ລົດຖີບຄັນເກົ່າໆແມ່ນ ພາຫະນະຕ່າງເຄື່ອງຂາຍ ເພື່ອລ້ຽງຊີບ ຢູ່ບ້ານເພີ່ນເມືອງທ່ານ
ຜ່ານການສອບຖາມຂອງ ນັກຂ່າວ ເທີ່ຍດ້າຍ ສ່ວນໃຫຍ່ຍາດຕິພີ່ນ້ອງ ແລະ ຄອບຄົວຢູ່ບ້ານຄິດວ່າ: ຜູ້ທີ່ໄປຕ່າງປະເທດຄ້າຂາຍ ຫຼືເຮັດທຸລະກິດໃດໆກໍ່ຕາມ ຕ້ອງມີຊີວິດທີ່ສະດວກສະບາຍ ກິນອີ່ມນຸ່ງອຸ່ນ. ຍ້ອນວ່າຄົນສ່ວນໃຫຍ່ແຕ່ລະປີໄດ້ສົ່ງເງິນກັບບ້ານຢ່າງເປັນປະຈຳ. ແຕ່ວ່າບໍ່ມີໃຜຮູ້ເບື້ອງຫຼັງຂອງຈຳນວນເງິນທຸກກີບທຸກອັດທີ່ສົ່ງກັບບ້ານນນັ້ນ ແມ່ນແລກມາດ້ວຍເຮື່ອແຮງ, ຄວາມລຳບາກ. ລຳບາກວ່າໝູ່ແມ່ນຜູ້ຍິງ. ແຕ່ລະມື້ພວກເຂົາຕ້ອງໄດ້ມີຄວາມມະນະພະຍາຍາມ ອົດທົນ ດຸໝັ່ນ ເລາະຂາຍເຄື່ອງຕາມ ບ້ານ, ເຂດຊອກຫຼີກ ແລະ ຕະຫຼາດໃຈກາງເມືອງ ເພື່ອຫາເງິນ ອັນມີຄ່າ ສົ່ງກັບບ້ານໃຫ້ຄອບຄົວ. ມື້ໃດກໍ່ຄືມື້ນັ້ນບໍ່ມີວັນພັກ ບໍ່ວ່າຈະຝົນຕົກແດດອອກ ຫຼືຈະເຈັບເປັນ, ພວກເຂົາບໍ່ກ້າທີ່ຈະພັກ ຕ້ອງໄດ້ສຸມທຸກກຳລັງເຮື່ອແຮງທີ່ມີເພື່ອຊອກຢູ່ຫາກິນ...
|
ນາງ ຫວໍຖິ ຮວາ (ອາຍຸ 36ປີ), ຢູ່ຕາແສງ ລົກໂບ້ນ, ເມືອງ ຟູ໋ລົກ, ແຂວງເທືອ່ທຽນເຫ້ວ.
ນາງ ຫວໍຖິ ຮວາ (ອາຍຸ 36ປີ), ຢູ່ຕາແສງ ລົກໂບ້ນ, ເມືອງ ຟູ໋ລົກ, ແຂວງເທືອ່ທຽນເຫ້ວໄດ້ເລົ່າໃຫ້ນັກຂ່າວວ່າ: “ ຢູ່ບ້ານເກີດຂອງລາວ ເຮັດວຽກຫາເງິນ ໝົດມື້ ແຕ່ບໍ່ພໍກິນ, ສົ່ງລູກຮຽນກໍ່ບໍ່ພໍ, ສະນັ້ນ ລາວແລະຜົວ ຕັດສິນໃຈ ຊອກຫາ “ປະຫວັດສາດໜ້າໃໝ່” ມາແຂວງຊຽງຂວາງ ເພື່ອຫາລ້ຽງຊີບ “ປ່ຽນຊີວິດ”. ຜົວເມຍ ພວກຂ້ອຍ ມາຫາລ້ຽງຊີບຢູ່ ລາວ ໄດ້ 20 ປີແລ້ວ, ແຕ່ລະມື້ພວກຂ້ອຍຕ້ອງໄດ້ຕື່ນແຕ່ເດິກ ໄປຮັບເຂົ້າຈີ່ ຈາກຄົນຫວຽດທີ່ເຂົາກໍ່ມາຫາກິນຢູ່ນີ້ຄືກັນ. ເມື່ອຮັບເຂົ້າຈີ່ມາແລ້ວ, ຂ້ອຍເລາະຂາຍຕາມຕະຫຼາດໃຈກາງເມືອງ, ສ່ວນຜົວຂ້ອຍຕ່າງໃສ່ລົດຈັກເລາະໄປຂາຍຕາມບ້ານນອກເມືອງ ນັບເປັນ 100 ຫັຼກ ຂາຍຈົນຄຳ່ຈິ່ງໄດ້ກັບ”.
|
ນາງ ຫວໍຖິ ຮວາ (ອາຍຸ 36ປີ), ຢູ່ຕາແສງ ລົກໂບ້ນ, ເມືອງ ຟູ໋ລົກ, ແຂວງເທືອ່ທຽນເຫ້ວ.
