ອັດຊຸດຝຶກອົບຮົມວິຊາສະເພາະວຽກງານປະຕູຖານຂໍ້ມູນເອເລັກໂຕນິກໃຫ້ແກ່ກອງທັບປະຊາຊົນລາວ

07:15 | 07/08/2018

ຕອນບ່າຍວັນທີ 6 ສິງຫາ, ຊຸດຝຶກອົບຮົມວິຊາສະເພາະວຽກງານປະຕູຖານຂໍ້ມູນເອເລັກໂຕນິກໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ໄດ້ອັດລົງຢູ່ກອງ 871 (ກົມໃຫຍ່ການເມືອງ).

ໃນ 1 ເດືອນ, ບັນດາສໍາມະນາກອນໄດ້ສຸມໃສ່ຮໍ່າຮຽນ, ຄົ້ນຄວ້າບັນດາບັນຫາພື້ນຖານກ່ຽວກັບວຽກງານປະຕູຖານຂໍ້ມູນເອເລັກໂຕນິກ-ພາກສ່ວນສໍາຄັນຂອງລັດຖະບານ, ບັນດາກະຊວງ, ຂະແໜງການ,ໃນນັ້ນມີກະຊວງປ້ອງກັນປະເທດ, ໃນການຄຸ້ມຄອງ, ປະກາດຂໍ້ມູນທາງການຢ່າງເປີດເຜີຍ, ສະສົມບັນດາຂໍ້ມູນບໍລິການສາທາລະນະທາງອິນເຕີເນັດ ແລະເຊື່ອມຕໍ່ກັບລັດຖະບານໃນວິວັດແຫ່ງການກໍ່ສ້າງລັດຖະບານເອເລັກໂຕນິກຂອງແຕ່ລະປະເທດ.

ອັດຊຸດຝຶກອົບຮົມວິຊາສະເພາະວຽກງານປະຕູຖານຂໍ້ມູນເອເລັກໂຕນິກໃຫ້ແກ່ກອງທັບປະຊາຊົນລາວ


ອັດຊຸດຝຶກອົບຮົມວິຊາສະເພາະວຽກງານປະຕູຖານຂໍ້ມູນເອເລັກໂຕນິກໃຫ້ແກ່ກອງທັບປະຊາຊົນລາວ

ທ່ານພົນຈັດຕະວາ ຫງວຽນຊວນຫງີ້, ຮອງຫົວໜ້າຫ້ອງການຄະນະພັກການທະຫານສູນກາງ-ຫ້ອງການກະຊວງປ້ອງກັນປະເທດຫວຽດນາມ ມອບໃບຢັ້ງຢືນສໍາເລັດຊຸດຝຶກອົບຮົມໃຫ້ບັນດາພະນັກງານກອງທັບປະຊາຊົນລາວ. (ພາບ: ວັນຮ່ຽວ)

ອັດຊຸດຝຶກອົບຮົມວິຊາສະເພາະວຽກງານປະຕູຖານຂໍ້ມູນເອເລັກໂຕນິກໃຫ້ແກ່ກອງທັບປະຊາຊົນລາວ

ບັນດາຜູ້ແທນຖ່າຍຮູບໃນພິທີອັດຊຸດຝຶກອົບຮົມ. (ພາບ: ວັນຮ່ຽວ)

ບັນດາພະນັກງານກອງທັບປະຊາຊົນລາວ ເຂົ້າຮ່ວມຊຸດຝຶກອົບຮົມຍັງໄດ້ໄປຄົ້ນຄວ້າຕົວຈິງຢູ່ບາງອົງການຈັດຕັ້ງ ແລະກົມກອງພາຍໃນ ແລະນອກກອງທັບ, ຢ້ຽມຢາມບາງເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທໍາ, ຜ່ານນັ້ນຊ່ວຍຍົກສູງລະດັບຄວາມຮູ້, ທັກສະວິຊາສະເພາະ ແລະເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ຊາວຫວຽດນາມ ຢ່າງເລິກເຊິ່ງກວ່າອີກ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.