ຍສໝ - ແຕ່ວັນທີ 15-21 ມີນາ 2022, ທ່ານນາງເອກອັກຄະລັດຖະທູດ Morocco ທັງຮັບຜິດຊອບ Ivory Coast ດັ້ງທິທູຮ່າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ Ivory Coast ເພື່ອຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ.
ຍສໝ - ທ່ານນາງຮອງເລຂາທິການໃຫຍ່ສະຫະປະຊາຊາດ ແລະ ທັງເປັນເລຂາບໍລິຫານຄະນະກຳມະການເສດຖະກິດ ແລະ ສັງຄົມຂອງສະຫະປະຊາຊາດ ປະຈຳອາຊີ ແລະ ປາຊີຟິກ (ESCAP) Armida Salsiah Alisjahbana ຢືນຢັນວ່າ ຄະນະກຳມະການຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືກັບ ຫວຽດນາມ ແລະ ໃຫ້ຄຳໝັ້ນສັນຍາຍາມໃດກໍ່ຈະເອົາໃຈໃສ່, ຕັ້ງໜ້າໜູນຊ່ວຍ ຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.
ຍສໝ - ຕອນບ່າຍວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິ່ງຕຽນຢຸງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio, ກຸ່ມບໍລິສັດ Sumitomo ແລະ ບໍລິສັດຫຸ້ນສ່ວນກຸ່ມ BRG ເພື່ອປຶກສາຫາລືກ່ຽວກັບໂຄງການນະຄອນອັດສະລິຍະຮ່າໂນ້ຍ.
ຍສໝ - ແຕ່ວັນທີ 22-25 ມີນາ, ສະມາຄົມນັກທຸລະກິດສິງກະໂປ (SBF) ໄດ້ຈັດຕັ້ງກອງປະຊຸມສຸດຍອດທຸລະກິດສິງກະໂປ (APEX 2022). ເຈົ້າໜ້າທີ່ລັດຖະບານ ແລະ ຜູ້ນຳທຸລະກິດ 3,000 ກວ່າຄົນທີ່ມາຈາກ 57 ປະເທດໄດ້ເຂົ້າຮ່ວມກອງປະຊຸມ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຄວນສົມທົບກັນຢ່າງແໜ້ນແຟ້ນກັບຄະນະກຳມະການແຫ່ງຊາດ ກ່ຽວກັບຊາວໜຸ່ມຫວຽດນາມ ແລະ ຄະນະຊາວໜຸ່ມສູນກາງ ປະຕິບັດໂຄງການສະເພາະຢ່າງມີປະສິດທິຜົນ, ສອດຄ່ອງກັບຈິດໃຈຊີ້ນຳຂອງລັດຖະບານ.
ຍສໝ - ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 23 ມີນາ, ທ່ານໂຄສົກຂອງປະທານາທິບໍດີ ສ.ເກົາຫຼີ Kim Eun-hye ໃຫ້ຮູ້ວ່າ: ຫວຽດນາມ ແມ່ນປະເທດມີຄວາມເປັນມິດກັບ ສ.ເກົາຫຼີ ແລະ ໄດ້ຮັກສາການພົວພັນບທີ່ມີຄວາມໄວ້ເນື້ອເຊື່ອໃຈເປັນມູນເຊື້ອໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19 ແລະ ລະບົບສະໜອງທົ່ວໂລກຖືກຂາດວັດຂາດຕອນ.
ຍສໝ - ທ່ານເອກອັກຄະລັດຖະທູດ ມາຍເຟືອກຢູງ ໄດ້ຕາງໜ້າປະທານປະເທດປະດັບຫຼຽນໄຊມິດຕະພາບ ແລະ ຕາງໜ້າໃຫ້ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ປະດັບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງປະເທດ” ໃຫ້ແກ່ທ່ານນາງ Catherine.
