ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ຫງວຽນ​ຝູ​ຈ້ອງ ​ສົ່ງ​ສານອວຍ​ພອນ​ເຖິງ​ສະ​ພາ​ທົ່ວ​ປະ​ເທດ ພັກ​ກອມ​ມູ​ນິດ ຝ​ລັ່ງ

18:33 | 26/12/2020

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຝລັ່ງ ແລະ 100 ປີແຫ່ງວັນຈັດຕັ້ງກອງປະຊຸມໃຫຍ່ Tours ( 25 – 30 ທັນວາ 1920 – 25 – 30 ທັນວາ 2020), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານອວຍພອນ ໄປເຖິງສະພາທົ່ວປະເທດ ພັກກອມມູນິດຝລັ່ງ.

ແນະນໍາວັດທະນະທໍາອາຫານການກິນຫວຽດນາມ ຢູ່ ລາວ ແນະນໍາວັດທະນະທໍາອາຫານການກິນຫວຽດນາມ ຢູ່ ລາວ
ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ
ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ຫງວຽນ​ຝູ​ຈ້ອງ ​ສົ່ງ​ສານອວຍ​ພອນ​ເຖິງ​ສະ​ພາ​ທົ່ວ​ປະ​ເທດ ພັກ​ກອມ​ມູ​ນິດ ຝ​ລັ່ງ
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ. ພາບ: TTXVN

ເນື້ອໃນສານອວຍພອນ ມີຕອນຂຽນວ່າ: “ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ, ພັກກອມມູນິດຝຣັ່ງ ໄດ້ໄປນໍາໜ້າໃນການຕໍ່ສູ້ຕ້ານລັດທິຟາດຊິດເຢຍລະມັນ, ຕ້ານນະໂຍບາຍຫົວເມືອງຂຶ້ນຂອງລັດຖະບານນາຍທຶນ, ຂົນຂວາຍມະຫາຊົນທວງເອົາສິດໃນການດຳລົງຊີວິດຂອງປະຊາຊົນ, ປະຊາທິປະໄຕ; ສະໜັບສະໜູນການຕໍ່ສູ້ຂອງປະຊາຊົນບັນດາປະເທດ ຫົວເມືອງຂຶ້ນ, ໃນນັ້ນມີຫວຽດນາມ.

ການພົວພັນມິດຕະພາບ, ຄວາມສາມັກຄີສັດຊື່ບໍລິສຸດ ລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຝລັ່ງ, ລະຫວ່າງປະຊາຊົນສອງປະເທດໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງຈາກການນຳສອງພັກລຸ້ນຕ່າງໆ, ເຊິ່ງເປັນພະຍາດຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີສາກົນ ລະຫວ່າງ ນັກກອມມູນິດ. ພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ການໜູນຊ່ວຍທາງດ້ານວັດຖຸ ແລະ ຈິດໃຈຢ່າງແທດຈິງ ແລະ ມີປະສິດທິຜົນ ເຊິ່ງນັກກອມມູນິດ ແລະ ປະຊາຊົນຝລັ່ງ ໄດ້ສະຫງວນໃຫ້ປະຊາຊົນ ຫວຽດນາມໃນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນກິດຈະການສ້າງສາແລະປົກປັກຮັກສາປະເທດຊາດໃນປັດຈຸບັນ, ຕັ້ງໜ້າປະກອບສ່ວນພັດທະນາການພົວພັນລະຫວ່າງ ສອງປະເທດ ຫວຽດນາມ ແລະ ຝລັ່ງ.

ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງ ຢູແກຼນ ໃນອາຊຽນ ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງ ຢູແກຼນ ໃນອາຊຽນ

ຍ​ສ​ໝ - ໃນການພົບປະ,ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການ ກໍ່​ຄື​ບັນ​ດາມາດຕະການຕ່າງໆເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ.

84% ຂອງເສັ້ນຊາຍແດນຫວຽດນາມ - ກຳປູເຈຍ ໄດ້ຮັບການແບ່ງເຂດປັກຫຼັກໝາຍ 84% ຂອງເສັ້ນຊາຍແດນຫວຽດນາມ - ກຳປູເຈຍ ໄດ້ຮັບການແບ່ງເຂດປັກຫຼັກໝາຍ

ຍສໝ - ເອກະສານນິຕິກຳ 2 ສະບັບທີ່ບັນທຶກຜົນສຳເລັດ ໃນການປັກຫຼັກໝາຍຊາຍແດນ ແລະ ແບ່ງເຂດແດນ (ປະມານ 84%) ຂອງຊາຍແດນແຜ່ນດິນຫວຽດນາມ - ກຳປູເຈຍໄດ້ມີຜົນບັງຄັບນຳໃຊ້ຢ່າງເປັນທາງການ ແລະ ເຂົ້າສູ່ຊີວິດການເມືອງຂອງສອງປະເທດ ໃນວັນທີ 22 ທັນວາ 2020.

ຫວຽດນາມ ສະໜັບສະໜູນມະຕິສະບັບເລກທີ 2231 ແລະ ສັນຍາ JCPOA ຫວຽດນາມ ສະໜັບສະໜູນມະຕິສະບັບເລກທີ 2231 ແລະ ສັນຍາ JCPOA

ຍ​ສ​ໝ - ທີ່ກອງປະຊຸມ, ສະມາຊິກສະພາຄວາມໝັ້ນຄົງ ສ​ປ​ຊ ສ່ວນຫຼາຍໄດ້ເຫັນດີກັບການຕີລາຄາຂອງນັກລາຍ​ງານ ແລະ ຢືນຢັນເຖິງຄວາມສຳຄັນຂອງມະຕິເລກທີ 2231 ແລະ JCPOA ໃນການແກ້ໄຂບັນຫານິວເຄຼຍອີຣານ ແລະ ພັນທະຂອງບັນດາຝ່າຍໃນ​ການປະຕິບັດຂອງມະຕິແລະຂໍ້ຕົກລົງສະບັບນີ້ຢ່າງຄົບ​ຖ້ວນ.

ໄຊພອນ

ເຫດການ
302 Found

Found

The document has moved here.