ການຢ້ຽມຢາມ ໄດ້ສະແດງໃຫ້ເຫັນຂອບຂະໜາດການພົວພັນຕ່າງປະເທດຂອງ ຫວຽດນາມ ໃນສັງກາດໃໝ່, ທັງປະຕິບັດເປົ້າໝາຍນຳການພົວພັນຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືສຳຄັນໃນພາກພື້ນຄື ອີຢິບ ແລະ ອັງໂກລາ ຂຶ້ນສູ່ລະດັບສູງໃໝ່, ທັງຢັ້ງຢືນສານນະໂຍບາຍສຳຄັນຂອງ ຫວຽດນາມ ສຳລັບບັນດາປະເທດໃນພາກພື້ນ ອາຟະລິກາ.
ຍສໝ - ບົດຂຽນໄດ້ເອົາລົງໃນໜັງສືພິມ ASEAN Today ຂອງ ສິງກະໂປ ສະບັບອອກໃນວັນທີ 19 ພະຈິກ ໄດ້ຫົວຄືນບັນດາໝາກຜົນທີ່ພົ້ນເດັ່ນທີ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 37, ພ້ອມທັງຕີລາຄາສູງ ບົດບາດຂອງຫວຽດນາມໃນການຈັດຕັ້ງສຳເລັດກອງປະຊຸມ.
ຍສໝ - ທີ່ການໂອ້ລົມທາງໂທລະສັບ, ລັດຖະມົນຕີສອງຝ່າຍໄດ້ເຫັນດີເປັນເອກະພາບຕ້ອງມານະພະຍາຍາມກ່ວາອີກ ເພື່ອຊຸກຍູ້ການຮ່ວມມືອັນແທດຈິງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສົມກັບຄວາມສາມາດບົ່ມຊ້ອນ ແລະ ຄວາມຫວັງຂອງສອງຝ່າຍ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ, ການພົບປະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ລະຫວ່າງສູນກາງ ແລະ ທ້ອງຖິ່ນສອງປະເທດ ດ້ວຍຫຼາຍຮູບຫຼາຍແບບຢ່າງຂະຫຍັນຂັນເຄື່ອນ; ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີການພົວພັນໃນຊ່ອງທາງພັກ, ລັດຖະສະພາ ແລະ ຊຸກຍູ້ການທູດປະຊາຊົນຢ່າງແຮງກວ່າອີກ.
ຍສໝ - ການນຳນະຄອນ ຝຸກວັກ (ກຽນຢາງ) ຫາກໍ່ມີການເຮັດວຽກທາງໄກ ກັບກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ກ່ຽວກັບການທົດລອງເປີດປະຕູຮັບແຂກທ່ອງທ່ຽວ ຕາມ “ໜັງສືຜ່ານແດນວັກຊິນ”, ຄາດວ່າ ຈະຜ່ານ 3 ໄລຍະ.
ໃນນາມເປັນທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານ John Kerry ໃຫ້ຮູ້ວ່າໃນໄລຍະຈະມາເຖິງ, ຫວຽດນາມ ແລະ ອາເມລິກາ ຈະເພີ່ມທະວີການຮ່ວມມືກະກຽມໃຫ້ແກ່ກອງປະຊຸມ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 27 (COP27).
ຍສໝ - ນັ້ນແມ່ນຂໍ້ສັງເກດຂອງຜູ້ແທນຫຼາຍທ່ານທີ່ການໂອ້ລົມສົນທະນາ: ການພົວພັນ ຫວຽດນາມ - ອາເມລິກາ: 10 ປີແຫ່ງຄູ່ຮ່ວມມືຢ່າງຮອບດ້ານ ແລະ ແງ່ຫວັງ ເຊິ່ງໄດ້ດຳເນີນໃນວັນທີ 25 ກຸມພາ 2023 ຢູ່ຮ່າໂນ້ຍ ໂດຍສະໂມສອນ ຮ່າໂນ້ຍ ຂອງອະດີດນັກຮຽນ ຫວຽດນາມ ຢູ່ ອາເມລິກາ (VUSAC Hanoi) ແລະ ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ຈັດຂຶ້ນ.
ຍສໝ - ວັນທີ 15 ຕຸລານີ້, ຫ້ອງການຮ່ວມມືຊາວຫວຽດນາມ ແຂວງ Chungnam (ສ.ເກົາຫຼີ) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ມະຫາວິທະຍາໄລ Sunmoon (ນະຄອນ Asan, ແຂວງ Chungnam).
