ສ.ເກົາຫຼີ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຫວຽດນາມ

19:53 | 24/03/2022

ຕອນບ່າຍວັນທີ 23/3, ຈາກທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຈາລະຈາ ທາງໂທລະສັບກັບ ປະທານາທິບໍດີ ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງຂອງ ສເກົາຫຼີ ທ່ານ Yoon Suk-yeol.

ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດານມ​ຂອງ ຄູ​ສອນ ​ສ.ເກົາຫຼີ ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດານມ​ຂອງ ຄູ​ສອນ ​ສ.ເກົາຫຼີ
ສ.​ເກົາຫຼີ ໜູນ​ຊ່ວຍ​ບັນດາ​ໂຄງການ​ລ້ຽງ​ສິນ​ໃນ​ນ້ຳ​ຢູ່ ຫວຽດນາມ ຜ່ານທຶນ ODA ສ.​ເກົາຫຼີ ໜູນ​ຊ່ວຍ​ບັນດາ​ໂຄງການ​ລ້ຽງ​ສິນ​ໃນ​ນ້ຳ​ຢູ່ ຫວຽດນາມ ຜ່ານທຶນ ODA
ສ.ເກົາຫຼີ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຫວຽດນາມ
ທ່ານປະທານປະເທດ ຫງວຽນຊວນຟຸກ ເຈລະຈາ ທາງໂທລະສັບກັບ ປະທານາທິບໍດີ ສເກົາຫຼີ Yoon Suk-yeol

ທ່ານປະທານປະເທດ ຫງວຽນຊວນຟຸກ ອວຍພອນທ່ານ Yoon Suk-yeol ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ສ.ເກົາຫຼີ ຄົນທີ 20; ພ້ອມກັນນັ້ນ, ທ່ານໄດ້ຕີລາຄາສູງບັນດາຜົນງານອັນສຳຄັນທີ່ສອງປະເທດບັນລຸໄດ້ໃນ 30 ປີຜ່ານມາ ນັບແຕ່ສ້າງຕັ້ງການພົວພັນທາງການທູດເມື່ອປີ 1992. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຊື້ອເຊີນທ່ານ Yoon Suk-yeol ມາຢ້ຽມຢາມ ຫວຽດນາມ.

ສ່ວນທ່ານປະທານາທິບໍດີ Yoon Suk-yeol ຢືນຢັນວ່າ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຫວຽດນາມ. ທ່ານ ເນັ້ນໜັກວ່າ: ຈະສືບຕໍ່ຊຸກຍູ້ບັນດາວິສາຫະກິດ ສ.ເກົາຫຼີ ເຂົ້າມາລົງທຶນ ແລະ ເປີດກວ້າງຂອບເຂດການລົງທຶນຢູ່ ຫວຽດນາມ ໃນໄລຍະຈະມາເຖິງ; ຖືວ່າ, ຈະສ້າງເງື່ອນໄຂສະດວກໃຫ້ພົນລະເມືອງຫວຽດນາມ ເຂົ້າເມືອງ ສ.ເກົາຫຼີ; ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ ແລະ ເພີ່ມທະວີການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ. ທ່ານ Yoon Suk-yeol ຕີລາຄາສູງບົດບາດຂອງຫວຽດນາມໃນພາກພື້ນ ອາຊຽນ ແລະ ການປະກອບສ່ວນຂອງຕົນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ແຫຼມເກົາຫຼີ.

ທີ່ການເຈລະຈາທາງໂທລະສັບ, ການນຳຂອງສອງປະເທດໄດ້ເຫັນດີສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ ແລະ ການພົວພັນຮ່ວມມືທຸກຂັ້ນ; ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນໃນການປະຕິບັດບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສ.ເກົາຫຼີ (1992-2022), ໃນນັ້ນ ມຸ່ງໄປສູ່ການຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດ ຮອບດ້ານ”; ສົມທົບກັນຜັນຂະຫຍາຍບັນດາມາດຕະການເພື່ອຜັນຂະຫຍາຍບັນດາມາດຕະການປະຕິບັດສຳເລັດເປົ້າ ໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 100 ຕື້ USD ໃນປີ 2023 ແລະ 150 ຕື້ USD ໃນປີ 2030; ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນບັນຫາພາກພື້ນ ແລະ ສາກົນ; ປະສານສົມທົບ ແລະ ໜູນຊ່ວຍ ຫວຽດນາມ ເສີມຂະຫຍາຍບົດບາດເປັນຜູ້ປະສານງານການພົວພັນ ອາຊຽນ - ສ.ເກົາຫຼີ ໄລຍະ 2021-2024 ເປັນຢ່າງດີ.

vovworld.vn

ເຫດການ
302 Found

Found

The document has moved here.