ພິ​ທີ​ສະ​ເຫຼີມ​ສະຫຼອງ​ລະ​ດູ​ບານ​ໃໝ່​ປີ ສະຫຼຸ ທາງ​ອອນ​ລາຍ​ຢູ່​ໂປ​ໂລຍ

10:34 | 14/02/2021

ຍ​ສ​ໝ - ນີ້​ແມ່ນ​ຄັ້​ງ​ທຳ​ອິດ ໂຄງ​ການ​ບຸນ​ເຕັດ​ໄດ້​ຈັດ​ຕັ້ງ​ທາງ​ອອນ​ລາຍ​ຍ້ອນ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ແຕ່​ຍັງ​ຮັກ​ສາ​ໄດ້​ບັນ​ຍາ​ກາ​ດ​ຕ້ອນ​ຮັບ​ປີ​ໃໝ່​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ.

ພ ທ ສະ ເຫ ມ ສະຫ ອງ ລະ ດ ບານ ໃໝ ປ ສະຫ ທາງ ອອນ ລາຍ ຢ ໂປ ໂລຍ ປະ​ຊາ​ຊົນ​ອາ​ຊີ ຕ້ອນ​ຮັບ​ບຸນ​ເຕັດ 2021
ພ ທ ສະ ເຫ ມ ສະຫ ອງ ລະ ດ ບານ ໃໝ ປ ສະຫ ທາງ ອອນ ລາຍ ຢ ໂປ ໂລຍ ຄອງຄອຍ​ບຸນ​ເຕັດ…
ພ ທ ສະ ເຫ ມ ສະຫ ອງ ລະ ດ ບານ ໃໝ ປ ສະຫ ທາງ ອອນ ລາຍ ຢ ໂປ ໂລຍ
ທ່ານ ຫງວຽນ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ

ຫວ່າງ​ແລ້ວນີ້, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໂປ​ໂລຍ​ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍຈັດ​ຕັ້ງ​ລາຍ​ການ “ສະ​ເຫຼີມ​ສະຫຼອງ​ລະ​ດູ​ບານ​ໃໝ່​ປີ ສະຫຼຸ” ຕາມ​ຮູບ​ການ​ທາງ​ອອນ​ລາຍ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເປັນ​ຈຳ​ນວນຫຼວງຫຼາຍ ກໍ່​ຄື​ເພື່ອນ​ມິດ​ໂປ​ໂລຍ​ຢູ່ຫຼາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ ຫວຽດ​ນາມ ແລະ ໂປ​ໂລຍ.

ນີ້​ແມ່ນ​ຄັ້​ງ​ທຳ​ອິດ ໂຄງ​ການ​ບຸນ​ເຕັດ​ໄດ້​ຈັດ​ຕັ້ງ​ທາງ​ອອນ​ລາຍ​ຍ້ອນ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ແຕ່​ຍັງ​ຮັກ​ສາ​ໄດ້​ບັນ​ຍາ​ກາ​ດ​ຕ້ອນ​ຮັບ​ປີ​ໃໝ່​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ.

ໃນ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ ທີ່​ສັກ​ກະ​ລະ​ບູນ​ຊາ​ນັ້ນ, ທ່ານ ຫງວຽນ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ໄດ້​ມີ​ບົດ​ກ່າວ​ປາ​ໄສ ແລະ ອວຍ​ພອນ​ບຸນ​ເຕັດ​ໄປ​ຍັງ​ປະ​ຊາ​ຄົມ. ທ່ານ​ໄດ້​ຫວນ​ຄືນ​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ ຂອງ​ຫວຽດ​ນາມ ກໍ່​ຄື​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ໂປ​ໂລຍ​ໃນ​ປີ 2020.

ທ່ານ​ກໍ່​ຕີ​ລາ​ຄາ​ສູງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ, ເຖິງວ່າ​ໃນ​ເງື່ອນ​ໄຂ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຕາມ, ແຕ່​ໄດ້​ມີຫຼາຍ​ຂໍ້​ລິ​ເລີ່ມ ແລະ ການ​ເຄື່ອນ​ໄຫວ​ທຳ​ການ​ກຸ​ສົນ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19, ຫາກ​ຍັງ​ສະ​ໜັບ​ສະ​ໜັບ​ບັນ​ດາ​ທ່ານ​ໝໍ​ໂປ​ໂລຍ​ໃນ​ບັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ໄດ້​ຮັບ​ຮອງ​ຈາກ ປະ​ຊາ​ຊົນ ແລະ ອຳ​ນາດ​ການ​ປົກ​ຄອງ ປະ​ເທດ​ປະ​ຈຳ​ຖິ່ນ.

