ປະທານສະພາແຫ່ງຊາດລາວ ຕ້ອນຮັບ ກຳມະການກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ

ປະທານສະພາແຫ່ງຊາດລາວ ຕ້ອນຮັບ ກຳມະການກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ

ວັນ​ທີ 9 ຕຸ​ລາ 2018, ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ສະ​ຫາຍ ເຈິ່ນກວັກ ​ເວືອງ, ​ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການຄະ​ນະ​ເລ​ຂາ ​ທິ​ການ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 8-10 ຕຸລາ 2018.

ອະດີດປະທານປະເທດ ສປປ ລາວ ຕ້ອນຮັບ ທ່ານ ເຈີ່ນກ໋ວກ ເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ

ອະດີດປະທານປະເທດ ສປປ ລາວ ຕ້ອນຮັບ ທ່ານ ເຈີ່ນກ໋ວກ ເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ

ວັນ​ທີ 9 ຕຸ​ລາ 2018 ນີ້, ສະຫາຍ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ອະ​ດີດເລ​ຂາ​ທິ​ການ​ໃຫຍ່​ ຄະນະບໍລິຫານງານສູນກາງພັກ ປ​ປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສະ​ຫາຍ ເຈິ່ນກວັກ ​ເວືອງ, ​ກຳ​ມະ​ການ​ກົມ​ການ​ເມືອງ,ຜູ້​ປະ​ຈຳ​ການຄະ​ນະ​ເລ​ຂາ​ທິ​ການ​ ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 8-10 ຕຸລາ 2018.

ສາຍພົວພັນ ຫວຽດນາມ-ລາວ ນັບມື້ນັບໄດ້ຮັບການພັດທະນາ ເຂົ້າສູ່ລວງເລິກ ເປັນຮູບປະທຳໃນທຸກຂົງເຂດ

ສາຍພົວພັນ ຫວຽດນາມ-ລາວ ນັບມື້ນັບໄດ້ຮັບການພັດທະນາ ເຂົ້າສູ່ລວງເລິກ ເປັນຮູບປະທຳໃນທຸກຂົງເຂດ

ທ່ານ ເຈີ່ນກ໋ວກ ເວື້ອງ ຢັ້ນຢືນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຮ່ວມກັບ ສປປ ລາວ ເພື່ອຮັກສາ, ເສີມສ້າງ, ເຮັດໃຫ້ເລິກເຊິ່ງຕື່ມອີກ ແລະ ສືບທອດໄປຍັງຄົນລຸ້ນຫຼັງ ກ່ຽວກັບສາຍພົວພັນ ສາມັກຄີພິເສດ ຫວຽດນາມ-ລາວ.

ກອງປະຊຸມ ແກ້ໄຂບັນຫາ ການອົບພະຍົບ ແລະ ແຕ່ງດອງແບບບໍ່ໄດ້ຂໍອະນຸຍາດ ຂອງປະຊາຊົນ ລຽບຕາມຊາຍແດນ ຫວຽດນາມ-ລາວ

ກອງປະຊຸມ ແກ້ໄຂບັນຫາ ການອົບພະຍົບ ແລະ ແຕ່ງດອງແບບບໍ່ໄດ້ຂໍອະນຸຍາດ ຂອງປະຊາຊົນ ລຽບຕາມຊາຍແດນ ຫວຽດນາມ-ລາວ

ຍສໝ - ຕອນເຊົ້າຂອງວັນທີ 8 ຕຸລາ , ຄະນະກວດກາ ປະສານງານ ຄະນະກຳມະການ ການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ແລະ ຄະນະກຳມະການການຕ່າງປະເທດ ສະພາແຫ່ງຊາດ ລາວ ໄດ້ຈັດກອງປະຊຸມປຶກສາຫາລື ກັບ ຄະນະກຳມະການປະຊາຊົນແຂວງ ກ້ວາງຈິ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດ “ ສົນທິສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ ກ່ຽວກັບການແກ້ໄຂບັນຫາ ການອົບພະຍົບ ແລະ ແຕ່ງດອງແບບບໍ່ໄດ້ຂໍອະນຸຍາດ ຂອງປະຊາຊົນ ລຽບຕາມຊາຍແດນ ຫວຽດນາມ-ລາວ” ຢູ່ ແຂວງ ກ້ວາງຈິ.

