ຍສໝ - ການນຳສອງທ່ານໄດ້ເຫັນດີເປັນເອກະພາບສູງກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງໃນທຸກຂົງເຂດ, ກໍ່ຄືໂຄງການຮ່ວມມືລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ
ຍສໝ - ໃນບັນຍາກາດທີ່ສະໜິດສະໜົມ, ທ່ານນາງ ນາລີ ສີສຸລິດ ໄດ້ສະແດງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງທ່ານນາງ ໂງທິເມິ້ນ ແລະຄອບຄົວ ຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ, ການນຳພິເສດ ແລະດີເລີດຂອງພັກ, ລັດ ແລະປະຊາຊົນຫວຽດນາມ ແລະມີການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການພັດທະນາການພົວພັນຫວຽດນາມ - ລາວ.
ຍສໝ - ຕອນຄ່ຳວັນທີ 9 ກັນຍາ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູູ້ວ່າ ຕອນຄ່ຳວັນທີ 9 ກັນຍາ, ຢູ່ກະຊວງການຕ່າງປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ເຖິງບັນດາສະຫາຍການນຳຂັ້ນສູງຂອງ ຫວຽດນາມ, ເຖິງພັກ, ລັດຖະບານ ແລະ ປະຊາຊົນ ຂອງຫວຽດນາມ ອ້າຍນ້ອງພາຍຫຼັງພາຍຸເລກທີ 3 ພັດເຂົ້າ.
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ແລະ ພັນລະຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໄດ້ໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 10 – 13 ກັນຍາ 2024. ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ມີການຕອບສຳພາດກັບນັກຂ່າວກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ແລະ ບັນດາຈຸດສຸມໃນການພົວພັນສອງຝ່າຍລະຫວ່າງສອງປະເທດ.
ຍສໝ - ສອງຊາດຫວຽດນາມ ແລະລາວ ພວກເຮົາມີມູນເຊື້ອສະໜິດຕິດພັນມາແຕ່ດົນນານ, ເຊິ່ງໄດ້ກຳເນີດ ແລະຫຼໍ່ຫຼອມຜ່ານປະຫວັດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ ຫຼາຍພັນປີ.
ຍສໝ - ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.
ຍສໝ - ຕໍ່ກັບບັນດາຜົນງານທີ່ພົ້ນເດັ່ນ ແລະ ການປ່ຽນແປງໃໝ່ຂອງປະເທດ ຫວຽດນາມ ທີ່ເຂັ້ມແຂງແຮງກ້າ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຊາວຫວຽດນາມ ຢູ່ ລາວ ກໍ່ຮູ້ສຶກມີຄວາມສຸກ, ເອກອ້າງທະນົງໃຈ ແລະ ຮັກບ້ານເກີດເມືອງນອນຫຼາຍກວ່າອີກ.
ຍສໝ - ໃນໃຈຂອງຄູອາຈານ ແລະນັກຮຽນຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ, ຮູບພາບປະທານໂຮ່ຈີມິນ ຍາມໃດກໍ່ໃກ້ຊິດຕິດແທດ, ເປັນແບບຢ່າງທີ່ລຽບງ່າຍແຕ່ສູງສົ່ງ.
ຍສໝ - Maysa - ອະດີດນັກສຶກສາຕ່າງປະເທດມະຫາວິທະຍາໄລອຸດສາຫະກຳ ກວາງນິງ, ມີຜູ້ຕິດຕາມຫຼາຍລ້ານຄົນໃນເຄືອຂ່າຍສັງຄົມ ຍ້ອນບັນດາຄລິບເຜີຍແຜ່ວັດທະນະທຳ ຫວຽດນາມ ມາຍັງປະເທດລາວ ຂອງຕົນ.
ຍສໝ - ໂດຍຮັບຄໍາເຊີນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະພັນລະຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ແລະພັນລະຍາ ຈະມາຢ້ຽມຢາມທາງລັດຖະກິດຫວຽດນາມ ໃນລະຫວ່າງວັນທີ 10 ຫາວັນທີ 13 ກັນຍາ 2024.
