ຫວຽດນາມ ຮັບຮອງໜັງສືຜ່ານແດນວັກແຊງກັບ 17 ປະເທດ

13:33 | 25/03/2022

ຍສໝ - ໄລ່ມາ​ຮອດ​ວັນ​ທີ 17 ມີນາ 2022, ຫວຽດນາມ ​ໄດ້​ບັນລຸ​ຂໍ້​ຕົກລົງ ​ກ່ຽວ​ກັບ​ການ​ຮັບ​ຮອງ​​ໜັງສືຜ່ານ​ແດນວັກ​ແຊງ ​ພ້ອມກັບ 17 ປະ​ເທດ. ຜູ້ຖືຫນັງສືຜ່ານແດນວັກ​ແຊງ ສາມາດນຳໃຊ້ບັນດາມາດຕະການທາງການແພດ ຄືກັນກັບຜູ້ທີ່ໄດ້ຮັບການສັກຢາວັກຊີນໃນປະເທດປະຈຳຖິ່ນ.

ສະມາຄົມການພັດທະນາເສດຖະກິດ, ວັດທະນະທຳ ແລະ ການສຶກສາ ໄຕ້ຫວັນ - ຫວຽດນາມ ໄດ້ສະໜັບສະໜູນກອງທຶນວັກແຊງປ້ອງກັນ ແລະ ຄວບຄຸມ COVID-19 ສະມາຄົມການພັດທະນາເສດຖະກິດ, ວັດທະນະທຳ ແລະ ການສຶກສາ ໄຕ້ຫວັນ - ຫວຽດນາມ ໄດ້ສະໜັບສະໜູນກອງທຶນວັກແຊງປ້ອງກັນ ແລະ ຄວບຄຸມ COVID-19
ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຈົດໝາຍ ໄປຍັງທ່ານປະທານາທິບໍດີອາເມລິກາ Joe Biden ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຈົດໝາຍ ໄປຍັງທ່ານປະທານາທິບໍດີອາເມລິກາ Joe Biden

ໃນ​ທີ 21 ມີນາ​, ​ໃນ​ການ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ ກ່ຽວ​ກັບ​ຂໍ້​ມູນ​ຂ່າວ ຫວຽດນາມ ​ໄດ້​ຮັບ​ຮອງ​ເອົາ​ໜັງສືຜ່ານ​ແດນ​ສາທາລະນະ​ສຸກ​ເອ​ເລັກ​ໂຕຼນິກ (ໜັງສື​ຜ່ານ​ແດນ​ວັກ​ແຊງ) ກັບ​ປະ​ເທດ​ຕ່າງໆ, ທ່ານ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ນາງ ເລຖິທູຮັ່ງ ​ໃຫ້​ຮູ້​ວ່າ: ໂດຍປະຕິບັດ​ຕາມ​ການ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີ, ​ໃນ​ໄລຍະ​ຜ່ານ​ມາ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາອົງການຜູ້ຕາງໜ້າຫວຽດນາມ ​ຢູ່​ຕ່າງປະ​ເທດ ​ໄດ້​ຕັ້ງໜ້າ, ເປັນເຈົ້າການໃນການ​ເຈລະຈາ, ຍູ້ເແຮງວິວັດການ​ຮັບ​ຮອງ​ເອົາ​ໜັງສື​ຜ່ານ​ແດນ​ວັກ​ແຊງຂອງກັນ​ກັບ​ບັນດາ​ປະ​ເທດ ​ແລະ ເຂດແຄວ້ນ.

ຫວຽດນາມ ຮັບຮອງໜັງສືຜ່ານແດນວັກແຊງກັບ 17 ປະເທດ
ຫວຽດນາມ ຮັບຮອງໜັງສືຜ່ານແດນວັກແຊງກັບ 17 ປະເທດ. (ພາບ: gov)

ຕາມ​ນັ້ນ​ແລ້ວ, ມາ​ຮອດ​ວັນ​ທີ 17 ມີນາ 2022, ຫວຽດນາມ ​ໄດ້​ບັນລຸ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮັບ​ຮອງໜັງສື​ຜ່ານ​ແດນ​ວັກ​ແຊງ ​ກັບ 17 ປະ​ເທດ, ​ໃນ​ນັ້ນ​ມີ ອາ​ເມ​ລິ​ກາ, ອັງກິດ ​ແລະ ​ໄອ​ແລນ​ເໜືອ, ຍີ່ປຸ່ນ, ອົດ​ສະ​ຕາ​ລີ, ​ເບ​ລາຣຸດ, ອິນ​ເດຍ, ກຳປູ​ເຈຍ, ຟີລິບປິນ, ມານດີບ, ປາແລດຕິນ, ຕວກກີ, ອີຢິບ, ສີລັງກາ, ນິວຊີແລນ, ສາທາລະນະລັດ Saint Lucia ແລະ ສ.ເກົາຫຼີ.

ຜູ້ຖືໜັງສືຜ່ານແດນວັກ​ແຊງ ຈາກປະເທດເຫຼົ່ານີ້ ເມື່ອເຂົ້າເມືອງຫວຽດນາມ ແລະ ແຕ່ຫວຽດນາມ ໄປເຂົ້າເມືອງປະເທດເຫຼົ່ານີ້ ແມ່ນສາມາດນຳໃຊ້ມາດຕະການທາງການແພດຄືກັນກັບຜູ້ທີ່ໄດ້ຮັບວັກແຊງໃນປະເທດປະຈຳຖິ່ນ.

ການຮັບຮູ້ນີ້ລວມມີການຍົກເວັ້ນຈາກຂັ້ນຕອນການຂໍໃບຢັ້ງຢືນຈາກກົງສຸນ/ຢັ້ງຢືນເອກະສານ ໃນເວລານໍາໃຊ້ເອກະສານນີ້ ຢູ່ປະເທດທີ່ອະນຸຍາດໃຫ້ເຂົ້າເມືອງ. ນອກຈາກ​ນັ້ນ, ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ຍັງ​ຮັບ​ຮູ້ແບບ​ໃບ​ຢັ້ງຢືນ​ການ​ສັກ​ຢາ​ວັກ​ແຊງ ​ຊົ່ວຄາວ​ຂອງ 79 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່​ໄດ້ສະເໜີ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ​ຢ່າງ​ເປັນ​ທາງ​ການ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.