ນັກຮຽນລາວ ສາມາດຍາດໄດ້ຫຼຽນຄຳໃນການແຂ່ງຂັນ ໂຄງການວິທະຍາສາດໜຸ່ມນ້ອຍ ASEAN+3 ຄັ້ງທີ 7

16:04 | 07/08/2018

ຍສໝ - ໃນຕອນຄໍ່າຂອງວັນທີ 4 ສິງຫາ 2018 ທີ່ຜ່ານມາ ບັນດານ້ອງນັກຮຽນທີ່ເຂົ້າຮ່ວມນັ້ນກໍໄດ້ເດີນທາງກັບຮອດ ສປປ ລາວ ອອກຕ້ອນຮັບຄະນະດັ່ງກ່າວທີ່ສະໜາມບິນສາກົນວັດໄຕມີ ທ່ານ ພູທະນູທອງ ໄຊສົມບັດ, ຮອງຫົວໜ້າກົມແຜນການ ແລະ ຮ່ວມມື, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ນາງ ຈັນສະຫງ່າ ວາລະກອນ, ຜູ້ອຳນວຍການໂຮງຮຽນກຽດຕິສັກນາໆຊາດ ພ້ອມດ້ວຍຄູອາຈານ ແລະ ຜູ້ປົກຄອງຂອງນ້ອງໆນັກຮຽນ.

ນັກຮຽນລາວ ສາມາດຍາດໄດ້ຫຼຽນຄຳໃນການແຂ່ງຂັນ ໂຄງການວິທະຍາສາດໜຸ່ມນ້ອຍ ASEAN+3 ຄັ້ງທີ 7

ຄະນະຮັບຜິດຊອບ ແລະ ນ້ອງນັກຮຽນທີມຊາດລາວ ເຂົ້າຮ່ວມການແຂ່ງຂັນໂຄງການວິທະຍາສາດໜຸ່ມນ້ອຍອາຊຽນບວກສາມ ຄັ້ງທີ 7.

ຕົວແທນນັກຮຽນລາວໄປເຂົ້າຮ່ວມສຳມະນາ ແລະ ແຂ່ງຂັນໃນໂຄງການວິທະຍາສາດໜຸ່ມນ້ອຍອາຊຽນບວກສາມ ຄັ້ງທີ 7(The 7th ASEAN Plus Three Junior Science Odyssey) ໃນລະຫວ່າງວັນທີ 29 ກໍລະກົດຫາ 4 ສິງຫາ 2018 ເຊິ່ງເຈົ້າພາບປີນີ້ແມ່ນປະເທດມາເລເຊຍ ຈັດຂຶ້ນທີ່ນະຄອນຫຼວງກົວລາລຳເປີໂດຍແມ່ນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຄັດເລືອກນັກຮຽນລາວໄປແຂ່ງຂັນໃນລະດັບມັດທະຍົມຕອນຕົ້ນ ຫາ ມັດທະຍົມຕອນປາຍອາຍຸລະຫວ່າງ 13-15 ປີ, ໃນງານຄັ້ງນີ້ມີນັກຮຽນຈາກ 9 ປະເທດເຂົ້າຮ່ວມການແຂ່ງຂັນເຊັ່ນ: ລາວ, ຫວຽດນາມ, ຟີລິປິນ, ໄທ, ອິນໂດເນເຊຍ, ມາເລເຊຍ, ບຣູໄນ, ກຳປູເຈຍ ແລະ ສ.ເກົາຫຼີ ຊຶ່ງໃນນີ້ກໍ່ມີນ້ອງນັກຮຽນຈາກປະເທດລາວເຮົາສາມາດສ້າງຊື່ສຽງ ແລະ ຍາດຫຼຽນລາງວັນມາໄດ້.

