ສື່ມວນ​ຊົນ ສິງ​ກະ​ໂປ: ບັນ​ດາ​ການ​ນຳ​ອາ​ຊຽນ​ເຫັນ​ດີ​ເປັນ​ເອ​ກະ​ພາບ ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ລະ​ອຽດ​ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ

12:39 | 20/11/2020

ຍ​ສ​ໝ - ບົດ​ຂຽນ​ໄດ້​ເອົາ​ລົງ​ໃນ​ໜັງ​ສື​ພິມ ASEAN Today ຂອງ ສິງ​ກະ​ໂປ ສະ​ບັບ​ອອກ​ໃນ​ວັນ​ທີ 19 ພະ​ຈິກ ໄດ້​ຫົວ​ຄືນ​ບັນ​ດາ​ໝ​າກ​ຜົນ​ທີ່​ພົ້ນ​ເດັ່ນ​ທີ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 37, ພ້ອມ​ທັງ​ຕີ​ລາ​ຄາ​ສູງ ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ການ​ຈັດ​ຕັ້ງ​ສຳ​ເລັດ​ກອງ​ປະ​ຊຸມ.

ສ ມວນ ຊ ນ ສ ງ ກະ ໂປ ບ ນ ດາ ການ ນຳ ອາ ຊຽນ ເຫ ນ ດ ເປ ນ ເອ ກະ ພາບ ປະ ຕ ບ ດ ບ ນ ດາ ມາດ ຕະ ການ ຢ າງ ລະ ອຽດ ເພ ອ ຜ ານ ຜ າ ສ ງ ທ າ ທາຍ ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ອອນ​ລາຍ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ການ​ປ້ອງ​ກັນ​ຊາດ ອາ​ຊຽນ (ADSOM)
ສ ມວນ ຊ ນ ສ ງ ກະ ໂປ ບ ນ ດາ ການ ນຳ ອາ ຊຽນ ເຫ ນ ດ ເປ ນ ເອ ກະ ພາບ ປະ ຕ ບ ດ ບ ນ ດາ ມາດ ຕະ ການ ຢ າງ ລະ ອຽດ ເພ ອ ຜ ານ ຜ າ ສ ງ ທ າ ທາຍ ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກຸ່ມ​ ເຈົ້າ​ໜ້າ​ທີ່ອາ​ວຸ​ໂສ ​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ
ສ ມວນ ຊ ນ ສ ງ ກະ ໂປ ບ ນ ດາ ການ ນຳ ອາ ຊຽນ ເຫ ນ ດ ເປ ນ ເອ ກະ ພາບ ປະ ຕ ບ ດ ບ ນ ດາ ມາດ ຕະ ການ ຢ າງ ລະ ອຽດ ເພ ອ ຜ ານ ຜ າ ສ ງ ທ າ ທາຍ
ພາບ​ປະ​ກອບ

ກອງ​ປະ​ຊຸມ​ສ​ຸດຍອດ​ອາ​ຊຽນ​ຄັ້ງ​ທີ 37 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ເຊິ່ງ​ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 12 – 15 ພະ​ຈິກ 2020 ໄດ້​ຮັບ​ຮອງ​ເອົາຫຼາຍ​ມາດ​ຕະ​ການ​ຢ່າງ​ລະ​ອຽດ​ທີ່​ລັ​ກ​ສະ​ນະ​ຕັດ​ສິນ​ຊີ້​ຂາດ ເພື່ອ​ແນ​ໃສ່ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພາຍ​ໃນ​ ແລະ ນອກ​ພາກ​ພື້ນ ເພື່ອ​ຮັບ​ມື, ຜ່ານ​ຜ່າ​ບັນ​ດ​າ​ສິ່ງ​ທ້າ​ທາຍ​ເຊິ່ງ​ພ​າກ​ພື້ນ​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ລວມ​ມີ​ໂລກ​ລະ​ບາດ​ໂຄວິດ - 19.