ວິຖີຊີວິດຂອງຜູ້ຍິງ ຫວຽດນາມ ທີ່ຊອກຢູ່ຫາກິນ ຢູ່ ລາວ

ວິຖີຊີວິດຂອງຜູ້ຍິງ ຫວຽດນາມ ທີ່ຊອກຢູ່ຫາກິນ ຢູ່ ລາວ

ຍສໝ - ຜູ້ຍິງຫວຽດນາມ ຈາກແຂວງ ເຫງະອານ, ເທື່ອທຽນເຫວ້ ທີ່ດຳລົງຊີວິດຢູ່ລາວ ມາໄດ້20 ປີ. ພວກເຂົາຊອກຢູ່ຫາກິນດ້ວຍການຖີບລົດຖີບເກົ່າໆເລາະຂາຍເຂົ້າຈີ່ ແລະ ຂາຍໜາກສາລີຂົ້ວ(ປ໋ອບຄອນ) ຢູ່ຕະຫຼາດໃຈກາງ ແຂວງຊຽງຂວາງ. ໄກບ້ານແຕ່ພວກເຂົາກໍ່ມີຄວາມສຸກທີ່ຫາເງິນໄດ້ແລະສົ່ງກັບບ້ານໃຫ້ຄອບຄົວກໍ່ຄືຍາດຕິພີ່ນ້ອງ.

ງານບຸນ “ ນຳ້ໃຈມິດຕະພາບ ພິເສດຫວຽດ-ລາວ”ກຳລັງຈະເປີດຂື້ນຢູ່ ດ້ຽນບຽນ

ງານບຸນ “ ນຳ້ໃຈມິດຕະພາບ ພິເສດຫວຽດ-ລາວ”ກຳລັງຈະເປີດຂື້ນຢູ່ ດ້ຽນບຽນ

ຍສໝ - ອີງຕາມການລາຍງານຂອງ ສະພາປະຊາຊົນແຂວງດ້ຽນບຽນ, ງານບຸນ “ ນຳ້ໃຈມິດຕະພາບ ພິເສດຫວຽດ-ລາວ” ໂດຍກະຊວງ ຖະແຫຼງຂ່າວ ແລະ ສື່ສານມວນຊົນ ສົມທົບກັບ ຄະນະໂຄສະນາສູນກາງ, ສະພາປະຊາຊົນ ແຂວງ ດ້ຽນບຽນ ຈະຈັດຂື້ນໃນກາງເດືອນ ພະຈິກ 2018 ຢູ່ ນະຄອນ ດ້ຽນບຽນຟູ້.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບສະພາບການເສດຖະກິດ - ສັງຄົມ ຂອງແຕ່ລະປະເທດ, ກວດກາຄືນ ແລະ ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນ ຫວຽດນາມ - ລາວ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດໃຫ້ແກ່ປະເທດຊາດ ກໍ່ຄືໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດ ຫວຽດນາມ;

ນາຍົກເນັ້ນໃຫ້ທະນາຄານແຫ່ງ ສປປ ລາວ ເອົາ ໃຈໃສ່ ໃນຍຸກເຊື່ອມໂຍງແບບທັນສະໄໝ

ນາຍົກເນັ້ນໃຫ້ທະນາຄານແຫ່ງ ສປປ ລາວ ເອົາ ໃຈໃສ່ ໃນຍຸກເຊື່ອມໂຍງແບບທັນສະໄໝ

ໃນວັນທີ 6 ຕຸລາ 2018, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມບັນດາ ພະນັກງານຫລັກແຫລ່ງຂອງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດ ໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 50 ປີ, ເຊິ່ງທ່ານ ໄດ້ເນັ້ນໃຫ້ທະນາຄານແຫ່ງ ສປປ ລາວ ເອົາໃຈໃສ່ໃນຍຸກເຊື່ອມໂຍງ ຫັນເປັນທັນສະໄໝ ນັ້ນກໍຄືຍຸກການປະຕິວັດ ຫັນເປັນອຸດສະຫະກຳ 4.0 ເພື່ອຮັບປະກັນການ ພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ.

