ສື່ມວນຊົນລາວ ຕ້ອງໄດ້ມີການປັບໂຕ ແລະ ພັດທະນາໃຫ້ ທັນກັບການປ່ຽນແປງ

15:54 | 13/08/2018

ສື່ມວນຊົນລາວ ທັງພາກລັດ ແລະ ເອກະຊົນ ຕ້ອງໄດ້ມີການປັບໂຕ ແລະ ພັດທະນາຕົນເອງ ໃຫ້ ທັນກັບການປ່ຽນແປງ, ມີຜະລິດຕະພັນທີ່ອຸດົມສົມບູນ ແລະ ຫລາກຫລາຍ ເປັນຕົ້ນ ແມ່ນ ໂທລະພາບ, ວິທະຍຸ ຕ້ອງມີຫລາຍລາຍການ, ໜັງສືພິມ ຕ້ອງມີຫລາຍ ຄໍລຳ ຕ້ອງ ຕິດພັນກັບຄວາມສົນໃຈ, ຕິດພັນກັບຊີວິດປະຈຳວັນ, ຕິດພັນກັບການເຊື່ອມໂຍງ.

ສື່ມວນຊົນລາວ ຕ້ອງໄດ້ມີການປັບໂຕ ແລະ ພັດທະນາໃຫ້ ທັນກັບການປ່ຽນແປງ

ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ເນື່ອງໃນໂອກາດ ວັນສື່ມວນຊົນ ຄົບຮອບ 68 ປີ (13 ສິງຫາ 1950-13 ສິງຫາ 2018) ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ສື່ມວນຊົນລາວ ທັງພາກລັດ ແລະ ເອກະຊົນ ຕ້ອງໄດ້ມີການປັບໂຕ ແລະ ພັດທະນາຕົນເອງ ໃຫ້ ທັນກັບການປ່ຽນແປງ, ມີຜະລິດຕະພັນທີ່ອຸດົມສົມບູນ ແລະ ຫລາກຫລາຍ ເປັນຕົ້ນ ແມ່ນ ໂທລະພາບ, ວິທະຍຸ ຕ້ອງມີຫລາຍລາຍການ, ໜັງສືພິມ ຕ້ອງມີຫລາຍ ຄໍລຳ ຕ້ອງ ຕິດພັນກັບຄວາມສົນໃຈ, ຕິດພັນກັບຊີວິດປະຈຳວັນ, ຕິດພັນກັບການເຊື່ອມໂຍງ.

ຍ້ອນມີການປັບໂຕ ແລະ ພັດທະນາຕົນເອງ ຈຶ່ງເຮັດໃຫ້ບັນດາສື່ເກົ່າ ຍັງມີການຄົງໂຕຈົນຮອດ ປັດຈຸບັນ, ເຊິ່ງບັນດາສື່ເກົ່າ ຈຶ່ງຈຳເປັນຕ້ອງໄດ້ ມີການພັດທະນາ ທາງດ້ານເນື້ອໃນ, ຄວາມໄວໃຫ້ທັນກັບສະພາບການ. ພ້ອມນີ້, ຕ້ອງມີການປັບໂຕໃນແບບວິທີການຂຽນຂ່າວ ເຊິ່ງປັດຈຸບັນ ຄົນໃນສັງຄົມ ບໍ່ມີເວລາຫລາຍ ໃນການອ່ານ ຂ່າວ, ສະນັ້ນແບບວິທີການຂຽນຂ່າວ ຈຶ່ງສໍາຄັນ ເວລາອ່ານຂ່າວແມ່ນໃຫ້ເຂົ້າໃຈ ໄດ້ໂລດໃນວັກທຳອິດ ແລະ ໃຫ້ມີການຈັດລຽງຄວາມສຳຄັນການຂຽນຂ່າວ ເຮັດໃຫ້ເນື້ອໃນ ຂ່າວມີຄວາມສົນໃຈ ແລະ ເປັນປະໂຫຍດຕໍ່ຜູ້ອ່ານ ສື່ເຮົາຈຶ່ງຈະສາມາດຄົງໂຕຢູ່ໄດ້.

ພ້ອມນີ້, ລາຍການໂທລະພາບ, ລາຍການວິທຍຸ, ລາຍການສາລະຄະດີ, ລາຍການບັນເທີງ ກໍ່ຕ້ອງໄດ້ມີການສ່ອງແສງເຖິງການອະນຸລັກ, ສົ່ງເສີມຄ່ານິຍົມວັດທະ ນະທຳອັນດີງາມຂອງຊາດ ຫລື ແບບແຜນດຳລົງຊີວິດຂອງຄົນຢູ່ໃນສັງຄົມ, ເຊິ່ງເຮົາຕ້ອງໄດ້ສ້າງຜະລິດຕະພັນຕ່າງໆ ໃຫ້ຕິດພັນກັບຄວາມ ຕ້ອງການຂອງຜູ້ຊົມໃຊ້, ຂອງ ຜູ້ອ່ານ, ຜູ້ຟັງ ແລະ ຜູ້ບໍລິໂພກຂໍ້ມູນຂ່າວສານ. ຕ້ອງໄດ້ມີການປັບປຸງ ທາງດ້ານເນື້ອໃນ, ຮູບການ ແລະ ເພີ່ມປະລິມານ ທາງດ້ານຜະລິດຕະພັນໃຫ້ເໝາະສົມ ກັບ ຄວາມ ຕ້ອງ ການຂອງຜູ້ຊົມໃຊ້ໃນແຕ່ລະໄລຍະ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.