ທ່ານ​ກໍ່​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ ຮັ​ກ​ແພງ​, ຊ່ວຍ​ເຫຼືອ​ກັນ ໃນ​ການ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ ຄື​ການມອບ​ຜ້າ​ອັດ​ປາກ - ດັງ​ໃຫ້​ແກ່​ແຂວງວິງ​ຟຸກ ຫຼື ສະ​ໜັບ​ສະ​ໜູນ ເງິນ​ເປັນ​ຈຳ​ນວນ 1433 ຕື້​ດົ່ງ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພາກ​ກາງ​ທີ່​ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວນ.

ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່, ທ່ານ ຫງວຽນ​ຮຸ່ງ ​ໄດ້​ອວຍ​ພອນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ​ສືບ​ຕໍ່​ສາ​ມັກ​ຄີ​ກັນ​ຢ່າງ​ໝັ້ນ​ຄົງ, ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່, ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງ​ຄົມ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ​ຢ່າງ​ເລິກ​ເຊິ່ງ​ກວ້າງ​ຂວາງ, ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງນອນ ແລະ ເປັນ​ຂົວ​ເຊື່ອມ​ຕໍ່​ຊ່ວຍ​ເພີ່ມ​ທະ​ວີ​ໄມ​ຕິ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ.

ພ ທ ສະ ເຫ ມ ສະຫ ອງ ລະ ດ ບານ ໃໝ ປ ສະຫ ທາງ ອອນ ລາຍ ຢ ໂປ ໂລຍ ປະ​ຊາ​ຊົນ​ອາ​ຊີ ຕ້ອນ​ຮັບ​ບຸນ​ເຕັດ 2021

ໂດຍເຊື່ອມຕົວເຂົ້າກັບບັນຍາການຂອງປີໃໝ່ທີ່ຄືກຄື້ນມ່ວນຊືນ, ການນຳຫຼາຍປະເທດໃນໂລກ ໄດ້ສົ່ງຄຳອວຍພອນອັນດີງາມ ໄປຍັງປະຊາຊົນບັນດາປະເທດເນື່ອງໃນໂອກາດ ບຸນເຕັດປີສະຫຼຸດ.

ພ ທ ສະ ເຫ ມ ສະຫ ອງ ລະ ດ ບານ ໃໝ ປ ສະຫ ທາງ ອອນ ລາຍ ຢ ໂປ ໂລຍ ຄອງຄອຍ​ບຸນ​ເຕັດ…

ຍ​ສ​ໝ - ຊຸມ​ວັນ​ໃກ້​ຈະ​ຮອດ​ບຸນ​ເຕັດ, ແມ່​ກະ​ກຽມ​ພັກ, ໝາກ​ໄມ້​ໃຫ້​ແກ່​ວັນ​ບຸນ​ເຕັດ. ຫ້ອງ​ແຕ່​ງກິນ​ຂອງ​ແມ່​ໃນ​ຊຸມ​ວັນ​ໜາວນີ້ ມີ​ລຸ​ກ​ລ້ານ​ເຕົ້າ​ໂຮມກັນ ຢູ່​ບິ່ມ​ອ້ອມ​ໝໍຕົ້ມ​ເຂົ້າ​ຕົ້ມ ເຮັດ​ໃຫ້ບັນ​ຍາ​ການ​ໃນ​ຍາມ​ນັ້ນ, ອົບ​ອຸ່ນ​ອີຫຼີ.

ພ ທ ສະ ເຫ ມ ສະຫ ອງ ລະ ດ ບານ ໃໝ ປ ສະຫ ທາງ ອອນ ລາຍ ຢ ໂປ ໂລຍ ບຸ​ນ​ເຕັດ​ 2021 ຂອງ​ຊາວ​ອາ​ຊີ

ຍ​ສ​ໝ - ​ປີ​ໃໝ່​ສະຫຼຸ​​ພວມ​ຈະ​ວຽນ​ມາ. ປະ​ຊາ​ຊົນ​ໃນ​ທົ່ວ​ທຸກ​ແຫ່ງ​ຢູ່​ອາ​ຊີ​ກໍ່​ພວມ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ ດ້ວຍ​ຄວາມ​ຮູ້​ສຶກ, ແນວ​ຄິດ​ຈິດ​ໃຈ​ທີ່​ແຕກ​ຕ່າງ​ກັນ

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.