|
ການຟ້ອນລຳວົງລາວ.
ທ່ານ ຄຳພວງ ອິນທະວົງສີ ສິລະປິນແຫ່ງຊາດ, ຫົວໜ້າກົມສິລະປະການສະແດງ ໄດ້ກ່າວວ່າ: ປະເທດລາວ ເປັນປະເທດທີ່ມີຄວາມອຸດົມຮັ່ງມີ ທາງດ້ານວັດທະນະທຳ, ມໍລະດົກວັດທະນະທຳທີ່ເກົ່າແກ່ ແລະ ຕິດພັນກັບວິ ຖີຊີວິດ ການເປັນຢູ່ຂອງຄົນລາວ ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ທີ່ບໍ່ມີວັນຈືດຈາງ ນັ້ນກໍຄື ການຂັບ-ລຳ ແຕ່ເໜືອຮອດໃຕ້, ຈັງຫວະ ແລະ ທຳນອງຂັບ-ລຳ ແມ່ນເອກະລັກສະເພາະຕົວຂອງແຕ່ລະທ້ອງຖິ່ນ, ຈະແມ່ນງານ ສັງສັນ ຢູ່ໃນລະດັບໃດກໍຕາມ ເມື່ອມີສຽງຂັບ-ລຳດັງຂຶ້ນທຸກໆຄັ້ງກໍຈະມີຜູ້ໄປຟ້ອນນຳ, ແຕ່ໄລຍະຜ່ານມາ ລີລາທ່າຟ້ອນປະກອບໃສ່ລຳແຕ່ລະແບບ ແມ່ນຍັງບໍ່ທັນເປັນເອກະພາບກັນ ແລ້ວແຕ່ຜູ້ຈະຟ້ອນຕາມໃຈຂອງໃຜລາວ.
|
ການຟ້ອນລຳວົງລາວ.
ສະນັ້ນເພື່ອໃຫ້ຜູ້ຮຽນບໍ່ເກີດຄວາມສັບສົນວ່າ ຈະເອົາທ່າໃດ ຫລື ແບບຟ້ອນໃດຈຶ່ງຈະຖືກຕ້ອງ ເພື່ອຄວາມເປັນເອກະພາບກັນໃນສັງຄົມນັ້ນ, ຊຸດອົບຮົມຄັ້ງນີ້ ຈຶ່ງໄດ້ນຳເອົາການຟ້ອນລຳວົງລາວ ຈຳນວນ 4 ຈັງຫວະ ມາຝຶກ ສອນເຊັ່ນ: ຟ້ອນລຳວົງທ່າເຊີນຊວນ, ຟ້ອນລຳວົງທ່າຕັ່ງຫວາຍ, ຟ້ອນລຳວົງທ່າສາລະວັນ ແລະ ເຕັ້ນບາສະລົບລາວ.
(ແຫຼ່ງຂໍ້ມູນ: ຂປລ)