ປະທານສະພາແຫ່ງຊາດລາວ ວາງພວງມາລາ ແລະເຊັນປື້ມໄວ້ອາໄລທ່ານ ໂດ໋ເມື່ອຍ ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ປະທານສະພາແຫ່ງຊາດລາວ ວາງພວງມາລາ ແລະເຊັນປື້ມໄວ້ອາໄລທ່ານ ໂດ໋ເມື່ອຍ ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ວັນທີ 5 ຕຸລາ 2018 ສະຫາຍ ນາງ ປານີ ຢາ​ທໍ່​ຕູ້ ກໍາມະການກົມ​ການ​ເມືອງ​ສູນ​ກາງ​ພັກ ປະຊາຊົນ​ປະຕິວັດ​ລາວ, ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາ ແລະເຊັນປື້ມໄວ້ອາໄລ ຕໍ່ການຈາກໄປບໍ່ມີວັນຫວນກັບຄືນມາ ຂອງ ສະຫາຍ ​ໂດ໋ເມື່ອ​ຍ ອະ​ດີດ​ເລຂາທິການ​ໃຫຍ່ ​ພັກ​ກອມ​ມູນິດ​ຫວຽດນາມ ທີ່ສະຖານທູດຫວຽດນາມ ປະຈຳ ສປປ ລາວ.

ບາດກ້າວໃໝ່ ຂອງ ລັດຖະບານລາວ ບົນເວທີສາກົນ ກ່ຽວກັບ ທັດສະນະ ແລະ ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

ບາດກ້າວໃໝ່ ຂອງ ລັດຖະບານລາວ ບົນເວທີສາກົນ ກ່ຽວກັບ ທັດສະນະ ແລະ ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

ຍສໝ - ລັດຖະບານລາວ ສະ​ໜັບ​ສະ​ໜູນ​ຫົວຂໍ້ ຂອງ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 7 ທີ່ວ່າ : "ເຮັດໃຫ້ອົງການສະຫະປະຊາຊາດສຳຄັນຕໍ່ໝົດທຸກຄົນ ການນຳພາທົ່ວໂລກ ແລະ ຄວາມຮັບຜິດຊອບຮ່ວມກັນ ສຳລັບສັນຕິພາບ, ຄວາມຍຸຕິທຳ ແລະ ສັງຄົມທີ່ໝັ້ນຄົງເຊິ່ງມັນມີຄວາມສຳຄັນຕໍ່ສະຖານະການປັດຈຸບັນໃນທົ່ວໂລກ ແລະ ວຽກງານຂອງອົງການ ສະຫະປະຊາຊາດ".

ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ແລະສະຖາບັນອະນາໄມກັນພະຍາດ ແລະສົ່ງເສີມສຸຂະພາບກອງທັບປະຊາຊົນລາວ ແລກປ່ຽນບົດຮຽນນຳກັນ

ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ແລະສະຖາບັນອະນາໄມກັນພະຍາດ ແລະສົ່ງເສີມສຸຂະພາບກອງທັບປະຊາຊົນລາວ ແລກປ່ຽນບົດຮຽນນຳກັນ

ຫວ່າງແລ້ວນີ້, ສະຫາຍຮອງສາດສະດາຈານ ພັນເອກ ເຈິນເລແອັງ ຄະນະຮັບຜິດຊອບວຽກງານກາຝາກ-ແມງໄມ້, ວິທະຍານຄານການແພດກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າພົບປະແລກປ່ຽນບົດຮຽນດ້ານວຽກງານວິຊາການຢູ່ສະຖາບັນອະນາໄມກັນພະຍາດ ແລະສົ່ງເສີມສຸຂະພາບກອງທັບ ປະຊາຊົນລາວ ໂດຍການຕ້ອນຮັບຢ່າງອົບອຸ່ນ ແລະສະຫນິດສະຫນົມຈາກສະຫາຍພັນໂທ ໂພສະເດັດ ເສນາມົນຕີຫົວຫນ້າການທະຫານສະຖາບັນດັ່ງກ່າວພ້ອມດ້ວຍຄະນະນັກວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະຍື່ນຈົດໝາຍແຕ່ງຕັ້ງຂອງກົງສຸນໃຫຍ່ແຫ່ງ ສສ.ຫວຽດນາມ

ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະຍື່ນຈົດໝາຍແຕ່ງຕັ້ງຂອງກົງສຸນໃຫຍ່ແຫ່ງ ສສ.ຫວຽດນາມ

ໃນວັນທີ 3 ຕຸລາ 2018 ທີ່ກະຊວງການຕ່າງປະເທດ, ທ່ານນາງ ຄຳ​ເ​ພົາ ເອີນ​ທະ​ວັນ ຮອງລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ໃຫ້ການຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຂ່ຳ​ນັບ ແລະຍື່ນຈົດໝາຍແຕ່ງ​ຕັ້ງຂອງ ທ່ານ ບຸ່ຍເທ້ຢຸ້ງ ​ກົງ​ສຸນ​ໃຫຍ່ ​ແຫ່ງ ສ​ສ.ຫວຽດ​ນາມ ປະ​ຈຳ​ແຂວງຈຳປາສັກ ແລະຮັບ​ຜິດ​ຊອບ​ບັນ​ດາແຂວງ​ພາກໃຕ້​ ຂອງ ສ​ປ​ປ ລາວ.