ຈຸດປະສົງຂອງໂຄງການຄັ້ງນີ້ ແມ່ນເພື່ອເປັນການປູກຈິດສຳນຶກໃຫ້ເຍົາວະຊົນມີຄວາມສົນໃຈ, ມັກຮັກດ້ານວິທະຍາສາດ ແລະ ເຂົ້າໃຈເຖິງບົດບາດສຳຄັນຂອງວິທະຍສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຕໍ່ການພັດທະນາເສດຖະກິດ, ສັງຄົມ ແລະ ຄຸນນະພາບຊີວິດທີ່ດີ, ສົ່ງເສີມໃຫ້ເກີດຄວາມຄິດສ້າງສັນ, ສະໜັບສະໜູນ ແລະ ເພີ່ມພູນສັກກະຍະພາບໃຫ້ເຍົາວະຊົນ ຜູ້ມີພອນສະຫວັນທາງດ້ານວິທະຍາສາດ ທີ່ມີຄຸນນະພາບໃນອະນາຄົດ.
ໃນການແຂ່ງຂັນດັ່ງກ່າວໄດ້ແບ່ງອອກເປັນ 3 ປະເພດ ຄື: (1) Great Science Ideas ເຊິ່ງແບ່ງເປັນທີມຈາກແຕ່ລະປະເທດຈະໄດ້ຮັບຫົວຂໍ້ທີ່ແຕກຕ່າງກັນໃນການຫາວິທີທາງແກ້ໄຂບັນຫາທີ່ກຳລັງສົ່ງຜົນກະທົບທາງດ້ານສຸຂະພາບແລະເພື່ອປັບປຸງການເປັນຢູ່ຂອງສັງຄົມໃຫ້ດີຂຶ້ນ, ກຳມະການຈະຕັດສິນຈາກວີດີໂອທີ່ນຳສະເໜີແລະການວາງສະແດງ, (2) Great Science Quest ແບ່ງເປັນທີມຈາກແຕ່ລະປະເທດ ເຊິ່ງແຕ່ລະທີມຈະໄດ້ຮັບໂຈດ/ພາລະກິດໃນແຕ່ລະດ່ານເພື່ອຕອບຄຳຖາມແລະເຮັດການທົດລອງທາງຊີວະ, ເຄມີແລະຟີຊິກໃຫ້ສຳເລັດ, ຖືກຕ້ອງ ແລະ ໃຊ້ເວລາໜ້ອຍທີ່ສຸດ, (3) Great Science Pitch, ນັກຮຽນຈະໄດ້ຮ່ວມກຸ່ມກັນກັບປະເທດອື່ນເຮັດພາລະກິດ ເຊິ່ງແບ່ງເປັນທີມລະ 06 ຄົນ, ໂດຍແຕ່ລະທີມຈະໄດ້ຮັບໂຈດ/ບັນຫາກ່ຽວກັບສຸຂະພາບ ເພື່ອຫາວິທີແກ້ໄຂບັນຫາໂດຍການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເຂົ້າໄປຊ່ວຍ ແລະ ສ້າງເປັນແບບຈຳລອງເພື່ອນຳສະເໜີ.


ນັກຮຽນລາວ ສາມາດຍາດໄດ້ຫຼຽນຄຳໃນການແຂ່ງຂັນ ໂຄງການວິທະຍາສາດໜຸ່ມນ້ອຍ ASEAN+3 ຄັ້ງທີ 7

ທ່ານ ພູທະນູທອງ ໄຊສົມບັດ, ຮອງຫົວໜ້າກົມແຜນການ ແລະ ຮ່ວມມື ມອບຊໍ່ດອກໄມ້ໃຫ້ຕ້ອນຮັບຄະນະນັກຮຽນກັບບ້ານ.


