ອົງການຊາວໜຸ່ມນະຄອນໂຮ່ຈິມິນ ແລະແຂວງອັດຕະປື, ລາວ ລົງນາມໃນບົດບັນທຶກການຮ່ວມມື

09:53 | 12/08/2018

ໃນວັນທີ 10 ສິງຫາ, ຢູ່ນະຄອນໂຮ່ຈິມິນ ໄດ້ດໍາເນີນພິທີລົງນາມໃນບົດບັນທຶກຊ່ວຍຈໍາສ້າງຕັ້ງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງຄະນະຊາວໜຸ່ມນະຄອນໂຮ່ຈິມິນ ແລະຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງອັດຕະປື.

ຕາມນັ້ນແລ້ວ, ແຕ່ລະປີສອງຝ່າຍຈະຜັດປ່ຽນກັນຈັດຕັ້ງຄະນະຜູ້ແທນຊາວໜຸ່ມ, ເຍົາວະຊົນໄປມາພົບປະແລກປ່ຽນ ແລະແລກປ່ຽນບົດຮຽນ. ຄະນະຊາວໜຸ່ມນະຄອນໂຮ່ຈິມິນ ໄດ້ເຊີນໄວໜຸ່ມແຂວງອັດຕະປື ເຂົ້າຮ່ວມຄ້າຍພັກແລ້ງເຍົາວະຊົນ 3 ປະເທດຫວຽດນາມ-ລາວ-ກໍາປູເຈຍ ເຊິ່ງຈັດຕັ້ງຢູ່ນະຄອນໂຮ່ຈິມິນ.


ອົງການຊາວໜຸ່ມນະຄອນໂຮ່ຈິມິນ ແລະແຂວງອັດຕະປື, ລາວ ລົງນາມໃນບົດບັນທຶກການຮ່ວມມື

ພິທີລົງນາມໃນບົດບັນທຶກການຮ່ວມມືລະຫວ່າງສອງອົງການຊາວໜຸ່ມ. (ພາບ: ຮຸ່ງຄວາ)

ເນື້ອໃນປະຕິບັດແມ່ນສຸມໃສ່ວຽກງານສະຫວັດດີການສັງຄົມ, ສົ່ງເສີມສຸຂະພາບໃຫ້ປະຊາຊົນ, ປົກປັກຮັກສາສິ່ງແວດລ້ອມ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດກໍ່ຄືໜູູນຊ່ວຍຄວາມຮູ້, ເຕັກນິກກ່ຽວກັບກະສິກໍາ, ປ່າໄມ້. ຄຽງຂ້າງນັ້ນ, ຄະນະຊາວໜຸ່ມນະຄອນໂຮ່ຈິມິນ ຈະຈັດຕັ້ງບັນດາຊຸດບຳລຸງສ້າງກ່ຽວກັບທັກສະໃນວຽກງານຊາວໜຸ່ມໃຫ້ພະນັກງານຄະນະຊາວໜຸ່ມຂອງແຂວງອັດຕະປື ຢູ່ໂຮງຮຽນ ລີ໋ຕື້ຈ້ອງ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.