ສປປ ລາວ ສະແດງຄວາມເສຍໃຈ ຕໍ່ການຈາກໄປຂອງ ອາດີດ ເລຂາທິການໃຫຍ່ ໂດ໋ເມື່ອຍ

ສປປ ລາວ ສະແດງຄວາມເສຍໃຈ ຕໍ່ການຈາກໄປຂອງ ອາດີດ ເລຂາທິການໃຫຍ່ ໂດ໋ເມື່ອຍ

ຍສໝ - ສະຫາຍ ໂດ໋ເມື່ອຍເຖິງແກ່ກຳ ບໍ່ພຽງແຕ່ເປັນການສູນເສຍຂອງ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ແຕ່ຍັງເປັນການສູນເສຍ ເພື່ອນມິດທີ່ໄກ້ສິດ ຂອງ ພັກ,ລັດ ແລະ ປະຊາຊົນລາວ ອ້າຍນ້ອງ.

ການແລກປ່ຽນວັດທະນະທຳ ລາວ-ສະວິດ ຜ່ານທາງສຽງດົນຕີ

ການແລກປ່ຽນວັດທະນະທຳ ລາວ-ສະວິດ ຜ່ານທາງສຽງດົນຕີ

ເມື່ອທ້າຍອາທິດຜ່ານມາ ຢູ່ໂຮງກາຍາສິນແຫ່ງຊາດ ນະຄອນຫລວງວຽງຈັນ, ອົງກອນສະວິດເພື່ອການພັດທະນາ ແລະ ຮ່ວມມືແມ່ຂອງ ປະຈຳ ສປປ ລາວ ຮ່ວມກັບ ບໍລິສັດ ເຕັ້ນຟັງລາວ ໄດ້ ຈັດງານສະແດງ ທີ່ມີຊື່ວ່າ ສາຍລົມ ແລະ ສຽງດົນຕີ ລາວ-ສະວິດ, ຊຶ່ງເປັນການສະແດງທີ່ມີທັງດົນຕີ ແລະ ການເຕັ້ນປະສົມປະສານກັນ.

ກົມສິລະປະການສະແດງຈັດຝຶກອົບຮົມ ການຟ້ອນລຳວົງລາວ ຄັ້ງທີ I

ກົມສິລະປະການສະແດງຈັດຝຶກອົບຮົມ ການຟ້ອນລຳວົງລາວ ຄັ້ງທີ I

ກົມສິລະປະການສະແດງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຝຶກອົບຮົມການຟ້ອນລຳວົງລາວ ຄັ້ງທີ I ໃນວັນທີ28 ກັນຍາ 2018ທີ່ຫໍວັດທະນະທຳແຫ່ງຊາດ ໂດຍມີສຳມະນາກອນ ຈາກບັນ ດາກົມກອງ ອ້ອມຂ້າງກະຊວງທັງ ຍິງ-ຊາຍ ເຂົ້າຮ່ວມ. ທັງ​ນີ້ ກໍເພື່ອເປັນການອະນຸລັກ, ເຜີຍແຜ່ ແລະ ໂຄສະນາວັດທະນະທຳລາວ ໂດຍສະເພາະແມ່ນການຟ້ອນລຳວົງລາວ ເຊິ່ງລຳວົງລາວໄດ້ສະເໜີເຂົ້າເປັນມໍລະ ດົກນາມມະທຳ ຕໍ່ອົງການອຸຍແນສໂກ ເຂົ້າເປັນມໍລະດົກໂລກໃນປີ 2018.