ຜ່ານການແຂ່ງຂັນ ໂດຍສະເພາະໃນປະເພດທີ 3 ໂດຍຮ່ວມແຂ່ງຂັນເປັນທີມຮ່ວມກັບປະເທດອື່ນ ທ. ພິທັກ ດວງປະເສີດ ຈາກໂຮງຮຽນ ມສ ວຽງຈັນ ສາມາດຍາດໄດ້ 01 ຫຼຽນຄຳໃນຫົວຂໍ້: ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອປ້ອງກັນພະຍາດໄຂ້ຍຸງລາຍ, ນ.ວະນັດດາ ປັນຍາວັດທະນາສິນ ຈາກໂຮງຮຽນກຽດຕິສັກນາໆຊາດສາມາດຍາດໄດ້ 01 ຫຼຽນເງິນໃນຫົວຂໍ້: ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອປ້ອງກັນພະຍາດມະເຮັງລຳໄສ້ ແລະ 2 ຫຼຽນທອງແດງຈາກ ນາງ ກຸນລະສະຕີ ມະນີວົງ ໃນຫົວຂໍ້ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອປ້ອງກັນພະຍາດທ້ອງຂີ້ຮາກ ແລະ ນາງສຸກລືໄທ ໄຊຊະນະສີ ໃນຫົວຂໍ້: ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳເພື່ອຊ່ວຍເດັກພິເສດ (Autism) ກໍໄດ້ຈາກການນຳສະເໜີແບບຈຳລອງທັງໝົດຈາກໂຮງຮຽນກຽດຕິສັກນາໆຊາດ.


ນັກຮຽນລາວ ສາມາດຍາດໄດ້ຫຼຽນຄຳໃນການແຂ່ງຂັນ ໂຄງການວິທະຍາສາດໜຸ່ມນ້ອຍ ASEAN+3 ຄັ້ງທີ 7

ນ້ອງນັກຮຽນລາວນຳຄວາພາກພູມໃຈກັບມາສູ່ປະເທດ.


ພິເສດ, ສໍາລັບການແຂ່ງຂັນປະເພດທີ 2 ໃນການແຂ່ງຂັນແບບເປັນທີມສະເພາະຂອງແຕ່ລະປະເທດທີມລາວ ໂດຍມີຜູ້ເຂົ້າແຂ່ງຂັນ ນ. ກຸນລະສະຕີ ມະນີວົງ, ນ. ສຸກລືໄຊ ໄຊຊະນະສີ ແລະ ນ. ວະນັດດາ ປັນຍາວັດທະນາສິນ ຈາກໂຮງຮຽນກຽດຕິສັກນາໆຊາດ ຍັງສາມາດຍາດໄດ້ຫຼຽນເງິນ. ຊຶ່ງລາງວັນທີ່ໄດ້ມາລ້ວນແລ້ວແຕ່ເປັນປະສົບການອັນໃໝ່ແລະ ແຮງບັນດານໃຈ ເພື່ອການຮຽນຮູ້ຂອງບັນດານ້ອງໆນັກຮຽນໃນອະນາຄົດ ແລະ ເປັນຄວາມພາກພູມໃຈແກ່ນ້ອງໆນັກຮຽນ, ຄອບຄົວ, ໂຮງຮຽນກໍຄືປະເທດຊາດພວກເຮົາ ແລະ ໃນຕອນຄໍ່າຂອງວັນທີ 4 ສິງຫາ 2018 ທີ່ຜ່ານມາ ບັນດານ້ອງນັກຮຽນທີ່ເຂົ້າຮ່ວມນັ້ນກໍໄດ້ເດີນທາງກັບຮອດ ສປປ ລາວ ອອກຕ້ອນຮັບຄະນະດັ່ງກ່າວທີ່ສະໜາມບິນສາກົນວັດໄຕມີ ທ່ານ ພູທະນູທອງ ໄຊສົມບັດ, ຮອງຫົວໜ້າກົມແຜນການ ແລະ ຮ່ວມມື, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ນາງ ຈັນສະຫງ່າ ວາລະກອນ, ຜູ້ອຳນວຍການໂຮງຮຽນກຽດຕິສັກນາໆຊາດ ພ້ອມດ້ວຍຄູອາຈານ ແລະ ຜູ້ປົກຄອງຂອງນ້ອງໆນັກຮຽນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.