ການເຂົ້າຮ່ວມຂອງສະພາແຫ່ງຊາດ, ຮ່ວມເດີນທາງພ້ອມກັບລັດຖະບານ ຫວຽດນາມ ສ້າງລະບອບລະບຽບການ, ຮ່າງບັນດາແຜນການ ແລະ ຍຸດທະສາດການກະທຳ ເພື່ອປະຕິບັດບັນດາເປົ້າໝາຍຕ້ານການປ່ຽນແປງຂອງດິນຟ້າອາກາດ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຢືນຢັນວ່າ ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມດັ່ງກ່າວ ແລະ ປາດຖະໜາຢາກເຂົ້າຮ່ວມເພື່ອປະກອບສ່ວນຜັນຂະຫຍາຍບັນດາຂໍ້ສະເໜີລະອຽດໃຫ້ເລິກເຊິ່ງກວ່າ.
ຍສໝ - ວັນທີ 23 ມີນາ, ທ່ານ ຫງວຽນຮົ່ງຢ໋ຽນ ລັດຖະມົນຕີກະຊວງອຸດສະຫະກຳ-ການຄ້າ ແລະ ທ່ານ ແອນາໂຕລີ ຊີເວັກ ຮອງນາຍົກລັດຖະມົນຕີເບລາຣູສ ນຳພາສະໄໝກອງປະຊຸມຄັ້ງທີ 15 ຂອງຄະນະກຳມະການຮ່ວມລັດຖະບານຫວຽດນາມ-ເບລາຣູສ ກ່ຽວກັບການຮ່ວມມືເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ ດ້ວຍຮູບແບບທາງໄກອອນໄລ໌.
ຍສໝ - ໃນສອງວັນ ວັນທີ 23 ແລະ 24 ມີນາ (ເວລາຂອງນິວຢອກ), ກອງປະຊຸມໃຫຍ່ສະຫະປະຊາຊາດ ສືບຕໍ່ຈັດຕັ້ງກອງປະຊຸມຮີບດ່ວນຄັ້ງທີ 11 ເພື່ອປຶກສາຫາລືກ່ຽວກັບສະຖະນະການຂອງຢູເຄຣນ ໂດຍສຸມໃສ່ເຂົ້າໃນສະຖານະການທາງດ້ານມະນຸດສະທຳ.
ຍສໝ - ສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ຕ້ອນຮັບ ແລະໜູນຊ່ວຍຊາວຫວຽດນາມ ອົບພະຍົບປະມານ 720 ຄົນທີ່ມາຈາກ ຢູແກຼນ, ໃນນັ້ນ 400 ຄົນໄດ້ຮັບການຊ່ວຍເຫຼືອທີ່ພັກຊົ່ວຄາວ, 320 ຄົນໄດ້ຮັບອາຫານ, ແລະ ຊື້ປີ້ລົດໄຟເພື່ອໄປຍັງປະເທດອື່ນຕໍ່.
ຍສໝ - ທ່ານນາງ Manuela V.Ferro - ຮອງປະທານທະນາຄານໂລກ ຮັບຜິດຊອບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ເນັ້ນໜັກວ່າ ປະທານທະນາຄານໂລກ WB ຈະສືບຕໍ່ຮ່ວມເດີນທາງກັບລັດຖະບານ ຫວຽດນາມ ໃນໄລຍະທາງຂອງການພັດທະນາທີ່ຈະມາເຖິງ...
ຍສໝ - ຫວຽດນາມ ແລະ ອາເມລິກາ ແມ່ນສອງພື້ນຖານເສດຖະກິດທີ່ມີຄຸນລັກສະນະເພີ່ມເຕີມໃຫ້ກັນ, ສະນັ້ນມີຄວາມສາມາດບົ່ມຊ້ອນຫລາຍດ້ານໃນການຮ່ວມມື, ບໍ່ພຽງແຕ່ດ້ານພະລັງງານ ແລະ ການປ່ຽນແປງຂອງດິນຟ້າອາກາດເທົ່ານັ້ນ ຫາກຍັງໃນຫລາຍຂົງເຂດອື່ນໆອີກ...
