ບາດກ້າວໃໝ່ ຂອງ ລັດຖະບານລາວ ບົນເວທີສາກົນ ກ່ຽວກັບ ທັດສະນະ ແລະ ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

09:33 | 05/10/2018

ຍສໝ - ລັດຖະບານລາວ ສະ​ໜັບ​ສະ​ໜູນ​ຫົວຂໍ້ ຂອງ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 7 ທີ່ວ່າ : "ເຮັດໃຫ້ອົງການສະຫະປະຊາຊາດສຳຄັນຕໍ່ໝົດທຸກຄົນ ການນຳພາທົ່ວໂລກ ແລະ ຄວາມຮັບຜິດຊອບຮ່ວມກັນ ສຳລັບສັນຕິພາບ, ຄວາມຍຸຕິທຳ ແລະ ສັງຄົມທີ່ໝັ້ນຄົງເຊິ່ງມັນມີຄວາມສຳຄັນຕໍ່ສະຖານະການປັດຈຸບັນໃນທົ່ວໂລກ ແລະ ວຽກງານຂອງອົງການ ສະຫະປະຊາຊາດ".

ບາດກ້າວໃໝ່ ຂອງ ລັດຖະບານລາວ ບົນເວທີສາກົນ ກ່ຽວກັບ ທັດສະນະ ແລະ ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລາວ.

ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລາວ ໄດ້​ຂຶ້ນ​ກ່າວ ​ຄຳ​ປາ​ໄສ ທີ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 73.

ໂດຍທ່ານໄດ້ກ່າວວ່າ: “ຂ້າ​ພະ​ເຈົ້າ​ຂໍ​ເລີ່ມ​ຕົ້ນ​ດ້ວຍ​ການ​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ທ່ານ​ນາງ ມາ​ເຣຍ ເຟີ​ນັນ​ດາ ເອສປີໂນຊາ ກາເຊັສ (Maria Fernanda Espinosa Garces) ສຳລັບການຖືກເລືອກໃຫ້ເປັນປະທານກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດສະໄໝທີ 73ນີ້.”

ໃນກອງປະຊຸມສະມັດຊາໃຫຍ່ຄັ້ງນີ້, ທ່ານລັດຖະມົນຕີກໍໄດ້ກ່າວເຖິງຫຼາຍບັນຫາທີ່ສຳຄັນ ກ່ຽວກັບ ເປົ້າໝາຍການພັດທະນາໃນລາວ. ເປັນຕົ້ນແມ່ນ ທ່ານໄດ້​ກ່າວ​ວ່າ “ເພື່ອ​ຮັບ​ຮູ້​ໂຄງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030 ແລະບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຫຼື SDG ນັ້ນ, ລັດຖະບານ ລາວ ໄດ້ລວມເອົາເປົ້າໝາຍຕ່າງໆຂອງ SDG ເຂົ້າໃນແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ຂອງເຂົາເຈົ້າ ສຳລັບປີ 2016-2020 ບໍ່ດົນ ຫຼັງຈາກການຮັບຮອງເອົາໂຄງການປີ 2030. ເນື່ອງຈາກວ່າ ມັນມີຄວາມຕ້ອງການທີ່ສະເພາະເຈາະຈົງນັ້ນ, ສປປ ລາວ ຈຶ່ງໄດ້ພະຍາຍາມເປັນພິເສດ ດ້ວຍການຮັບຮອງເອົາ SDG 2018 ຊື່ວ່າ “ຢູ່ຢ່າງປອດໄພຫ່າງໄກຈາກລະເບີດທີ່ບໍ່ທັນແຕກ ຫຼື Lives Safe from Unexploded Ordnance” ເພື່ອແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກ. ໃນກອງປະຊຸມການເມືອງລະດັບສູງ ທີ່ໄຂຂຶ້ນໃນເດືອນກໍລະກົດປີນີ້, ລັດຖະບານ ລາວ ໄດ້ອາສາສະໝັກລາຍງານບົດວິເຄາະແຫ່ງຊາດເປັນຄັ້ງທຳອິດ ກ່ຽວກັບ ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ເຊິ່ງໄດ້ພົບເຫັນຄວາມກ້າວໜ້າ ທີ່ສຳຄັນ ແລະ ຂໍ້ຈຳກັດທີ່ເພີ່ມຂຶ້ນໃນຊຸມປີທີ່ຜ່ານມາ.”

