ປະທານສະພາແຫ່ງຊາດລາວ ຕ້ອນຮັບ ກຳມະການກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ

15:40 | 09/10/2018

ວັນ​ທີ 9 ຕຸ​ລາ 2018, ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ສະ​ຫາຍ ເຈິ່ນກວັກ ​ເວືອງ, ​ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການຄະ​ນະ​ເລ​ຂາ ​ທິ​ການ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 8-10 ຕຸລາ 2018.

ປະທານສະພາແຫ່ງຊາດລາວ ຕ້ອນຮັບ ກຳມະການກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ

ປະທານສະພາແຫ່ງຊາດ ຕ້ອນຮັບກຳມະການກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ.(ພາບ: ຂປລ)

ໂອກາດດັ່ງກ່າວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະ​ຫາຍ ເຈິ່ນກວັກ ​ເວືອງ ທີ່ໄດ້ນຳພາຄະນະ ເດີນທາງມາຢ່ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງຂຶ້ນໄປເລື້ອຍໆ. ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການ ສະໜັບສະໜູນ ຊ່ວຍ ເຫລືອແກ່ ສປປ ລາວ ໃນທຸກຂົງເຂດວຽກງານຕະຫລອດມາ. ພ້ອມດຽວກັນນັ້ນ, ທັງສອງ​ຝ່າຍ​ ໄດ້ແຈ້ງ​ໃຫ້​ກັນ​ຊາບ ກ່ຽວກັບ ສະ​ພາບ​ການ​ພົ້ນ​ເດັ່ນ​ຂອງ​ແຕ່​ລະ​ພັກ, ແຕ່​ລະ​ປະ​ເທດ ​ແລະ ​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ ກ່ຽວ​ກັບ​ທິດ​ທາງ​ການ​ສືບ​ຕໍ່​ ເສີມ​ຂະ​ຫຍາຍ​ການ​ພົວ​ພັນ ​ຮ່ວມ​ມື​ໃນ​ຕໍ່​ໜ້າ​ ໃຫ້ເກີດດ​ອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ. ​

ສະ​ຫາຍ ເຈິ່ນກວັກ ​ເວືອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ແຈ້ງຈຸດປະສົງຂອງການເດີນ ທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ໃຫ້ທ່ານປະທານສະພາແຫ່ງຊາດ ຮັບຊາບ. ພ້ອມທັງ​ຕີ​ລາ​ຄາ​ສູງ​ ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ຫວຽດ​ນາມ-ລາວ ຕະຫລອດ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ອື່ນໆ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.