ຄວາມລຳບາກຂອງຜູ້ຍິງໄກບ້ານ
ຄືກັນກັບນາງ ຮວາ ແມ່ເຖົ້າ ຟານຖິ ຍາ (ອາຍຸ 57ປີ) ຢູ່ເມືອງ ແທັງເຈືອງ, ແຂວງເຫງະອານ. ແມ່ເຖົ້າ ຍາ ມາຮັບຈ້າງຂາຍເຂົ້າຈີ່ ໄດ້ເກືອບ 10ປີແລ້ວ.
|
ແມ່ເຖົ້າ ຟານຖິ ຍາ (ອາຍຸ 57ປີ) ຢູ່ເມືອງ ແທັງເຈືອງ, ແຂວງເຫງະອານ.
ແມ່ເຖົ້າ ຍາ ໄດ້ເລົ່າສູ່ຝັງວ່າ: “ ຍ້ອນຢູ່ບ້ານບໍ່ຄ່ອຍມີວຽກເຮັດງານທຳ, ລາວໄດ້ຮັບການແນະນຳຈາກ ເຈົ້າຂອງຮ້ານຂາຍເຂົ້າຈີ່ວ່າໃຫ້ມາຂາຍເຂົ້າຈີ່ໃຫ້ ຢູ່ ລາວ. ຢູ່ບ້ານທີ່ປຽບສະເໝືອບ້ານຫຼັງທີສອງນີ້ ລາວຕ້ອງໄດ້ຖີບລົດຖີບໄປຂາຍເຂົ້າຈີ່ເພື່ອກິນເປີເຊັນ. ຍ້ອນມີຄວາມລຳບາກ ເຮັດຈົນບໍ່ມີແຮງຊິເຮັດ ແຕ່ຄ່າຕອບແທນພັດໜ້ອຍ, ຍ້ອນເຈົ້າຂອງຮ້ານບີບ ເພື່ອເຈົ້າຂອງຮ້ານຈະໄດ້ມີລາຍຮັບຫຼາຍຂື້ນ ດັ່ງນັ້ນ ແມ່ເຖົ້າ ຍາ ຕັດສິນໃຈລາອອກ”.
ແມ່ເຖົ້າ ຍາ ຍັງໄດ້ແບ່ງປັນອີກວ່າ: “5 ປີທີ່ມາເຮັດວຽກຊອກຢູ່ຫາກິນ ຂ້ອຍຍັງບໍ່ໄດ້ຫຍັງໝົດ , ສະນັ້ນຂ້ອຍຕັດສິນໃຈ ປ່ຽນມາຂາຍ ໄຂ່ນົກກະທາ ແລະ ໝາກສາລີ ຂົ້ວ(ປ໋ອບຄອນ) ໃສ່ລໍ້ຍູ້ຂາຍ ຢູ່ໃຈກາງແຂວງ ຊຽງຂວາງ. ນັບຈາກນັ້ນມາ ລາວກໍ່ກັບມາມີຊີວິດທີ່ພໍກິນພໍໃຊ້ ແລະ ມີເງິນສົ່ງກັບເມືອບ້ານໃຫ້ລູກຫຼານ ”.
|
|
ແມ່ເຖົ້າ ຟານຖິ ຍາ ກັບຮ້ານຂາຍ ໝາກສາລີຂົ້ວ(ປ໋ອບຄອນ).
ສາມາດເວົ້າໄດ້ວ່າ ການທີ່ຈາກບ້ານໄປຊອກຢູ່ຫາກິນຢູ່ຕ່າງປະເທດ ເປັນທາງເລືອກສຸດທ້າຍຂອງ ຜູ້ຍິງຫວຽດນາມ. ຈາກເລື່ອງເລົ່າທີ່ພວກເຂົາແບ່ງປັນ ການໄປເຮັດວຽກຢູ່ຕ່າງປະເທດ ນັ້ນແມ່ນການປະເຊີນກັບຊີວິດທີ່ຕ້ອງມີຄວາມອົດທົນ, ລຳບາກ, ມານະພະຍາຍາມ ແລະ ດຸໝັ່ນ. ເຂົາຕ້ອງໄດ້ແລກກັບການຢູ່ກັບຄອບຄົວ ຍາດຕິພີ່ນ້ອງ, ຮັກສາ-ເບິ່ງແຍງຕົວເອງ. ຈຳນວນເງິນທີ່ພວກເຂົາສົ່ງກັບບ້ານນັ້ນແມ່ນເຮື່ອແຮງ, ຍາດນຳ້ຕາ ຊຳ້ບໍ່ໜຳກໍ່ແລກມາດ້ວຍເລືອດຂອງເຂົາໃນການຊອກຢູ່ຫາກິນ.
ດັ່ງນັ້ນພວກເຮົາຄວນຄິດຄືນ ທົບທວນໃຫ້ຄັກແນ່ໃນການທີ່ຈະໄປຕ່າງປະເທດຫາວຽກເຮັດງານທຳ ເພາະມັນບໍ່ແມ່ນວຽກທີ່ສະບາຍ, ຫາເງິນໄດ້ງ່າຍ ຫຼືວ່າຈະສ້າງຄວາມຮັ່ງຄວາມມີໄດ້ຢ່າງສະບາຍໆ...
(ຫັດທະບູນ)