ບົດ​ຂຽນ​ໄດ້​ເອົາ​ລົງ​ໃນ​ໜັງ​ສື​ພິມ ASEAN Today ຂອງ ສິງ​ກະ​ໂປ ສະ​ບັບ​ອອກ​ໃນ​ວັນ​ທີ 19 ພະ​ຈິກ ໄດ້​ຫົວ​ຄືນ​ບັນ​ດາ​ໝ​າກ​ຜົນ​ທີ່​ພົ້ນ​ເດັ່ນ​ທີ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 37, ພ້ອມ​ທັງ​ຕີ​ລາ​ຄາ​ສູງ ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ການ​ຈັດ​ຕັ້ງ​ສຳ​ເລັດ​ກອງ​ປະ​ຊຸມ.

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊ​ຽນ​ຄັ້ງ​ທີ 37 ໄດ້​ຈ​ັ້​ດ​ຕັ້ງ​ທາງ​ອອນ​ລາຍ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ເກີດ​ຂ​ຶ​້ນ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ​ ແຕ່ໄດ້​ຄວບ​ຄຸມ​ຢູ່​ຫວຽດ​ນາມ (74 ມື້ຢ່າງ​ລຽນ​ຕິດ, ຫວຽດ​ນາມບໍ່ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່​ຕື່ມອ​ີກ​ໃນ​ຊຸກ​ຊົນ​ນັບ​ແຕ່​ວັນ​ທີ 15 ພະ​ຈິກ), ການ​ນຳ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາຍຫຼາຍ​ປັດ​ໄຈ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ປະ​ຊາ​ຄົມ​ອາ​ຊຽນ ແລະ ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ກັບ​ອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມ​ມື, ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ພາຍ​ໃນ​ກຸ່ມ ຕໍ່​ການ​ຮ່ວມ​ມືຫຼາຍ​ຝ່າຍ, ເຊື່ອມ​ຕໍ່ ແລະ ຫ​ັນ​ເສດ​ຖະ​ກິດ​ເປັນ​ເສ​ລີ.

ບົດ​ຂຽນ​ໄດ້​ຄັດ​ສະ​ເໜີ​ການ​ຕີ​ລາ​ຄາ​ໝາກ​ຜົນ​ກອງ​ປະ​ຊຸມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ​ຫງວຽນ​ຊວັນຟຸກ ທີ່​ພິ​ທີ​ປິດກອງ​ປະ​ຊຸມ ໃນ​ວັນ​ທີ 15 ພະ​ຈິກ:

ພວກ​ເຮົາ​ໄດ້​ເຫັນ​ດີ​ເປັນ​ເອ​ກະພາບຫຼາຍ​ເນື້ອ​ໃນ​ທີ່​ສຳ​ຄັນ​ເພື່ອ​ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ກັບ​ການ​ຮ່ວມ​ມືຫຼາຍ​ຝ່າຍ. ເມື່ອ​ແປ່ງ​ປັນ​​ທັດ​ສະ​ນະ​ຕໍ່​ບັນ​ດາ​ບັ​ນ​ຫາ​ຂອງ​ພາກ​ພື້ນ ແລະ ສາ​ກົນ​ທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ, ພວກ​ເຮົາ​ໄດ້​ເຫັນ​ດີ​ເປ​ັນ​ເອ​ກະ​ພາບ ວ່າບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ ຕ້ອງ​ໄດ້​ຮັບ​ການ​ຮັກ​ສາ ແລະ ສ​ືບ​ຕໍ່​ຜັນ​ຂະ​ຫຍາຍ, ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ, ກາ​ນ​ຮ່ວມ​ມື, ການ​ປະ​ທະ​ກັນ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ສ້າງ​ໂຄງ​ປະ​ກອບ​ໃນ​ພາກ​ພື້ນ​ເປີດ​ກ້​ວາງ, ປອດ​ໃສ, ກວມ​ລວມ ອີງ​ຕາມ​ກົດ​ໝາຍ.

