ທະນາຄານໂລກ ສືບຕໍ່ຮ່ວມເດີນທາງກັບຫວຽດນາມ ໃນໄລຍະທາງຂອງການເຄື່ອນໄຫວພັດທະນາ

16:38 | 25/03/2022

ຍສໝ - ທ່ານນາງ Manuela V.Ferro - ຮອງປະທານທະນາຄານໂລກ ຮັບຜິດຊອບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ເນັ້ນໜັກວ່າ ປະທານທະນາຄານໂລກ WB ຈະສືບຕໍ່ຮ່ວມເດີນທາງກັບລັດຖະບານ ຫວຽດນາມ ໃນໄລຍະທາງຂອງການພັດທະນາທີ່ຈະມາເຖິງ...

WB ຄາດຄະເນວ່າ ຫວຽດນາມ ບັນລຸລະດັບເພີ່ມລາຍຮັບ ແລະການຄ້າສູງສຸດໃນ RCEP WB ຄາດຄະເນວ່າ ຫວຽດນາມ ບັນລຸລະດັບເພີ່ມລາຍຮັບ ແລະການຄ້າສູງສຸດໃນ RCEP
ທະນາຄານໂລກ WB: ເສດຖະກິດຫວຽດນາມຈະມີອັດຕາເລັ່ງເພີ່ມຂຶ້ນໃນປີ 2022 ທະນາຄານໂລກ WB: ເສດຖະກິດຫວຽດນາມຈະມີອັດຕາເລັ່ງເພີ່ມຂຶ້ນໃນປີ 2022

ຫວ່າງແລ້ວນີ້, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານ​ນາງ Manuela V.Ferro ​ໃຫ້​ຮູ້​ວ່າ: WB ພ້ອມ​ແລ້ວ​ທີ່​ຈະ​ຕັ້ງໜ້າ​ໜູນ​ຊ່ວຍ​ການ​ສ້າງບົດ​ລາຍ​ງານ​ຫວຽດນາມ 2045 ​ເພື່ອ​ຊ່ວຍ​ໃຫ້ ຫວຽດນາມ ບັນລຸ​ໄດ້​ບັນດາ​ຍຸດ​ທະ​ສາດ, ​ແຜນການ ​ແລະ ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ, ພິ​ເສດ​ແມ່ນ​ການ​ລະດົມ​ແຫຼ່ງກຳລັງ​ສັງຄົມ, ພັດທະນາ​ພື້ນຖານ​ໂຄງ​ລ່າງ, ປະຕິບັດ​ການ​ຫັນປ່ຽນ​ສີຂຽວ, ຫັນ​ເປັນ​ດິ​ຈິ​ຕອນ, ກໍ່ສ້າງ​ພື້ນຖານ​ເສດຖະກິດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ​ພັດທະນາຢ່າງແຮງ, ຍືນ​ຍົງ, ​ກວມລວມ; ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ມຸ່ງ​ໄປ​ເຖິງ​ການ​ກາຍ​ເປັນ​ປະ​ເທດ​ພັດທະນາ ​ແລະ ມີ​ລາຍ​ຮັບ​ສູງ​ໃນ​ປີ 2045; ພ້ອມ​ກັບການຍູ້​ແຮງ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ຫວຽດນາມ ກໍ່​ປະກອບສ່ວນ​ຊຸກຍູ້​ບັນດາ​ປະ​ເທດ​ໃນ​ພາກ​ພື້ນພ້ອມກັນ​ພັດທະນາ.

ທະນາຄານໂລກ ສືບຕໍ່ຮ່ວມເດີນທາງກັບຫວຽດນາມ ໃນໄລຍະທາງຂອງການເຄື່ອນໄຫວພັດທະນາ
ທະນາຄານໂລກ ສືບຕໍ່ຮ່ວມເດີນທາງກັບຫວຽດນາມ ໃນໄລຍະທາງຂອງການເຄື່ອນໄຫວພັດທະນາ. (ພາບ: VGP)

ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ ຕີ​ລາຄາ​ວ່າ WB ​ໄດ້​ໜູນ​ຊ່ວຍ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ, ​ໃຫ້​ຄຳປຶກສາ​ນະ​ໂຍບາຍ​ມະຫາ​ພາກຫຼາຍຢ່າງ ​ແລະ ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ໜູນ​ຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ກໍ່ສ້າງ​ລັດຖະບານ​ເອເລັກໂຕຼນິກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້​ທະ​ນາ​ຄານ​ໂລກ​ໃຫ້​ບຸ​ລິ​ມະ​ສິດ​ໃຫ້​ຫວຽດ​ນາມ ໄດ້ສືບ​ຕໍ່​ເຂົ້າເຖິງ​ທຶນ​ຊ່ວຍ​ເຫຼືອ​ລ້າ ແລະ ຜ່ອນຜັນມາດຕະການບ້ວງ​ເງິນ​ກູ້; ຍູ້​ແຮງ​ການ​ປຶກສາ​ຫາລື ​ແລະ ໜູນ​ຊ່ວຍ​ບັນດາ​ປະສົບ​ການ​ສາກົນ, ໜູນ​ຊ່ວຍ ຫວຽດນາມ ດັດປັບ​ບັນດາ​ນະ​ໂຍບາຍຢ່າງ​ທັນ​ການ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ, ນຳ​ໃຊ້ກຳລັງແຮງໃນ​ການ​ເຕີບ​ໂຕ​ໃໝ່ ​ແລະ ຍືນ​ຍົງ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ໜູນ​ຊ່ວຍ​ບັນດາ​ແຫຼ່ງກຳລັງ​ເພື່ອສ້າງ​ບົດ​ລາຍ​ງານ​ຫວຽດນາມ 2045, ຮັບປະກັນລະດັບ​ຍຸດ​ທະ​ສາດ, ສອດຄ່ອງ​ກັບ​ບັນດາ​ຄາດໝາຍ, ທິດ​ທາງ​ຮອດ​ປີ 2030 ​ແລະ ວິ​ໄສ​ທັດ​ພັດທະນາ​ຮອດ​ປີ 2045 ຂອງ ຫວຽດນາມ.

2 ຝ່າຍ​ປະຕິບັດ​ຕາມ​ທິດ​ຈຸດສຸມ ​ແລະ ສຸມ​ໃສ່​ບັນດາ​ໂຄງການ​ຂະໜາດ​ໃຫຍ່​ລະຫວ່າງ​ເຂດ, ມີລັກສະນະຜັກດັນ; ນຳ​ໃຊ້​ທຶນ​ແຫຼ່ງ​ລົງທຶນ​ຂອງ​ພາກ​ລັດ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ດຶງ​ດູດ, ນຳພາ ​ແລະ ​ເປີດເຄື່ອນ​ໄຫວ​ບັນດາ​ແຫຼ່ງກຳລັງ​ອື່ນໆ​ໃນ​ສັງຄົມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.