ທ່ານ ສະເຫຼີມໄຊ ໄດ້ກ່າວວ່າ “ໃນຂະນະທີ່ປະເທດໄດ້​ຮັບ​ແຮງ​ກະ​ຕຸ້ນ ກ່ຽວກັບ ເປົ້າໝາຍການພັດທະນາແບບຖາວອນ ແລະ ການຫຼຸດພົ້ນຈາກປະເທດດ້ອຍ ພັດທະນານັ້ນ, ສປປ ລາວ ຍັງຄົງມີຄວາມສ່ຽງຕໍ່ຜົນກະທົບຈາກພາຍນອກຢູ່. ໃນປີນີ້, ພວກເຮົາໄດ້ປະສົບກັບຄວາມເຄັ່ງຕຶງທີ່ເພີ່ມຂື້ນ ຈາກສະພາບອາກາດ ປ່ຽນແປງ ແລະ ໄພພິບັດທຳມະຊາດ ທີ່ໄດ້ເຮັດໃຫ້ມີການສູນເສຍ ແລະ ຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນໃນຫຼາຍພາກສ່ວນຂອງ ໂລກຢ່າງຫຼວງຫຼາຍ. ຄືກັບປະເທດອື່ນໆນັ້ນ, ສປປ ລາວ ກໍບໍ່ໄດ້ຖືກລະເວັ້ນ ແລະ ໄດ້ຮັບຜົນກະທົບຢ່າງໜັກຈາກໄພທຳມະຊາດໂດຍສະເພາະ ໄພນໍ້າຖ້ວມທີ່ຍືດເຍື້ອໃນທົ່ວປະເທດ. ນີ້ແມ່ນໄພທຳມະຊາດທີ່ຮ້າຍແຮງທີ່ສຸດ ທີ່ເຄີຍເກີດຂຶ້ນໃນປະຫວັດສາດຂອງປະເທດພວກເຮົາ. ທຸກມື້ນີ້, ໝູ່ບ້ານ 2,409ແຫ່ງຈາກຈຳນວນ 8,464 ແຫ່ງ ຢູ່ໃນ 115 ເມືອງຈາກ 148 ເມືອງ ແມ່ນໄດ້ຮັບຜົນກະທົບໂດຍໄພນໍ້າຖ້ວມຄັ້ງໃຫຍ່.

ມູນຄ່າຂອງຄວາມເສຍຫາຍ ທີ່ແນ່ນອນ ແມ່ນຍັງບໍ່ເປັນທີ່ຮູ້ຈັກເທື່ອ ໃນຂະນະທີ່ການປະເມີນຜົນ ຫຼັງ ໄພພິບັດ ຈະໄດ້ດຳເນີນຂຶ້ນ ໃນສອງສາມເດືອນຂ້າງໜ້ານີ້. ໄພທຳມະຊາດນີ້ ໄດ້ສ້າງຜົນກະທົບຢ່າງຮ້າຍແຮງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢູ່ໃນຂົງເຂດທີ່ ຖືກກະທົບ. ໃນປັດຈຸບັນນີ້, ລັດຖະບານລາວ,ພ້ອມກັບການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ລວມທັງບັນດາອົງການທີ່ບໍ່ ຂຶ້ນກັບລັດຖະບາແລະບຸກຄົນຕ່າງໆແມ່ນໄດ້ສະໜອງການຊ່ວຍເຫຼືອສຸກເສີນ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ເຊັ່ນການສະໜອງບ່ອນພັກເຊົາຊົ່ວຄາວ, ອາຫານ ແລະ ການປິ່ນປົວສຸຂະພາບ.

ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຂໍຖືໂອກາດນີ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງ ແລະ ຄວາມຮູ້ບຸນຄຸນມາຍັງບັນດາປະເທດເພື່ອນມິດ ແລະ ບັນດາອົງການຈັດຕັ້ງສາກົນທັງຫຼາຍ ສຳລັບການ ຊ່ວຍເຫຼືອທີ່ມີຄຸນຄ່າ ທີ່ໄດ້ສະໜອງໃຫ້ພວກເຮົາ ໃນລະຫວ່າງເວລາທີ່ລຳບາກນີ້.”

ທ່​ານ ສະ​ເຫຼີມໄຊ ຍັງໄດ້​ເນັ້ນ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ປະ​ຕິ​ບັດ​ຕາມ​ຄຳ​ສັນ​ຍາ​ຂອງຂໍ້ຕົກລົງ ປາຣີ ໂດຍບັນດາຜູ້ນຳໂລກ ແລະ ຄວາມສຳຄັນຕ່າງໆ ໃນການແກ້ໄຂ
ບັນຫາສະພາບອາກາດປ່ຽນແປງ ແລະ ການຈັດການກັບຄວາມສ່ຽງຕໍ່ໄພພິບັດໃນ ອາຊຽນ. ໂດຍສະເພາະແມ່ນການສະໜັບສະໜູນຢ່າງຕໍ່ເນື່ອງ ຂອງສະຫະປະຊາຊາດ ສຳລັບແຜນຍຸດທະສາດປະຕິບັດການຮ່ວມ ອາຊຽນ-ສະຫະປະຊາຊາດ ກ່ຽວກັບ ການຈັດການໄພພິບັດປີ 2016-2020.

