ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ

21:21 | 06/10/2018

ນາຍົກລັດຖະມົນຕີ ສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບສະພາບການເສດຖະກິດ - ສັງຄົມ ຂອງແຕ່ລະປະເທດ, ກວດກາຄືນ ແລະ ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນ ຫວຽດນາມ - ລາວ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

ຕອນບ່າຍວັນທີ 6 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ແນວລາວສ້າງຊາດ ສປປ ລາວ ມາເຂົ້າຮ່ວມພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຂອບອົກຂອບໃຈຕໍ່ການນຳ ແລະ ປະຊາຊົນລາວ ອ້າຍນ້ອງກ່ຽວກັບບັນດານ້ຳໃຈ ແລະ ການກະທຳອັນລ້ຳຄ່າທີ່ສະຫງວນໃຫ້ແກ່ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ, ຖືນີ້ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີແບບພິເສດ, ຍາມໃດກໍ່ຮຽງບ່າຮຽງໄຫຼ່, ຮ່ວມສຸກຮ່ວມທຸກລະຫວ່າງ ຫວຽດນາມ ແລະ ລາວ, ພ້ອມນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມສອງປະເທດເຂົ້າໃຈກ່ຽວກັບການພົວພັນບໍລິສຸດຜຸດຜ່ອງ ແລະ ເປັນແບບຢ່າງລະຫວ່າງສອງພັກ, ສອງປະເທດ ຫວຽດນາມ ແລະ ລາວ ຕື່ມອີກ.

ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີ ສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບສະພາບການເສດຖະກິດ - ສັງຄົມ ຂອງແຕ່ລະປະເທດ, ກວດກາຄືນ ແລະ ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນ ຫວຽດນາມ - ລາວ. ດ້ວຍຄວາມຕັດສິນໃຈນຳການພົວພັນສອງຝ່າຍສືບຕໍ່ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກ່ວາອີກ, ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີສືບຕໍ່ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງຕັ້ງໜ້າ, ຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການປະຕິບັດບັນດາໂຄງການຮ່ວມມືລົງທຶນຈຸດສຸມຕາມທິດຮັບປະກັນຄຸນນະພາບ, ມີປະສິດທິຜົນ, ຖືກກັບຄວາມຄືບໜ້າ ແລະ ຫຼີກລ້ຽງການຟຸມເຟືອຍ, ພ້ອມທັງສົມທົບກັນກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 41 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ໂດຍດ່ວນເຊິ່ງຄາດວ່າຈະດຳເນີນໃນຕົ້ນປີ 2019 ຢູ່ ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.