ສປປ ລາວ ປະດັບຫຼຽນໄຊ ແລະ ຫຼຽນກາ ມິດຕະພາບ ໃຫ້ ນະຄອນຫຼວງ ຮ່າໂນ້ຍ

08:34 | 11/08/2018

ຍສໝ - ໃນວັນ​ທີ 9 ສິງ­ຫາ 2018 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ຈັດ​ພິ­ທີ​ປະ­ດັບ​ຫຼຽນ​ໄຊ ແລະ ຫຼຽນ ​ກາ​ມິດ­ຕະ­ພາບ ໃຫ້ແກ່ ນະຄອນ­ຫຼວງ​ຮ່າ​ໂນ້ຍ.


ສປປ ລາວ ປະດັບຫຼຽນໄຊ ແລະ ຫຼຽນກາ ມິດຕະພາບ ໃຫ້ ນະຄອນຫຼວງ ຮ່າໂນ້ຍ

ພິທີປະດັບຫຼຽນໄຊ ແລະຫຼຽນກາມິດຕະພາບໃຫ້ນະຄອນຫຼວງຮ່າໂນ້ຍ. (ພາບ: vientianemai.net)

ເພື່ອ​ເປັນ​ການ​ຈາ­ລຶກ​ບຸນ­ຄຸນ ແລະ ຄຸນ­ງາມ­ຄວາມ­ດີ​ຂອງ​ອະ­ດີດ​ການ​ນຳ​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ແລະພະ​ແນກ​ກະ­ສິ­ກຳ ແລະພັດ­ທະ­ນາ​ຊົນນະ­ບົດນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ສສ ຫວຽດ­ນາມ ທີ່​ມີ​ຜົນ­ງານ​ໃນ​ການ​ປະ­ກອບ­ສວນ​ຮ່ວມ​ມື ແລະໃຫ້­ການ​ຊ່ວຍ­ເຫຼືອ​ພະ​ແນກ​ກະ­ສິ­ກຳ ແລະປ່າ­ໄມ້ນະ­ຄອນ­ຫຼວງ​ວຽງ​ຈັນ ​ເປັນ­ຕົ້ນໃຫ້​ທຶນ​ເຝິກ­ອົບ­ຮົມ​ການ​ແລກປ່ຽນ​ບົດ­ຮຽນ​ເຊິ່ງ​ກັນ ແລະກັນຊ່ວຍ­ເຫຼືອ​ດ້ານ​ແນວ​ພັນ​ພືດສັດການ​ສ້າງ​ແຜນ​ແມ່​ບົດ​ພັດ­ທະ­ນາ​ກະ­ສິ­ກຳ ແລະປ່າ­ໄມ້ ຮອດ​ປີ 2020, ຍຸດ​ທະ​ສາດ​ຮອດ​ປີ 2025 ແລະ ວິ­ໄສ​ທັດ​ຮອດ​ປີ 2030 ໃຫ້​ແກ່​ພະ​ແນກ​ກະ­ສິ­ກຳ ແລະປ່າ­ໄມ້​ນະ­ຄອນ­ຫຼວງ​ວຽງ​ຈັນ ມູນ​ຄ່າ 6,2 ຕື້​ດົງ.

ໃນ​ໂອ­ກາດ​ທີ່​ຄະ­ນະ​ຜູ້​ແທນ​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະເຮັດ​ວຽກ​ກັບ​ພະ​ແນກ​ກະ­ສິ­ກຳ ແລະປ່າ­ໄມ້ນະ­ຄອນ­ຫຼວງ​ວຽງ​ຈັນ ໃນວັນ​ທີ 9 ສິງ­ຫາ 2018 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ຈັດ​ພິ­ທີ​ປະ­ດັບ​ຫຼຽນ​ໄຊ ແລະຫຼຽນ​ກາ​ມິດ­ຕະ­ພາບ​ໃຫ້​ຄະ­ນະ​ຜູ້​ແທນ​ດັ່ງກ່າວໃຫ້​ກຽດ​ປະດັບ​ໂດຍ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ, ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນມີ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ການ​ປະ­ດັບ​ຫຼຽນ​ຄັ້ງ​ນີ້ໂດຍ​ໄດ້​ປະ­ດັບ​ຫຼຽນ​ໄຊ​ມິດ­ຕະ­ພາບ​ໃຫ້​ທ່ານ ເຈິ່ນຊວນ​ຫວຽດ ອະ­ດີດ​ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ແລະພະ​ແນກ​ກະ­ສິ­ກຳ ແລະພັດ­ທະ­ນາ​ຊົນ­ນະ­ບົດນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ແລະປະ­ດັບ​ຫຼຽນ​ກາ​ມິດ­ຕະ­ພາບ​ໃຫ້​ພະ­ນັກ­ງານ, ລັດ­ຖະ­ກອນພະ​ແນກ​ກະ­ສິ­ກຳ ແລະພັດ­ທະ­ນາ​ຊົນ­ນະ­ບົດນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ຈຳ­ນວນ 3 ທ່ານ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

302 Found

Found

The document has moved here.