ສັນ​ຕິ​ພາບ ແລະ ຄວາມ​ປອດ​ໄພ​ຢູ່​ໃນ​ໂລກ​ກໍ​ເປັ​ນ​ອີກ​ນຶ່ງໃນບັນດາປັດ​ໄຈ​ທີ່​ສຳ​ຄັນ ຕໍ່​ການພັດທະນາເສດຖະກິດຂອງທຸກໆປະເທດ. ເຊິ່ງທ່ານລັດຖະມົນຕີການຕ່າງປະເທດລາວ ໄດ້ກ່າວຍົກຍ້ອງຄວາມສຳເລັດຂອງການຕົກລົງກັນແກ້ໄຂບັນຫາຄວາມຂັດແຍ້ງ ໂດຍບັນດາຜູ້ນຳໂລກເມື່ອບໍ່ດົນມານີ້.

ທ່ານ ສະ​ເຫຼີມ​ໄຊ ກ່າວ​ວ່າ “ພວກ​ເຮົາ​ທຸກ​ຄົນ​ຮັບ​ຮູ້​ວ່າ ສັນ​ຕິ​ພາບ ແລະ ຄວາມ​ປອດ​ໄພ​ແມ່ນສິ່ງຈຳເປັນສຳລັບການພັດທະນາເສດຖະກິດສັງຄົມ ສຳລັບທຸກປະເທດ. ສະນັ້ນ,ພວກເຮົາຈຶ່ງຕ້ອງໄດ້ຮັກສາ ແລະ ສົ່ງເສີມສັນຕິພາບ ແລະ ຄວາມປອດໄພບໍ່ວ່າຈະເປັນຢ່າງໃດກໍຕາມ. ປະສົບການໃນຄັ້ງຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ການລະງັບຄວາມຂັດແຍ້ງດ້ວຍວິທີສັນຕິ ແມ່ນວິທີທີ່ດີທີ່ສຸດ ທີ່ຈະຮັບປະກັນສັນຕິພາບທີ່ຍືນຍົງ ເຊິ່ງມັນມີຄວາມສຳຄັນສຳລັບການພັດທະນາແບບຍືນຍົງຂອງປະເທດໃດນຶ່ງ.ມັນຈຶ່ງເປັນໜ້າທີ່ຂອງປະຊາຄົມນາໆຊາດທີ່ຈະສ້າງການເຊື່ອຖືເຊິ່ງກັນແລະກັນຕໍ່ໄປແລະຄວາມໝັ້ນໃຈໃນຄວາມພະຍາຍາມທີ່ຈະເອົາຊະນະສິ່ງທ້າທາຍທີ່ກຳລັງດຳເນີນຢູ່ຮ່ວມກັນແລະຊອກຫາການແກ້ໄຂບັນຫາທີ່ສະຫງົບຕໍ່ຄວາມຂັດແຍ້ງຫຼືການຕໍ່ສູ້ຕ່າງໆທີ່ພວກເຮົາໄດ້ເຫັນໃນຫຼາຍພາກພື້ນຂອງໂລກ.”

ທ້າຍ​ສຸດ ໃນ​ການ​ກ່າວ​ສະຫຼຸບ​ຄຳ​ປາ​ໄສ​ນັ້ນ ທ່ານ ສະ​ເຫຼີມ​ໄຊ ກໍ​ໄດ້​ກ່າວ​ສະ​ໜັບ​ສະ​ໜູນ​ຫົວຂໍ້ຂອງກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດສະໄໝທີ7ທີ່ວ່າເຮັດໃຫ້ອົງການສະຫະປະຊາຊາດສຳຄັນຕໍ່ໝົດທຸກຄົນ ການນຳພາທົ່ວໂລກ ແລະ ຄວາມຮັບຜິດຊອບຮ່ວມກັນ ສຳລັບສັນຕິພາບ, ຄວາມຍຸຕິທຳ ແລະ ສັງຄົມທີ່ໝັ້ນຄົງເຊິ່ງມັນມີຄວາມສຳຄັນຕໍ່ສະຖານະການປັດຈຸບັນໃນທົ່ວໂລກ ແລະ ວຽກງານຂອງອົງການ ສະຫະປະຊາຊາດ.

(​ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