ສະຖານທູດຫວຽດນາມ ປະຈຳ ປະເທດ ແມັກຊີໂກ ລະດົມເງິນ ບໍລິຈາກ ຊ່ວຍເຫຼຶອ ປະຊາຊົນລາວ ແກ້ໄຂຜົນກະທົບຈາກເຫດເຂື່ອນໄຟຟ້າແຕກ

08:29 | 09/08/2018

ຍສໝ - ໃນວັນທີ 7 ສິງຫາ, ສະຖານທູດຫວຽດນາມ ປະຈໍາ ແມັກຊີໂກ ໄດ້ລະດົມເງິນບໍລິຈາກ ສະໜັບສະໜູນປະຊາຊົນລາວ ອ້າຍນ້ອງ ຫຼັງເຫດການເຂື່ອນໄຟຟ້າພະລັງງານນຳ້ ເຊປຽນ-ເຊນ້ຳນ້ອຍແຕກ ຢູ່ແຂວງອັດຕະປື, ລາວ, ກໍ່ຄວາມເສຍຫາຍຢ່າງຮ້າຍແຮງໃຫ້ແກ່ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ.

ສະຖານທູດຫວຽດນາມ ປະຈຳ ປະເທດ ແມັກຊີໂກ ລະດົມເງິນ ບໍລິຈາກ ຊ່ວຍເຫຼຶອ ປະຊາຊົນລາວ ແກ້ໄຂຜົນກະທົບຈາກເຫດເຂື່ອນໄຟຟ້າແຕກ

ບັນດາພະນັກງານ ສະຖານທູດຫວຽດນາມ ແລະ ອົງການຕາງໜ້າຫວຽດນາມອ້ອມຂ້າງສະຖານທູດ ປະຈໍາ ແມັກຊີໂກ ບໍລິຈາກເງິນຊ່ວຍເຫຼືອລາວ. (ພາບ: ສໍານັກຂ່າວສານຫວຽດນາມ)

ອີງຕາມການລາຍງານຂອງນັກຂ່າວປະຈຳ ແມັກຊີໂກຊິດຕີ້, ໃນງານລະດົມທືນຊ່ວຍເຫຼືອຄັ້ງນີ້ ທ່ານ ດວ່ານແອັງຕ໋ວນ ອຸປະທູດ ຫວຽດນາມ ປະຈຳ ແມັກຊີໂກ ໄດ້ກ່າວຄໍາເຫັນ ພ້ອມທັງໄດ້ຍົກໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ; ແລະຍັງຮຽກຮ້ອງໃຫ້ພະນັກງານ, ພາລະກອນສະຖານທູດຫວຽດນາມ ໝົດທຸກຄົນ ແລະ ບັນດາອົງການຕາງໜ້າຢູ່ຂ້າງສະຖານທູດເສີມຂະຫຍາຍມູນເຊື້ອຮັກແພງ, ອຸ້ມຊູຊ່ວຍເຫຼືອກັນ, ນໍ້າໃຈສາມັກຄີອ້າຍນ້ອງບໍລິຈາກເງິນສະໜັບສະໜູນປະຊາຊົນລາວ.

ພະນັກງານ, ລັດຖະກອນສະຖານທູດຫວຽດນາມ ແລະ ບັນດາອົງການຕາງໜ້າຫວຽດນາມ ຢູ່ອ້ອມຂ້າງສະຖານທູດ ປະຈໍາ ແມັກຊີໂກ ບໍລິຈາກເງິນໄດ້ກວ່າ 8,3 ລ້ານດົ່ງ ແລະເງິນຈໍານວນນີ້ ອົງການທີ່ກ່ຽວຂ້ອງຈະໄດ້ສົ່ງໄປເຖິງປະຊາຊົນລາວອ້າຍນ້ອງຢ່າງໄລຍະໄວທີ່ສຸດ.

ກ່ອນໜ້ານີ້, ໃນຄຳ່ຄືນຂອງວັນທີ 23 ກໍລະກົດ ໄດ້ເກີດເຫດການຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ ເຊປ່ຽນ-ເຊນຳ້ນອ້ຍແຕກ ເຮັດໃຫ້ນຳ້ຖ້ວມ 10 ບ້ານ, ຢູ່ເຂດລຸ່ມຂອງເຂື່ອນ ແລະ ເຮັດໃຫ້ເມືອງສະໜາມໄຊ ຖືກໂດດດ່ຽວ ໃນນັ້ນມີ 5 ບ້ານຂອງເມືອງສະໜາມໄຊຖືກນຳ້ຖ້ວມ ຮຸນແຮງທີ່ສຸດ. ມາຮອດປະຈຸບັນ ກອງກຳລັງກູ້ໄພໄດ້ພົບຜູ້ເສຍຊີວິດແລ້ວ 31 ສົບ. ເຫດການຄູກັ້ນນຳ້ເຂື່ອນໄຟຟ້າແຕກ ເຮັດໃຫ້ພໍ່ແມ່ປະຊາຊົນ ຈຳນວນ 1,300 ຄອບຄົວ, ມີ 6.600ຄົນ ຖືກຜົນກະທົບ ແລະ ຍັງອີກຫຼາຍຄົນຍັງຄົງສູນຫາຍ. ປະຈຸບັນ ລັດຖະບານລາວ ກຳລັງມານະພະຍາຍາມ ປະສານສົມທົບກັບຄະນະ, ອົງການຈັດຕັ້ງ, ອຳນາດການປົກຄອງທຸກຂັ້ນ ທັງພາຍໃນ ແລະ ຕ່າງປະເທດເພື່ອແກ້ໄຂ, ບັນເທົາທຸກ, ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນກັບຄືນສູ່ສະພາບເດີມໂດຍໄວທີ່ສຸດ.

ລັດຖະບານຫວຽດນາມ ກໍ່ໄດ້ມອບເງິນຊ່ວຍເຫຼືອແບ່ງປັນກັບພໍ່ແມ່ປະຊາຊົນຜູ້ປະສົບໄພຢ່າງທັນເວລາຈຳນວນ 200.000 ໂດລາສະຫະລັດ ແລະ ບັນດາພະນັກງານ ກະຊວງ, ຂະແໜງການ ແລະ ຂັ້ນທ້ອງຖິ່ນຫວຽດນາມ ໄດ້ ແລະ ກຳລັງເຄື່ອນໄຫວລະດົມເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນລາວຢູ່ໃນຄະນະນີ້.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.