ຍສໝ - ຕອນເຊົ້າວັນທີ 26 ພະຈິກ (ຕາມເວລາ ສະວິດ), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ ເຊີແນວ, ນະຄອນ ເຊີແນວ ແລະ ເລີ່ມດຳເນີນລາຍການຢ້ຽມຢາມ ສະຫະພັນ ສະວິດ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສະວິດ Guy Parmelin ຢ່າງເປັນທາງການ.
ຍສໝ - ການດຳລົງຊີວິດທີ່ຄຶກຄື້ນມ່ວນຊືນ ແລະ ມີຈຸດໃໝ່ອ່ຽມຫຼາຍຢ່າງຂອງຄອບຄົວໜຸ່ມ ຜົວຊາວຫວຽດນາມ - ເມຍຊາວຢູແກຼນ ເຊິ່ງແມ່ນທ້າວ ຟານຫວູເຊີນ ແລະ ນາງ Sophia ພວມດຶງດູດຄວາມສົນໃຈຂອງຊື່ສັງຄົມອອນໄລໃນໄລຍະຜ່ານມາ. ໃນບັນດາຄຼິບວີດີໂອ ຖ່າຍເອງ, Sophia ຍັງມີຄວາມກະຕື້ລືລົ້ນເມື່ອເລົ່າເລື່ອງກ່ຽວກັບການດຳລົງຊີວິດກັບ ຜົວ ແລະ ລູກສາວ Alisa ຂອງຕົນ. ເຖິງຢ່າງໃດກໍ່ຕາມເພື່ອມີຄວາມຜາສຸກຄືໃນປັດຈຸບັນ, ລູກໄພ້ ຢູແກຼນ ເຄີຍບໍ່ຟັງຄວາມພໍ່ແມ່ ເພື່ອຕັດສິນໃຈເອົາຜົວທີ່ຢູ່ຕ່າງປະເທດ ຫ່າງຈາກບ້ານເກີດເມືອງນອນເກືອບ 8000 ກີໂລແມັດ.
ຕາມທ່ານລັດຖະມົນຕີ ຫງວຽນຈິຢຸງ ແລ້ວ, ສະພາບການລວມຂອງທົ່ວປະເທດຈະອີງໃສ່ໝາກຜົນຂອງການຕ້ານໂລກລະບາດ, ຖ້າຫາກວ່າ ການຄວບຄຸມໂລກລະບາດໂຄວິດ - 19 ໄດ້ຮັບການປະຕິບັດເປັນຢ່າງດີ, ການເຕີບໂຕໃນປີ 2021 ອາດຈະບັນລຸໄດ້ແຕ່ 3,5% - 4%.
ຕອນເຊົ້າວັນທີ 7 ຕຸລາ, ທ່ານ ຫງວຽນ ຮ່ວາບິ່ງ ປະທານສານ ປະຊາຊົນສູງສຸດ ຫວຽດນາມ ພ້ອມກັບ ຄະນະຜູ້ແທນສານປະຊາຊົນສູງສຸດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສະພາປະທານສານບັນດາປະເທດ ອາຊຽນ (CACJ) ຄັ້ງທີ 9 ແບບທາງໄກ, ໂດຍສານສູງສຸດ ອິນໂດເນເຊຍ ຈັດຕັ້ງ.
ການຟອກເງິນແມ່ນການປ່ຽນຮູບ ນຳໃຊ້ ເຄື່ອນຍ້າຍ ແລກປ່ຽນ ໄດ້ມາຄອບຄອງ ໂອນກຳມະສິດທີ່ແທ້ຈິງຂອງເງິນ ຫຼື ຊັບສິນອື່ນໆ ທີ່ບຸກຄົນ ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍທີ່ຮູ້ ໄດ້ຮູ້ ຫຼື ສົງໄສວ່າ ເງິນ ຫຼື ຊັບສິນນັ້ນມາຈາກການກະທຳຜິດຕົ້ນ ເພື່ອປົກປິດ ຫຼື ຊຸກເຊື່ອງ ຄຸນລັກສະນະ ທີ່ມາຂອງເງິນ ທີ່ຕັ້ງຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວຖືກຕ້ອງຕາມກົດໝາຍ.
