ເຊີນລາ: ກຽມພ້ອມສຳລັບສັບປະດາວັດທະນະທຳທ່ອງທ່ຽວເມືອງ ມົກເຈົາ ປີ 2023

06:57 | 18/08/2023

ຍສໝ - ສັບປະດາວັດທະນະທຳທ່ອງທ່ຽວ​ເມືອງ ມົກ​ເຈົາ ຈະຈັດຂຶ້ນ​ແຕ່​ວັນ​ທີ 28 ສິງຫາ ຫາ ວັນທີ 5 ກັນຍາ ຢູ່​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ມົກ​ເຈົາ.ນີ້​ຈະ​ແມ່ນ​ໂອກາດ​ເພື່ອ​ໃຫ້​ເມືອງ ມົກ​ເຈົາ ແນະນຳ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ເຜົ່າ​ໃນ​ເຂດ; ແນະນຳແຫຼ່ງທ່ອງທ່ຽວທຳມະຊາດລະດັບພາກພື້ນແຖວໜ້າຂອງໂລກຜ່ານບັນດາລະດູ “ລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ຫລົ່ນ, ລະດູໜາວ”; ແນະນຳບັນດາມໍລະດົກວັດທະນະທຳນາມມະທຳລະດັບຊາດ, ບັນດາຄວາມຮູ້ສຶກ; ເລື່ອງລາວຂອງຄວາມ​ຮັກ​ຂອງບ່າວສາວ​ຂອງບັນດາ​ຊົນ​ເຜົ່າ ມົກເຈົາ.

ເຊີນລາ: ກຽມພ້ອມສຳລັບສັບປະດາວັດທະນະທຳທ່ອງທ່ຽວເມືອງ ມົກເຈົາ ປີ 2023
ເມືອງ ມົກເຈົາ ກຽມພ້ອມສຳລັບສັບປະດາວັດທະນະທຳທ່ອງທ່ຽວ 2023. ພາບ: ນາມຈື່.

ສັບປະດາວັດທະນະທຳທ່ອງທ່ຽວ ມົກເຈົາ, ແຂວງ ເຊີນລາ, ຈະຈັດຂຶ້ນກົງກັບໂອກາດວັນຊາດຫວຽດນາມ (ທີ 2 ກັນຍາ), ດ້ວຍບັນດາການເຄື່ອນໄຫວທີ່ດູດດື່ມ, ເປັນເອກະລັກສະເພາະ, ເຂັ້ມຂົ້ນໄປດ້ວຍສີສັນຂອງມົກເຈົາ. ຕາມນັ້ນແລ້ວ, ແຕ່ວັນທີ 28 ສິງຫາ ຫາ ວັນທີ 4 ກັນຍາ, ສັບປະດາວັດທະນະທຳທ່ອງທ່ຽວ ມີຫຼາຍການກິດຈະກຳທີ່ດຶງດູດໃຈຄື: ງານແຂ່ງຂັນສະແດງສິລະປະພື້ນເມືອງຊາວເຜົ່າມົ້ງ, ແນະນຳສິລະປະແຕ້ມລວດລາຍໃນຊຸດອາພອນຂອງຊາວເຜົ່າມົ້ງຮວາ; ຊອກຮູ້ວັດທະນະທຳ, ອາຫານພື້ນເມືອງ, ການເຄື່ອນໄຫວຊຸມຊົນຕາມທ້ອງຖະໜົນ… ພ້ອມກັນນັ້ນ, ບັນດາເຂດ, ສະຖານທີ່ທ່ອງທ່ຽວໃນບໍລິເວນ ມົກເຈົາ ກໍ່ຈະມີຫຼາຍເຫດການທີ່ເປັນເອກະລັກສະເພາະ, ຄື: ຕະຫຼາດນັດ ໄຕບັກ, ຕະຫຼາດແຫ່ງຄວາມຮັກ ເຂດໄຕບັກ, ລາຍການສະແດງຊຸດອາພອນ…

ເຊີນລາ: ກຽມພ້ອມສຳລັບສັບປະດາວັດທະນະທຳທ່ອງທ່ຽວເມືອງ ມົກເຈົາ ປີ 2023
ການເຄື່ອນໄຫວຊຸມຊົນຕາມທ້ອງຖະໜົນ (ພາບ ; VOV)

ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງບັນດາ​ຂັ້ນ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ, ເຊີນ​ລາ ​ໄດ້ກຽມ​ພ້ອມ​​ສັບປະດາ​ວັດທະນະທຳທ່ອງ​ທ່ຽວ ມົກເຈົາ 2023, ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ນຳ​ມາເຊິ່ງບັນດາ​ປະສົບ​ການ​ທີ່​ດີງາມ, ມີ​ຄວາມ​ໝາຍ ​ແລະ ຈິດ​ໃຈ​ຮ່ວມ​ມື. ຜ່ານ​ນັ້ນ, ກໍ່ປະກອບສ່ວນ​ແນະນຳ​ບັນດາ​ເອກະລັກ​ວັດທະນະທຳ​ຂອງ​ຊາວ​ທ້ອງ​ຖິ່ນ ​ເປັນ​ຕົ້ນ​ແມ່ນ​ທັດສະນີ​ຍະ​ພາບ​ຂອງ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ມົກ​ເຈົາ ​ໄປສູ່ແຂກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ຊຸກຍູ້​ຂະ​ແໜງ​ທ່ອງ​ທ່ຽວ​ຂອງ​ເມືອງ ມົກ​ເຈົາ ເວົ້າ​ສະ​ເພາະ ​ແລະ ພື້ນຖານ​ເສດຖະກິດ​ຂອງ​ແຂວງ ເຊີນ​ລາ ເວົ້າລວມໃຫ້ນັບມື້ນັບພັດທະນາ.

ເຊີນລາ: ກຽມພ້ອມສຳລັບສັບປະດາວັດທະນະທຳທ່ອງທ່ຽວເມືອງ ມົກເຈົາ ປີ 2023
ຢູ່​ເຂດ​ທ່ອງ​ທ່ຽວ​ ມົກ​ເຈົາ Island ຈະ​ຈັດຕະຫຼາດນັດ ສຽງແຄນຮ້ອງເພື່ອນ ແຕ່​ວັນ​ທີ 31/8 ຫາ ວັນ​ທີ 3/9. ພາບ: ນາມຈື່.

ເຫດການ