄ້າ ແລະ ສ້າງໂຄງການຮ່ວມມື ການຖ່າຍທອດເຕັກໂນໂລຊີໃນອະນາຄົດ. ໃນກອງປະຊຸມພົບປະ ແລະ ງານວາງສະແດງດັ່ງກ່າວ, ຈະມີຜູ້ເຂົ້າຮ່ວມປະມານ 300 ທ່ານ ຈາກ 150 ພາກສ່ວນ ທີ່ມາຈາກ 2 ປະເທດ ລາວ-ຫວຽດນາມ.

ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ກ່າວວ່າ: ກອງປະຊຸມພົບປະ ແລະ ງານວາງສະແດງໃນຄັ້ງນີ້, ຈະເປັນເວທີແລກປ່ຽນ ເພື່ອສົ່ງເສີມການຮ່ວມມື ໃນການຄົ້ນຄວ້າ ແລະ ຖ່າຍທອດເຕັກໂນໂລຊີ ລະຫວ່າງພາກລັດ, ເອກະຊົນ, ສະຖາບັນ ການຄົ້ນຄວ້າ, ມະຫາວິທະຍາໄລ, ພາກສ່ວນທຸລະກິດ ແລະ ຜູ້ປະກອບການ ທັງສອງປະເທດ, ແນ່ໃສ່ເຮັດໃຫ້ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເປັນກຳລັງຂັບເຄື່ອນທີ່ເຂັ້ມແຂງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການຫັນປະ ເທດໃຫ້ເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ ເພື່ອເຮັດໃຫ້ ສປປ ລາວ ຫລຸດພົ້ນ ຈາກຄວາມດ້ອຍພັດທະນາ ໃນປີ 2020.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.