ໄຂຊຸດຝຶກອົບຮົມຄົ້ນຄວ້າ ຍຸດທະສາດ ໃຫ້ກອງທັບປະຊາຊົນລາວ

14:55 | 05/08/2018

ຍສໝ - ທ້າຍອາທິດທີ່ຜ່ານມາ, ທີ່ຮ່າໂນ້ຍ ສະຖາບັນ ຍຸດທະສາດປ້ອງກັນຊາດ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄຂຊຸດຝຶກອົບຮົມໃຫ້ພະນັກງານຄົ້ນຄວ້າ ຍຸດທະສາດກອງທັບປະຊາຊົນລາວ ຊຸດທີ 3 ປີ 2018.

ໄຂຊຸດຝຶກອົບຮົມຄົ້ນຄວ້າ ຍຸດທະສາດ ໃຫ້ກອງທັບປະຊາຊົນລາວ

ບັນດາຜູ້ແທນເຂົ້າຮ່ວມພິທີໄຂຊຸດຝຶກອົບຮົມຖ່າຍຮູບເປັນທີ່ລະນຶກ. (ພາບ: ຟ້າມຮຸຍ)

ຊຸດຝຶກອົບຮົມໃນຄັ້ງນີ້ຈະແກ່ຍາວເປັນເວລາ 4 ເດືອນ, ພະນັກງານກອງທັບປະຊາຊົນລາວ ຈະໄດ້ຮໍ່າຮຽນ, ຄົ້ນຄວ້າທິດສະດີ; ປະຕິບັດການຮຽບຮຽງ ບັນດາຫົວເລື່ອງສະເພາະທີ່ກ່ຽວຂ້ອງເຖິງບັນຫາຍຸດທະສາດໃນຂົງເຂດການທະຫານ, ການປ້ອງກັນຊາດ ແລະ ບັນດາຫົວເລື່ອງສະເພາະໃນໂຄງການ ຮ່ວມມືລະຫວ່າງສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ ແລະ ກົມວິທະຍາສາດປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດ ສປປ ລາວ. ນີ້ແມ່ນບັນດາເນື້ອໃນພື້ນຖານ, ເພື່ອເປັນພື້ນຖານໃຫ້ຄະນະພະນັກງານ ກອງທັບປະຊາຊົນລາວ ພາຍຫຼັງກັບເມືອປະເທດສາມາດໄປນໍາໃຊ້ເຂົ້າໃນ ວຽກງານຂອງຕົນຢູ່ກົມກອງ.

ຕາມລາຍການ, ນັກສໍາມະນາກອນເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ຈະໄດ້ໄປຄົ້ນຄວ້າຕົວຈິງຢູ່ບາງກົມກອງຂອງກອງທັບປະຊາຊົນຫວຽດນາມ, ຈາກນັ້ນ ຈະຊ່ວຍຊ່ວຍຍົກສູງລະດັບຄວາມຮູ້, ທັກສະດ້ານວິຊາການ; ພ້ອມທັງປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບ ແລະການຮ່ວມມືລະຫວ່າງກອງທັບ ສອງປະເທດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.