ຍສໝ - ຫວູງເຕົາມີຫາດຊາຍທະເລທີ່ມີສະເໜ່ຫຼາຍແຫ່ງ, ໃນນັ້ນມີຊື່ສຽງທີ່ສຸດຕ້ອງເວົ້າເຖິງທະເລໂຮ່ກົກເຊິ່ງແມ່ນສະຖານທີ່ໄດ້ຮັບຂະໜາມນາມວ່າສະຫວັນຢູ່ທ່າມກາງ ຫວູງເຕົາ.
ຍສໝ - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ນາງ ເລທິທູຮັ່ງ ແລະ ຄະນະປະຕິບັດງານຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມີການພົບປະກັບປະຊາຄົມຊາວຫວຽດນາມ ຢູ່ Malta.
ຍສໝ - ບໍ່ວ່າຈະຢູ່ໃສ, ຊາວຫວຽດນາມຢູ່ຕ່າງປະເທດຍາມໃດກໍຫັນມາສູ່ບ້ານເກີດເມືອງ. ຕະຫຼອດປະຫວັດສາດ, ຊາວຫວຽດນາມຢູ່ຕ່າງປະເທດຢູ່ທົ່ວທຸກແຫ່ງລ້ວນແຕ່ພ້ອມກັບປະເທດ ແລະ ປະຊາຊົນ. ພິເສດ, ເມື່ອໄດ້ຮັບຟັງການແບ່ງປັນຂອງການນຳພັກ, ລັດ ກ່ຽວກັບຄວາມຄາດໝາຍຂອງຍຸກໃໝ່, ຍຸກແຫ່ງການເຕີບໂຕຂອງປະເທດຊາດ, ຊາວຫວຽດນາມຢູ່ຕ່າງປະເທດກໍ່ມີຄວາມກະຕືລືລົ້ນຮ່ວມມື, ປະກອບສ່ວນສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດນັບມື້ນັບຈະເລີນຮຸ່ງເຮືອງ. ການປັບປຸງກົດໝາຍວ່າດ້ວຍສັນຊາດນີ້ແມ່ນບາດກ້າວທີ່ສຳຄັນເພື່ອ “ຮັດແໜ້ນ” ສະພາບກົດໝາຍ, ເພື່ອໃຫ້ຊາວຫວຽດນາມ ບໍ່ວ່າຢູ່ພາຍໃນປະເທດ ຫຼື ດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດສາມາດສົມທົບກັນປະກອບສ່ວນ, ສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນເພື່ອນຳບ້ານເກີດເມືອງນອນ-ປະເທດກ້າວເຂົ້າສູ່ຍຸກແຫ່ງການເຕີບໃຫຍ່ຂະຫຍາຍຕົວ.
ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ Buenos Aires ເຢືອງກວ໊ກແທັງ ໄດ້ຢືນຢັນວ່າ ຫວຽດນາມແມ່ນປະເທດທີ່ມີສັນຕິພາບ, ສະພາບແວດລ້ອມດ້ານການເມືອງທີ່ ໝັ້ນຄົງ ແລະເປັນທີ່ຢູ່ທີ່ໜ້າເຊື່ອຖື ຂອງນັກລົງທຶນຕ່າງປະເທດ
ຍສໝ - ທ່ານ ຫງວຽນນາມຕ໊ຽນ ເອກອັກຄະລັດຖະທູດ ສະແດງຄວາມຊົມເຊີຍເມື່ອການພົວພັນມິດຕະພາບການຮ່ວມມືສອງຝ່າຍໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງໃນໄລຍະທີ່ຜ່ານມາ, ເປັນຕົ້ນແມ່ນເສດຖະກິດ - ການຄ້າ.
ຍສໝ - ໂຄງການລະດູບານໃໝ່ບ້ານເກີດເມືອງນອນ 2023 ຄາດວ່າຈະຈັດຕັ້ງໃນວັນທີ 14 ມັງກອນ 2023 (ກົງກັບວັນທີ 23 ເດືອນ 12 ໄລ່ຕາມຈັນທະປະຕິທິນ) ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຮ່າໂນ້ຍ.
ໃນການແຂ່ງຂັນກາຍເປັນ “ເສືອຂອງ ອາຊີ”, FDI ຂອງ ຫວຽດນາມ ບັນລຸລະດັບສະເລ່ຍກວ່າ 6% GDP.