ສ ມວນ ຊ ນ ສ ງ ກະ ໂປ ບ ນ ດາ ການ ນຳ ອາ ຊຽນ ເຫ ນ ດ ເປ ນ ເອ ກະ ພາບ ປະ ຕ ບ ດ ບ ນ ດາ ມາດ ຕະ ການ ຢ າງ ລະ ອຽດ ເພ ອ ຜ ານ ຜ າ ສ ງ ທ າ ທາຍ ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ອອນ​ລາຍ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ການ​ປ້ອງ​ກັນ​ຊາດ ອາ​ຊຽນ (ADSOM)

ຍ​ສ​ໝ - ທ່ານ​ພົນ​ໂທ ຫງວ​ຽນ​ຈີ໊ວິ້ງ ໄດ້​ເນັ້ນ​ໜັກ​ວ່າ ໃນ​ສະ​ພາບ​ການ​ໂລກ​ລະ​ບາດ ໂຄວິດ - 19 ໄດ້ ແລະ ພວມ​ສົ່ງ​ຜົນ​ກະ​ທົບ ແລະ ສ້າງ​ສີ່ງ​ກີດ​ຂວາງ​ຕໍ່ຫຼາຍ​ການ​ເຄື່ອນ​ໄຫວ​ສາ​ກົນ, ໃນ​ນັ້ນ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ອາ​ຊຽນ, ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ການ​ຮ່ວມ​ມືຫຼາຍ​ຝ່າຍ ພິ​ເສດ​ແມ່ນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ, ການ​ຕ່າງ​ປະ​ເທດ, ເສດ​ຖະ​ກິດ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົ​ບ.

ສ ມວນ ຊ ນ ສ ງ ກະ ໂປ ບ ນ ດາ ການ ນຳ ອາ ຊຽນ ເຫ ນ ດ ເປ ນ ເອ ກະ ພາບ ປະ ຕ ບ ດ ບ ນ ດາ ມາດ ຕະ ການ ຢ າງ ລະ ອຽດ ເພ ອ ຜ ານ ຜ າ ສ ງ ທ າ ທາຍ ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກຸ່ມ​ ເຈົ້າ​ໜ້າ​ທີ່ອາ​ວຸ​ໂສ ​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ບັນ​ດາ​ປະ​ເທດ​ສືບ​ຕໍ່​ອັບ​ເດັດ​ໝາກ​ຜົນ​ຂອງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ລິ​ເລີ່ມຄື: ພື້ນ​ຖານ​ໂຄງ​ລ່າງ​ຕາ​ໜ່າງ​ສາຍ​ຕິດ​ຕໍ່​ພົວ​ພັນ​ໂດຍກົງ​ອາ​ຊຽນ ໃນ​ວິ​ວັດ​ທະ​ນາ​ການ ADMM, ເອ​ກະ​​ສານຫຼີກ​ລ້ຽງ​ການ​ແຕະ​ຕ້ອງທາງ​ອາ​ກາດ ສຳ​ລັບ ເຮືອ​ບິນ​ທະ​ຫານ, ເຄືອ​ຂ່າຍ​ນັກ​ຊ່ຽວ​ຊານ​ການ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ດ້ານ​ເຄ​ມີ, ຊີ​ວະ​ຊາດ​…

ສ ມວນ ຊ ນ ສ ງ ກະ ໂປ ບ ນ ດາ ການ ນຳ ອາ ຊຽນ ເຫ ນ ດ ເປ ນ ເອ ກະ ພາບ ປະ ຕ ບ ດ ບ ນ ດາ ມາດ ຕະ ການ ຢ າງ ລະ ອຽດ ເພ ອ ຜ ານ ຜ າ ສ ງ ທ າ ທາຍ ການ​ນຳ​ບັນ​ດາ​ປະ​ເທດຕີລາ​ຄ​າ​ສູງບົດ​ບາດ​ຂ​ອງ RCEP

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ຕີລາຄາວ່າ ສັນຍາ RCEP ບໍ່ພຽງແຕ່ແມ່ນຂໍ້ຕົກລົງທາງການຄ້າມີຂອບຂະໜາດໃຫຍ່ທີ່ສຸດໃນໂລກເທົ່ານັ້ນ, ຫາກຍັງມີລັກສະນະເປັນເອກະລັກສະເພາະກ່ຽວກັບຄຸນນະພາບ ແລະ ມາດຕະຖານ, ກໍຄືຜົນກະທົບຕັ້ງໜ້າຂອງສັນຍາສະບັບດັ່ງກ່າວທີ່ມີຕໍ່ການຍົກສູງລັກສະນະແກ້ງແຍ້ງ ແລະ ເຮັດໃຫ້ເພີ່ມຜົນປະໂຫຍດເສດຖະກິດຂອງບັນດາປະເທດສະມາຊິກທັງໝົດອີກດ້ວຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.