ຍສໝ - ທີ່ແຂວງ ໄຊສົມບູນ (ລາວ) ຫາກໍ່ດຳເນີນພິທີໄຂ ແລະ ມອບ-ຮັບໂຄງການກໍ່ສ້າງລະບົບຊົນລະປະທານ 4 ແຫ່ງ. ນີ້ແມ່ນໂຄງການທີ່ນຳໃຊ້ບ້ວງຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ລາວ.
ຍສໝ - ວັນທີ 4 ກັນຍາ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ກວາງບິ່ງ ໄດ້ຈັດຕັ້ງກອງປະຊຸມສົນທະນາເພື່ອສະເຫຼີມສະຫຼອງ 62 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5 ກັນຍາ 1962 – 5 ກັນຍາ 2024) ແລະ ຄົບຮອບ 47 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977-18 ກໍລະກົດ 2024).
ຍສໝ - ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ ນັບແຕ່ວັນທີ 10 – 13 ກັນຍາ.
ຍສໝ - ທ່ານພົນໂທ ຮສຈ.ປອ ຫງວຽນວັນແທງ, ອະດີດກຳມະການສູນກາງພັກ, ຮອງປະທານຮັບຜິດຊອບສະພາທິດສະດີສູນກາງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ຫາກໍ່ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ທີ່ໄດ້ຈັດຕັ້ງຢູ່ແຂວງ ລາວກາຍ ແຕ່ວັນທີ 27-30 ສິງຫາ 2024.
ຍສໝ - ໂຮງຮຽນມັດທະຍົມຕອນຕົ້ນ ທົງເຍີດ (ເອກະພາບ) ໂດຍແຂວງ ກວາງບິ່ງ ມອບດ້ວຍຍອດຈຳນວນເງິນລົງທຶນ 25 ຕື້ດົ່ງ ໄດ້ກໍ່ສ້າງໃນເນື້ອທີ່ດິນເກືອບ 3.500 ຕາແມັດ ໂດຍຄະນະກຳມະການອຳນາດການປົກຄອງແຂວງ ຄຳມ່ວນ (ລາວ) ມອບໃຫ້ສະມາຄົມຊາວຫວຽດນາມ ອາໄສຢູ່ ແຂວງນີ້. ນີ້ແມ່ນໜຶ່ງໃນບັນດາສັນຍາລັກແຫ່ງນ້ຳໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ເເໜ້ນແຟ້ນລະຫວ່າງ 2 ແຂວງ ກວາງບິ່ງ - ຄຳມ່ວນ.
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ເນັ້ນໜັກວ່າ ຂໍ້ມູນ ແລະ ບົດຮຽນປະສົບການຈາກການໂອ້ລົມສົນທະນານີ້ ຈະຊ່ວຍໃຫ້ແຕ່ລະປະເທດໃນການສ້າງ ຫຼື ສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດໃນສະພາບການໃໝ່.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສປປ ລາວ.
ຍສໝ - ຈີນ ແລະ ລາວ ແມ່ນ 2 ທ້ອງຕະຫຼາດສົ່ງອອກໝາກເຜັດຕົ້ນຕໍຂອງ ຫວຽດນາມ ດ້ວຍປະລິມານບັນລຸ 4.518 ໂຕນ ແລະ 340 ໂຕນ, ກວມເອົາ 95,7% ປະລິມານຂອງການສົ່ງອອກ.
ຍສໝ - ຫວຽດນາມ ຈະເພີ່ມການນຳເຂົ້າໄຟຟ້າຈາກລາວ ເພື່ອຕອບສະໜອງຄວາມຕ້ອງການໄຟຟ້າທີ່ເພີ່ມຂຶ້ນ.
ຍສໝ - ແຂວງເທື່ອທຽນເຫວ້ ແມ່ນ 1 ໃນ 10 ແຂວງຂອງເສັ້ນຊາຍແດນຫວຽດນາມ - ລາວ, ມີຄວາມຍາວ 84 ກິໂລແມັດ, ມີ 2 ດ່ານຊາຍແດນທາງບົກຄື: ຮົ່ງເວິນ - ໂກຕ່າຍ ແລະອາເດີດ - ຕະວາງ.