ການແລກປ່ຽນວັດທະນະທຳ ລາວ-ສະວິດ ຜ່ານທາງສຽງດົນຕີ

16:28 | 01/10/2018

ເມື່ອທ້າຍອາທິດຜ່ານມາ ຢູ່ໂຮງກາຍາສິນແຫ່ງຊາດ ນະຄອນຫລວງວຽງຈັນ, ອົງກອນສະວິດເພື່ອການພັດທະນາ ແລະ ຮ່ວມມືແມ່ຂອງ ປະຈຳ ສປປ ລາວ ຮ່ວມກັບ ບໍລິສັດ ເຕັ້ນຟັງລາວ ໄດ້ ຈັດງານສະແດງ ທີ່ມີຊື່ວ່າ ສາຍລົມ ແລະ ສຽງດົນຕີ ລາວ-ສະວິດ, ຊຶ່ງເປັນການສະແດງທີ່ມີທັງດົນຕີ ແລະ ການເຕັ້ນປະສົມປະສານກັນ.

ການແລກປ່ຽນວັດທະນະທຳ ລາວ-ສະວິດ ຜ່ານທາງສຽງດົນຕີ

ການແລກປ່ຽນວັດທະນະທຳ ລາວ-ສະວິດ ຜ່ານທາງສຽງດົນຕີ.

ການສະແດງດົນຕີຄັ້ງນີ້, ຈາກປະເທດສະວິດເຊີແລນ ນຳໂດຍ ທ່ານ ນາງ ອີເລຍນາ ເບີກີ່ (Eliana Burki) ນັກຫລິ້ນ Alphorn ແລະ ທ່ານ ຄຣິສຕຽນ ວີນີເກີ (Christian Winiker) ນັກກີຕ້າ. ສຳລັບດົນຕີ ແລະ ການເຕັ້ນຈາກຟັງລາວ ນຳໂດຍ ທ່ານ ໂອໄດ ແສງດາວົງ ແລະ ທ່ານ ສິນທະວົງ ແສງມຸນທອງ.

ທ່ານ ທິມ ເອັນເດີລິນ (Tim Enderlin) ຜູ້ອຳນວຍການ ອົງກອນສະວິດເພື່ອການພັດທະນາ ແລະ ຮ່ວມມື ແມ່ຂອງ ປະຈຳ ສປປ ລາວ ກ່າວວ່າ: ໃນປີ 2017 ແຄນລາວ ໄດ້ຖືກຈົດທະບຽນເປັນມໍລະດົກໂລກຈາກອົງການ UNESCO ຊຶ່ງເປັນອີກແຮງບັນດານໃຈ ແລະ ເປັນກຽດຢ່າງຍິ່ງ ທີ່ຈະໄດ້ເຫັນແຄນລາວ ຫລິ້ນຮ່ວມກັບດົນຕີທີ່ມີຊື່ສຽງ ຈາກປະເທດສະວິດເຊີແລນ ອາພາຍອອນ (Alphorn).

ທ່ານ ທິມ ເອັນເດີລິນກ່າວຕື່ມວ່າ: ການແລກປ່ຽນວັດທະນະທຳໃນຄັ້ງນີ້, ແມ່ນເປັນສາຍ ສຳພັນຂອງວົງການສິລະປະ ລະຫວ່າງສິລະປິນຂອງປະເທດລາວ ແລະ ປະເທດສະວິດເຊີແລນ, ການເຊື່ອມໂຍງ ລະຫວ່າງວັດທະນະທຳ ແລະ ການພັດທະນາ ແມ່ນມີຢູ່ຫລາຍປະການ ພວກເຮົາອົງກອນສະວິດເພື່ອການພັດທະນາ ແລະ ການຮ່ວມມື ຮູ້ສຶກເປັນກຽດທີ່ໄດ້ມອບງົບປະມານ ໃນການດຳເນີນການ 1% ໃນການສົ່ງເສີມ ໂຄງການ ທາງດ້ານວັດທະນະທຳ ຜ່ານກອງທຶນສົ່ງເສີມທາງດ້ານວັດທະນະທຳ ສຳລັບຄົນລາວເພື່ອຄົນລາວ, ໂດຍມຸ່ງເນັ້ນເຖິງການສະແດງອອກ, ການຖ່າຍທອດແລກປ່ຽນຄວາມຮູ້, ການປະຕິບັດ ແລະ ຄວາມເປັນເອກະລັກ.

Eliana Burki ເປັນນັກດົນຕີມີຊື່ສຽງ ທີ່ປະສົບຜົນສຳເລັດ ໄດ້ໄປສະແດງຫລາຍປະເທດ ເປັນຕົ້ນ ຍູໂຣບ, ອາເມລິກາ, ອາເມລິກາໃຕ້ ແລະ ເອເຊຍ,ປັດຈຸບັນ Eliana Burki ໄດ້ກາຍເປັນທູດທາງດ້ານວັດທະນະທຳ ເຄື່ອງດົນຕີ ອາພາຍອອນ ຈາກປະເທດສະວິດເຊີແລນ. ໃນສະໄໝກ່ອນເຄື່ອງດົນຕີອາພາຍອອນ ແມ່ນໃຊ້ໃນການສື່ສານໂດຍຊາວນາ ລະຫວ່າງ ພູຕໍ່ພູ ແລະ ແຄນລາວ ແມ່ນຫລິ້ນໃນບຸນປະເພນີ ແລະ ເທດສະການຕ່າງໆ. ເຄື່ອງດົນຕີນີ້, ມີສິ່ງທີ່ຄ້າຍຄືກັນ ກໍຄືໃຊ້ລົມເປົ່າ ແລະ ຍັງສາມາດຫລິ້ນປະກອບກັບເຄື່ອງດົນຕີ ຫລາຍຊະນິດອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