ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະຍື່ນຈົດໝາຍແຕ່ງຕັ້ງຂອງກົງສຸນໃຫຍ່ແຫ່ງ ສສ.ຫວຽດນາມ

23:15 | 04/10/2018

ໃນວັນທີ 3 ຕຸລາ 2018 ທີ່ກະຊວງການຕ່າງປະເທດ, ທ່ານນາງ ຄຳ​ເ​ພົາ ເອີນ​ທະ​ວັນ ຮອງລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ໃຫ້ການຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຂ່ຳ​ນັບ ແລະຍື່ນຈົດໝາຍແຕ່ງ​ຕັ້ງຂອງ ທ່ານ ບຸ່ຍເທ້ຢຸ້ງ ​ກົງ​ສຸນ​ໃຫຍ່ ​ແຫ່ງ ສ​ສ.ຫວຽດ​ນາມ ປະ​ຈຳ​ແຂວງຈຳປາສັກ ແລະຮັບ​ຜິດ​ຊອບ​ບັນ​ດາແຂວງ​ພາກໃຕ້​ ຂອງ ສ​ປ​ປ ລາວ.

ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະຍື່ນຈົດໝາຍແຕ່ງຕັ້ງຂອງກົງສຸນໃຫຍ່ແຫ່ງ ສສ.ຫວຽດນາມ

ທ່ານນາງ ຄຳ​ເ​ພົາ ເອີນ​ທະ​ວັນ ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຂ່ຳ​ນັບ ແລະຍື່ນຈົດໝາຍແຕ່ງ​ຕັ້ງຂອງທ່ານ ບຸ່ຍເທ້ຢຸ້ງ. ພາບ: ຂ່າວສານປະເທດລາວ.

ໃນ​ໂອກາດນີ້, ທ່ານນາງ ຄຳ​ເ​ພົາ ເອີນ​ທະ​ວັນ ໄດ້​ສະ​ແດ​ງ​ຄວາມຍິ​ນ​ດີ​ຕ້ອນ​ຮັບ ແລະຊົມ​ເຊີຍຕໍ່​ທ່ານ ບຸ່ຍເທ້ຢຸ້ງ ທີ່​ໄດ້​ຮັບ​​ແຕ່ງ​ຕັ້ງ​ໃຫ້​ມາ​ດຳ​ລົງ​ຕຳ​ແໜ່ງ​ເປັນກົງ​ສຸນ​ໃຫຍ່ ແຫ່ງ ສ​ສ. ຫວຽດ​ນາມ ປະ​ຈຳ​ແຂວງ​ຈຳປາສັກ, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າພາຍ​ໃນ​ໄລ​ຍະເວ​ລາ​ທີ່​ທ່ານ​ກົງ​ສຸນ​ໃຫຍ່ປະ​ຕິ​ບັດ​​ໜ້າ​ທີການ​ທູດ​ຂອງຕົນຢູ່ ສ​ປ​ປ ລາວ, ຈະສືບ​ຕໍ່ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ​​ຄວາມສາ​ມັກ​ຄີແບບ​ພິ​ເສດ ແລະການ​ຮ່ວມ​ມື​ຮອບ​ດ້ານລະ​ຫວ່າງ​ສອງ​ປະ​ເທດກໍຄືປະຊາຊົນສອງຊາດລາວ-ຫວຽດ​ນາມ. ພິເສດ, ແມ່ນ​ການ​ພົວ​ພັນ​ຮ່ວມ​ມືລະ​ຫວ່າງແຂວງ​ຈຳປາສັກ ແລະບັນ​ດາ​ແຂວງ​ພາກໃຕ້ຂອງ​ລາວ ກັບບັນ​ດາ​ແຂວງ​​ຂອງ​ຫວຽດ​ນາມ ໃຫ້​ມີ​ປະ​ສິດ​ທິ​ຜົນ ແລະງອກ​ງາມ​ຍິ່ງໆ​ຂຶ້ນ, ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງປະເທດ ເຊັ່ນ: ຂໍ້ຕົກລົງໃນກອງປະຊຸມຄັ້ງທີ 40 ຂອງຄະນະກຳມະການຮ່ວມມືສອງຝ່າຍລາວ-ຫວຽດນາມ, ຫວຽດນາມ-ລາວ, ການຊຸກຍູ້ບັນດາໂຄງການຮ່ວມມືຂອງສອງປະເທດຢູ່ບັນດາແຂວງທີ່ຕົນຮັບຜິດຊອບ ແລະດຶງດູດການລົງທຶນຂອງຫວຽດນາມ ມາສູ່ບັນດາແຂວງພາກໃຕ້ຂອງລາວ, ເອົາໃຈໃສ່ຮັດແໜ້ນການເຕົ້າໂຮມຄວາມສາມັກຄີລະຫວ່າງພີ່ນ້ອງຊາວຫວຽດນາມ ທີ່ອາໄສຢູ່ໃນບັນດາແຂວງພາກໃຕ້ຂອງລາວ ໃຫ້ດຳລົງຊີວິດຢ່າງມີຄວາມສຸກປະກອບສ່ວນເຂົ້າໃນການພັດທະນາຂອງບັນດາແຂວງພາກໃຕ້ເວົ້າສະເພາະ ກໍຄືເສີມຂະຫຍາຍການຮ່ວມມືສອງຝ່າຍ.

