ຫວຽດນາມພ້ອມປະກອບສ່ວນໃຫ້ແກ່ການເຄື່ອນໄຫວຊ່ວຍໜູນທາງດ້ານມະນຸດສະທຳຂອງສະຫະປະຊາຊາດຕໍ່ກັບຢູເຄຣນ

07:42 | 26/03/2022

ຍ​ສ​ໝ - ໃນ​ສອງວັນ ວັນ​ທີ 23 ແລະ 24 ມີ​ນາ (ເວ​ລາ​ຂອງ​ນິວຢອກ), ກອງ​ປະ​ຊຸມ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ສືບ​ຕໍ່​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຮີບ​ດ່ວນ​ຄັ້ງ​ທີ 11 ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ຖະ​ນະ​ການ​ຂອງ​ຢູ​ເຄ​ຣນ ໂດຍ​ສຸມ​ໃສ່​ເຂົ້າ​ໃນ​ສະ​ຖາ​ນະ​ການ​ທາງ​ດ້ານ​ມະ​ນຸດ​ສະ​ທຳ.

ສະຖານທູດຫວຽດນາມປະຈຳເຢຍລະມັນຕັ້ງໜ້າຊ່ວຍເຫຼືອຄົນຫວຽດນາມອົບພະຍົບຈາກຢູເຄຣນ ສະຖານທູດຫວຽດນາມປະຈຳເຢຍລະມັນຕັ້ງໜ້າຊ່ວຍເຫຼືອຄົນຫວຽດນາມອົບພະຍົບຈາກຢູເຄຣນ
ສະຫະປະຊາຊາດຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ສະຫະປະຊາຊາດຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ

ສະ​ແດງ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ໊ງ​ຮ​ວ່າງ​ຢາງ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຖາວອນຫວຽດ​ນາມ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊົນ ກ່າວ​ຢ້ຳ​ຄືນ​ຈຸດ​ຢືນ​ອັນ​ເດັດ​ດ່ຽວ​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ດາ​ຂໍ້​ພິ​ພາດສາ​ກົນ​ດ້ວຍວິ​ທີ​ທາງ​ຢ່າງ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ເຄົາ​ລົບ​ລະ​ບຽບ​ກົດ​ໝາຍ​ສາ​ກົນ, ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ, ໂດຍ​ສະ​ເພາະ​ແມ່ນຫຼັກ​ການ​ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ບັນ​ດາ​ປະ​ເທດ, ບໍ່​ແຊກ​ແຊງ​ເຂົ້າ​ໃນ​ວຽກ​ງານ​ພາຍ​ໃນ ແລະ ບໍ່​ນຳ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ການ​ພົວ​ພັນ​ສາ​ກົນ.

ຫວຽດນາມພ້ອມປະກອບສ່ວນໃຫ້ແກ່ການເຄື່ອນໄຫວຊ່ວຍໜູນທາງດ້ານມະນຸດສະທຳຂອງສະຫະປະຊາຊາດຕໍ່ກັບຢູເຄຣນ
ຫວຽດນາມພ້ອມປະກອບສ່ວນໃຫ້ແກ່ການເຄື່ອນໄຫວຊ່ວຍໜູນທາງດ້ານມະນຸດສະທຳຂອງສະຫະປະຊາຊາດຕໍ່ກັບຢູເຄຣນ. ພາບ : dangcongsan.vn

ກ່ຽວ​ກັບ​ສະ​ພາບ​ການ​ທາງ​ມະ​ນຸດ​ສະ​ທຳ​ຈາກ​ການ​ປະ​ທະ​ທີ່​ເກີດ​ຂຶ້ນ​ໃນ​ຢູ​ເຄ​ຣນນັ້ນ, ທ່ານ​ເອກ​ອັກ​ກະ​ລັດ​ຖະ​ທູດ​ເນັ້ນ​ໜັກ​ວ່າ ບຸ​ລິ​ມະ​ສິດ​ອັນ​ດັບ​ຕົ້​ນ​ນະ​ຕອນ​ນີ້​ຄວນ​ສຸມ​ໃສ່​ເຂົ້າ​ໃນ​ການ​ຢຸດຢັ້ງ​ການ​ປະ​ທະ, ປົກ​ປ້ອງ​ປະ​ຊາ​ຊົນ​ທົ່ວ​ໄປ ແລະ ພື້ນ​ຖານ​ໂຄງ​ລ່າງຂອງ​ພົນ​ລະ​ເຮືອນທີ່​ຈຳ​ເປັນ ແລະ ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ແລະ ອົບ​ພະ​ຍົບ​ຫຼົບ​ໄພແກ່ພົນ​ລະ​ເມືອງ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍັງ​ຢືນ​ຢັນ​ການ​ສະ​ໜັບ​ສະ​ໜູນ​ຂອງ​ຫວຽດ​ນາມຕໍ່​ກັບ​ຄວາມມາ​ນະ​ພະ​​ຍາມ​ທາງ​ມະ​ນຸດ​ສະ​ທຳ​ຂອງ​ເລ​ຂາ​ທິ​ການ​ໃຫຍ່, ບັນອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ຄູ່​ຮ່ວມ​ມື​ສາ​ກົນ, ແລະ ຫວຽດ​ນາມ​ພ້ອມ​ປະ​ກອບ​ສ່ວນ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວຊ່ວຍ​ໜູນ​ທາງ​ມະ​ນຸດ​ສະ​ທຳ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຕໍ່​ກັບ​ຢູ​ເຄ​ຣນ ໃນ​ເງື່ອນ​ໄຂ ແລະ ຄວາມ​ສາ​ມາດ​ທີ່​ໃຫ້​ອະ​ນຸ​ຍາ​ດ​ໄດ້.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດເນັ້ນ​ໜັກ​ວ່າ: ການ​ສົນ​ທະ​ນາ, ການ​ເຈ​ລະ​ນາ​ລະ​ຫວ່າງ​ແຕ່​ລະ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຄວນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ເພື່ອ​ຊອກ​ຫາ​ວິ​ທີ​ທາງ​ຢ່າງ​ສັນ​ຕິ​ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ແລະ ຄຳ​ນຶງ​ເຖິງ​ຜົນ​ປະ​ໂຫຍດ ແລະ ຄວາມເອົາ​ໃຈ​ໃສ່ຂອງ​ແຕ່​ລະ​ຝ່າຍ​ທີ່​ກ່ຽວ​ຂ້ອງ.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.