ຮ່າຕິ້ງ ແລະບໍລິຄໍາໄຊ ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມື

08:45 | 20/06/2024

ຮ່າຕິ້ງ ແລະບໍລິຄໍາໄຊ ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມື

ຮ່າຕິ້ງ ຕ້ອນຮັບຊາກສົບນັກຮົບເສຍສະຫຼະຊີວິດເພື່ອຊາດ 11 ຄົນຈາກລາວກັບບ້ານເກີດເມືອງນອນ ຮ່າຕິ້ງ ຕ້ອນຮັບຊາກສົບນັກຮົບເສຍສະຫຼະຊີວິດເພື່ອຊາດ 11 ຄົນຈາກລາວກັບບ້ານເກີດເມືອງນອນ
ແຂວງຮ່າຕິ້ງ ກັບແຂວງຄໍາມ່ວນ ແລະບໍລິຄໍາໄຊ ລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຄຸ້ມຄອງ ແລະປົກປັກຮັກສາປ່າ ແຂວງຮ່າຕິ້ງ ກັບແຂວງຄໍາມ່ວນ ແລະບໍລິຄໍາໄຊ ລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຄຸ້ມຄອງ ແລະປົກປັກຮັກສາປ່າ

ຫວ່າງແລ້ວ, ຢູ່ແຂວງຮ່າຕິ້ງ, ກອງປະຊຸມຂັ້ນສູງລະຫວ່າງແຂວງຮ່າຕິ້ງ ແລະແຂວງບໍລິຄໍາໄຊ ປີ 2024 ໄດ້ດໍາເນີນແນໃສ່ຕີລາຄາໝາກຜົນການຮ່ວມມືລະຫວ່າງ 2 ແຂວງໃນໄລຍະຜ່ານມາ ກໍ່ຄືແລກປ່ຽນມາດຕະການຜັນຂະຫຍາຍເນື້ອໃນບົດບັນທຶກທີ່ໄດ້ລົງນາມລະຫວ່າງແຂວງຮ່າຕິ້ງ ແລະແຂວງບໍລິຄຳໄຊ ຢ່າງມີປະສິດທິຜົນ.

ທີ່ກອງປະຊຸມ, ການນຳແຂວງຮ່າຕິ້ງ ແລະແຂວງບໍລິຄຳໄຊ ໄດ້ສະຫຼຸບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະທ້ອງຖິ່ນ ແລະໝາກຜົນການຮ່ວມມືລະຫວ່າງສອງແຂວງໃນໄລຍະຜ່ານມາ; ພ້ອມກັນນັ້ນ, ກໍ່ຊີ້ໃຫ້ເຫັນຄວາມຫຍຸ້ງຍາກ ແລະຂໍ້ຈຳກັດທີ່ບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະຄວາມຮຽກຮ້ອງຕ້ອງການພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງແຂວງ.

ຮ່າຕິ້ງ ແລະບໍລິຄໍາໄຊ ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມື

ບັນຍາກາດທີ່ກອງປະຊຸມ. ພາບ: ແຄ໊ງລານ

ບັນດາຜູ້ແທນສອງແຂວງຮ່າຕິ້ງ-ບໍລິຄຳໄຊ ໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບກັນລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື. ຕາມນັ້ນແລ້ວ, ສອງແຂວງຮ່າຕິ້ງ-ບໍລິຄຳໄຊ ສົມທົບກັນຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ຊາຍແດນ; ສືບຕໍ່ຮ່ວມມືພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ແລະເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງແຂວງ; ບັນດາເນື້ອໃນທີ່ໄດ້ລົງນາມແມ່ນມີຄວາມໃກ້ຊິດຕິດແທດກັບສະພາບຕົວຈິງ, ແທດເໝາະກັບເງື່ອນໄຂຂອງແຕ່ລະແຂວງເພື່ອແນໃສ່ໜູນຊ່ວຍກັນປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກຂອງສອງປະເທດ, ມະຕິຂອງອົງຄະນະພັກສອງແຂວງທີ່ໄດ້ວາງອອກ; ປະກອບສ່ວນເພີ່ມທະວີການພົວພັນອັນດີງາມ, ໝັ້ນຄົງລະຫວ່າງສອງປະເທດເວົ້າລວມ ແລະສອງແຂວງຮ່າຕິ້ງ-ບໍລິຄຳໄຊ ເວົ້າສະເພາະ.

ພ້ອມກັນນັ້ນແມ່ນການຮ່ວມມືປັບປຸງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງພັກ, ອໍານາດການປົກຄອງ, ກອງທັບ, ປັບປຸງທ່າຮົບທົ່ວປວງຊົນປ້ອງກັນຊາດ, ປົກປັກຮັກສາພັກ, ປົກປັກຮັກສາລະບອບ, ປົກປັກຮັກສາປະເທດຊາດ, ແກ້ໄຂສິ່ງທ້າທາຍຕໍ່ຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ, ຊ່ວຍເຫຼືອກັນກໍ່ສ້າງປັບປຸງບ້ານ, ໝູ່ບ້ານຢູ່ເຂດຊາຍແດນຕິດພັນກັບການກໍ່ສ້າງຊົນນະບົດໃໝ່, ປະກອບສ່ວນກໍ່ສ້າງເຂດຊາຍແດນ ຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ. ກໍ່ສ້າງນໍ້າໃຈມິດຕະພາບລະຫວ່າງສອງແຂວງໃຫ້ກາຍເປັນແບບຢ່າງຂອງສອງປະເທດຫວຽດນາມ-ລາວ.

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ແຂວງຮ່າຕິ້ງ, ຄະນະຜູ້ແທນແຂວງບໍລິຄຳໄຊ ໄດ້ໄປຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານປະຫວັດສາດສາມແຍກ ດົງລົກ; ຢ້ຽມຢາມເຂດເສດຖະກິດ ວຸ້ງແອ໋ງ.

ບູນມີ

ເຫດການ
302 Found

Found

The document has moved here.