ໃນ​ໂອ​ກາດ​ດັ່ງ​ກ່າວ​, ທ່ານນາງ ຄຳ​ເ​ພົາ ເອີນ​ທະ​ວັນ ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫລືອ​ຂອງພັກ, ລັດ​ຖະ​ບານ ແລະປະ​ຊາ​ຊົນ​ຫວຽດ​ນາມ ອ້າຍ​ນ້ອງ​ທີ່​ໄດ້ໃຫ້​ການ​ຊ່ວຍ​ເຫລືອ ສ​ປ​ປ ລາວ ​ເປັນ​ຢ່າງ​ດີຕະຫລອດ​ມາ, ເຊິ່ງ​ເປັນ​ການ​ປະ​ກອບ​ສ່ວນ​​ອັນສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາເສດ​ຖະ​ກິດ-ສັງ​ຄົມຂອງ​ແຂວງຈຳປາສັກ ແລະບັນ​ດາ​ແຂວງ​ພາກໃຕ້​​ຂອງລາວ, ພິເສດແມ່ນການຊ່ວຍເຫລືອທີ່ທັນການ ແລະມີປະສິດທິຜົນຕໍ່ເຫດການອຸທົກກະໄພຢູ່ເມືອງສະໜາມໄຊ ແຂວງອັດຕະປື.

​ໃນ​ໂອ​ກາດ​ດຽວ​ກັນ, ທ່ານ ບຸ່ຍເທ້ຢຸ້ງ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຕໍ່ທ່ານນາງ ຄຳ​ເພົາ ເອີນ​ທະ​ວັນ ທີ່​ໄດ້​ໃຫ້​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ ແລະສະ​ໜິດ​ສະ​ໜົມ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າຕະຫລອດ​ໄລ​ຍະປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ຢູ່ ສ​ປ​ປ ລາວ ຈະ​ປະ​ກອບ​ສ່ວນ​ຢ່າງສຸດ​ຄວາມ​ສາ​ມາດເຂົ້າໃນການພັດທະນາຂອງບັນດາແຂວງພາກໃຕ້ຂອງລາວ ກໍຄືໃນການເສີມຂະຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​, ຄວາມ​ສາ​ມັກຄີແບບ​ພິ​ເສດ ແລະການ​ຮ່ວມ​ມື​ຮອບ​ດ້ານລະ​ຫວ່າງ​ສອງ​ປະ​ເທດ​​ໃຫ້ຈະ​ເລີນງອກ​ງາມຍິ່ງໆ​ຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.