ຍສໝ - ໄລ່ມາຮອດວັນທີ 17 ມີນາ 2022, ຫວຽດນາມ ໄດ້ບັນລຸຂໍ້ຕົກລົງ ກ່ຽວກັບການຮັບຮອງໜັງສືຜ່ານແດນວັກແຊງ ພ້ອມກັບ 17 ປະເທດ. ຜູ້ຖືຫນັງສືຜ່ານແດນວັກແຊງ ສາມາດນຳໃຊ້ບັນດາມາດຕະການທາງການແພດ ຄືກັນກັບຜູ້ທີ່ໄດ້ຮັບການສັກຢາວັກຊີນໃນປະເທດປະຈຳຖິ່ນ.
ຍສໝ - ໃນໄລຍະຜ່ານມາ, ປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ Slovakia ແລະ ພິເສດແມ່ນສະມາຄົມນະຄອນ Kosice ແລະ ບັນດາແຂວງພາກຕາເວັນອອກ Slovakia ໄດ້ຊ່ວຍເຫຼືອຜູ້ປະຊາຊົນອົບພະຍົບອອກ ຈາກຢູແກຼມ ໄປຍັງ Slovakia, ໃນນັ້ນມີພົນລະເມືອງຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນ ກອງປະຊຸມວິສາຫະກິດ ຫວຽດນາມ - ລາວ ເພື່ອຊຸກຍູ້ການຜັນຂະຫຍາຍໂຄງການລົງທຶນຂະໜາດໃຫຍ່ຂອງວິສາຫະກິດ ຫວຽດນາມ ຢູ່ ລາວ ແລະ ຊຸກຍູ້ບັນດາໂຄງການຮ່ວມມືລົງທຶນໃໝ່, ມີລັກສະນະຍຸດທະສາດໃນໄລຍະຈະມາເຖິງ.
ຍສໝ - ຫວຽດນາມ ໄດ້ປະກາດໃຊ້ບັນດາກົນໄກນິຕິກຳທີ່ຈຳເປັນ ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ, ໃນນັ້ນມີກົດໝາຍວ່າດ້ວຍ ຄວາມສະເໝີພາບລະຫວ່າງຍິງຊາຍ, ກົດໝາຍວ່າດ້ວຍ ການຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ.
ຕອນບ່າຍວັນທີ 23/3, ຈາກທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຈາລະຈາ ທາງໂທລະສັບກັບ ປະທານາທິບໍດີ ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງຂອງ ສເກົາຫຼີ ທ່ານ Yoon Suk-yeol.
ປັດຈຸບັນ, ຫວຽດນາມ ແມ່ນສະມາຊິກຂອງກຸ່ມຫຼັກແຫຼ່ງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ ຢູ່ສະພາສິດທິມະນຸດ ສປຊ ແລະ ພວມຢູ່ໃນວິວັດທະນາການອອກສະໝັກເລືອກຕັ້ງ ເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025. ຜ່ານການ ອອກສະໝັກເລືອກຕັ້ງເປັນສະມາຊິກຂອງສະພາສິດທິມະນຸດ, ຫວຽດນາມ ຈະເສີມຂະຫຍາຍບົດບາດຕັ້ງໜ້າຢ່າງແຮງ, ສືບທອດ ແລະ ແຜ່ກະຈາຍຂໍ້ລິເລີ່ມ, ບູລິມະສິດ, ຊຸກຍູ້ວິທີການເຂົ້າເຖິງໂດຍ ຖືເອົາມະນຸດ, ປະຊາຊົນເປັນໃຈກາງ, ເປັນຕົ້ນແມ່ນໃນຄວາມມານະພະຍາຍາມຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພ້ອມກັບ ໂລກໃນປັດຈຸບັນ.