ຫວຽດນາມ ຖື​ເປັນ​ສຳຄັນ​ການ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ

13:17 | 28/03/2022

ຍ​ສ​ໝ - ແຕ່ວັນທີ 22-25 ມີນາ, ສະມາຄົມນັກທຸລະກິດສິງກະໂປ (SBF) ໄດ້ຈັດຕັ້ງກອງປະຊຸມສຸດຍອດທຸລະກິດສິງກະໂປ (APEX 2022). ​ເຈົ້າ​ໜ້າ​ທີ່​ລັດຖະບານ ​ແລະ ຜູ້ນຳ​ທຸລະ​ກິດ 3,000 ກວ່າ​ຄົນ​ທີ່​ມາ​ຈາກ 57 ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ປະທານ VUFO ເຂົ້າ​ຮ່ວມ​ພິທີ​ລົງມື​ກໍ່ສ້າງ​ຂົວ​ຊົນນະບົດ 4 ​ແຫ່ງ ​ແລະ ​ເຮືອນ​ມິດຕະພາບ 25 ​ຫຼັງ ຢູ່ ກ່າ​ເມົາ ປະທານ VUFO ເຂົ້າ​ຮ່ວມ​ພິທີ​ລົງມື​ກໍ່ສ້າງ​ຂົວ​ຊົນນະບົດ 4 ​ແຫ່ງ ​ແລະ ​ເຮືອນ​ມິດຕະພາບ 25 ​ຫຼັງ ຢູ່ ກ່າ​ເມົາ
ຫຼົງໄຫຼກັບ​ຕະ​ຫຼາດ​ທີ່​ມີ​ຊື່​ສຽງ​ຂອງ​ດິນ​ແດນ ບັກຮ່າ ຫຼົງໄຫຼກັບ​ຕະ​ຫຼາດ​ທີ່​ມີ​ຊື່​ສຽງ​ຂອງ​ດິນ​ແດນ ບັກຮ່າ
ຫວຽດນາມ ຖື​ເປັນ​ສຳຄັນ​ການ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: Baoquocte.vn)

ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ທີ່ SABS 2022 ມີການ​ເຂົ້າ​ຮ່ວມ​ຂອງ​ນັກ​ປະ​ຖະ​ກະ​ຖາ​ຫຼາຍກວ່າ 100 ທ່ານ ເພື່ອປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມ​ຕ່ອງ​ໂສ້​ການ​ສະ​ໜອງ​ແບບ​ຍືນ​ຍົງ, ໂຄງ​ລ່າງ​ແບບ​ຍືນ​ຍົງ​ໃນລະ​ບົບ​ມູນ​ຄ່າ, ການ​ເງິນສີ​ຂຽວ ແລະ ພາ​ລະ​ບົດ​ບາດ​ຂອງ​ສະ​ຖາ​ບັນ​ການ​ເງິນ, ຊຸກ​ຍູ້​ການ​ຫັນ​ເປັນ​ທຸ​ລະ​ກິດ​ໂດຍ​ຜ່ານ​ການ​ຫັນ​ເປັນ​ດິ​ຈິ​ຕອນ, ສ້າງ​ບັນດາສັນ​ຍາ​ການ​ຄ້າ​ເສ​ລີໃຫ້ອະນາຄົດດິຈິຕອນ, ຍືນຍົງ ແລະ ສາມາດແກ່ງແຍ້ງ, ສ້າງສູນທຸລະກິດບົນເວທີດິຈິຕອນ ແລະ ຄວາມປອດໄພທາງໄຊເບີ...

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ປຶກສາ​ຫາລື​ໃນ​ວັນ​ທີ 23 ມີ​ນາ ດ້ວຍ​ຫົວ​ຂໍ້ “ອະນາຄົດ​ວ​ຽກ​ເຮັດ​ງານ​ທຳ​ຢູ່​ພາກ​ພື້ນ ອາ​ຊຽນ”, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ສິງກະ​ໂປ ມາຍ​ເຟືອກ​ຢຸງ ຖື​ວ່າ: ຫວຽດນາມ ໄດ້ສຸມ​ໃສ່ກໍ່​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່​ໃຫ້​ທັນ​ສະ​ໄໝ, ສຸມ​ໃສ່​ເຂົ້າ​ໃນ​ບາງ​ອາ​ຊ​ີບ​ສຳຄັນຄື: ອຸດ​ສາ​ຫະ​ກໍາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​, ການ​ເງິນ​ທະ​ນາ​ຄານ​, ພະ​ລັງ​ງານ​ສະ​ອາດ​, ເສດ​ຖະ​ກິດ​ທະ​ເລ ...

ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ​ຕໍ່​ໄປ​ຂອງ​ຫວຽດ​ນາມ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດທີ່​ມີ​ຄຸນ​ນະ​ພາບ​ສູງ, ຖື​ວ່າ​ ແມ່ນ​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ໄລ​ຍະ​ກາງ ແລະ ໄລ​ຍະຍາວ​.

ປະຈຸ​ບັນ ຫວຽດນາມ ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ຢ່າງ​ໃຫຍ່​ຫຼວງ​ຂອງ​ພະນັກງານ​ວິຊາ​ການ ຫຼື ພະນັກງານ​ບໍລິຫານ​ລະດັບ​ກາງ ​ແລະ ສູງ ​ໃນ​ບັນດາ​ຂະ​ແໜງ​ການ​ສຳຄັນ​ຄື: ​ເອ​ເລັກ​ໂຕຼນິກ, ​ເຊ​ມິ​ຄອນ​ເທນ​ເນີ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ການ​ເງິນ​ທະນາຄານ, ພະລັງງານ​ສະອາດ ​ແລະ ​ເສດຖະກິດ​ທະ​ເລ...

​ກຳ​ລັງແຮງ​ງານ​ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ກ່ຽວກັບ​ຄວາມ​ສາມາດ​ເຮັດ​ວຽກ, ມິ​​ໄຫວພິບ​ໃນ​ການ​ຮໍ່າຮຽນ ​ແລະ ກຳ​ແໜ້ນ​ທັກ​ສະ​ໃໝ່. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫວຽດນາມ ຍັງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຈະ​ມີ​ກຳລັງ​ແຮງ​ງານ​ທີ່​ມີ​ສີມື​ແຮງ​ງານ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ສູງ​ໃນ​ການ​ພັດທະນາ​ເສດຖະກິດ​ຫວຽດນາມ ​ໃນ​ອະນາຄົດ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາຍ​ເຟືອກ​ຢຸງ ຮຽກຮ້ອງ​ໃຫ້​ສືບ​ຕໍ່​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ ອາ​ຊຽນ ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ. ບັນດາ​ປະ​ເທດ​ທີ່​ມີ​ຄຸນ​ນະພາ​ບສູງ​ກວ່າ ​ແມ່ນ​ສາມາດ​ໜູນ​ຊ່ວຍ​ບັນດາ​ປະ​ເທດທີ່​ພວມ​ພັດທະນາ​ໃນ​ການ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ດີ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຊັບພະຍາກອນ​ມະນຸດ​ທີ່​ສູງ​ຂອງ​ພາກ​ພື້ນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.