ສປປ ລາວ ແລະ ສປ ຈີນ ສົ່ງເສີມການຮ່ວມມືລະຫວ່າງສອງປະເທດ

ສປປ ລາວ ແລະ ສປ ຈີນ ສົ່ງເສີມການຮ່ວມມືລະຫວ່າງສອງປະເທດ

ຍສໝ - ໃນວັນທີ 28 ກັນຍາ 2018 ນີ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າຊາວຈີນຕ່າງດ້າວປະຈຳລາວ ຈັດກອງປະຊຸມປົວອາວ ສໍາລັບອາຊີ ຢູ່ນະ ຄອນຫລວງວຽງຈັນ (Boao Furum for Asia Vientiane Conference) ເພື່ອເປັນການຮັດແໜ້ນສາຍສຳພັນ ແລະ ສົ່ງເສີມການຮ່ວມມືລະຫວ່າງ ລາວ-ຈີນ, ທັງເປັນການສ້າງເຄືອຂ່າຍໃຫ້ແກ່ບັນດານັກທຸລະກິດ, ສົ່ງເສີມໃຫ້ມີການຮ່ວມມືກັນທາງດ້ານການຄ້າ ແລະ ການລົງທຶນ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄາດວ່າຈະເຮັດໃຫ້ບັນດານັກທຸລະກິດສາມາດສ້າງເຄືອຂ່າຍ ແລະ ມີການຮ່ວມມືກັນ ເຊິ່ງບໍ່ພຽງແຕ່ການຮ່ວມມືລະຫວ່າງ ລາວ-ຈີນ ເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມການຮ່ວມມືລະຫວ່າງ ລາວ ແລະ ບັນດາປະເທດຕ່າງໆອີກດ້ວຍ.

ຫວຽດນາມ-ລາວ ຮ່ວມມືພັດທະນາການຄ້າຊາຍແດນ

ຫວຽດນາມ-ລາວ ຮ່ວມມືພັດທະນາການຄ້າຊາຍແດນ

ຍສໝ - ຕອນບ່າຍວັນທີ 27 ກັນຍາ ຢູ່ນະຄອນ ດົ່ງເຫີຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ປະສານສົມທົບກັບ ສະພາປະຊາຊົນ ແຂວງ ກວ້າງບິ່ງ ຈັດກອງປະຊຸມ ຮ່ວມມືພັດທະນາການຄ້າຊາຍແດນ ຫວຽດນາມ-ລາວ ຄັ້ງທີ XI.

ອົງການ ກາແດງລາວ ເຂົ້າວາງພວງມາລາ ໄວ້ອາໄລ ປະທານປະເທດ ສສ ຫວຽດນາມ ເຈີ່ນດ້າຍ ກວາງ

ອົງການ ກາແດງລາວ ເຂົ້າວາງພວງມາລາ ໄວ້ອາໄລ ປະທານປະເທດ ສສ ຫວຽດນາມ ເຈີ່ນດ້າຍ ກວາງ

ຍສໝ - ໃນວັນທີ 27 ກັນຍາ 2018, ຮອງປະທານ ອົງການກາແດງລາວ ໄດ້ເຂົ້າຮ່ວມວາງພວງມາລາໄວ້ອາໄລ ຕໍ່ການຈາກໄປ ຂອງ ທ່ານ ເຈີ່ນ ດ໋າຍກວາງ ອະດີດ ປະທານປະເທດ ສສ ຫວຽດນາມ, ອາດິດ ປະທານກິດຕິມະສັກ ສະພາກາແດງ ສສ ຫວຽດນາມ ທີ່ສະຖາທູດ ສສ ຫວຽດ ນາມ ປະຈຳ ສປປ ລາວ ນະຄອນຫລວງວຽງຈັນ.

ລາວ-ຫວຽດນາມ ຮ່ວມມືໃນການຊອກຫາ ແລະ ຂຸດຄົ້ນ ອັດຖິຂອງນັກຮົບວິລະຊົນ ທີ່ເສຍສະຫຼະໃນປາສົງຄາມ ຢູ່ ລາວ

ລາວ-ຫວຽດນາມ ຮ່ວມມືໃນການຊອກຫາ ແລະ ຂຸດຄົ້ນ ອັດຖິຂອງນັກຮົບວິລະຊົນ ທີ່ເສຍສະຫຼະໃນປາສົງຄາມ ຢູ່ ລາວ

ໃນ​ວັນ​ທີ 26 ກັນຍາ 2018,ຢູ່ຫ້ອງວ່າການແຂວງຊຽງຂວາງ ​ໄດ້​ມີກອງປະຊຸມພົບປະ ແລະ ເຊັນບົດບັນທຶກຊ່ວຍຈຳ, ມອບຕົວເລກຄາດໝາຍການຊອກຄົ້ນ ຂຸດຄົ້ນອັດຖິ ນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ ເສຍສະຫລະຊີວິດ ໃນປາງສົງຄາມຢູ່ລາວ