ຊາວຫວຽດນາມເປັນປະຊາຄົມຄົນຕ່າງປະເທດໃຫຍ່ອັນດັບສອງຢູ່ຍີ່ປຸ່ນ

ຊາວຫວຽດນາມເປັນປະຊາຄົມຄົນຕ່າງປະເທດໃຫຍ່ອັນດັບສອງຢູ່ຍີ່ປຸ່ນ

ຍ​ສ​ໝ - ຕາມ​ຂໍ້​ມູນ​ຈາກ​ກົມ​ຄຸ້ມ​ຄອງ​ການ​ເຂົ້າ-ອອກ​ເມືອງ ແລະ ພັກ​ອາ​ໄສ​ຂອງ​ຍີ່​ປຸ່ນ, ໄລ​ຍະ​ຊ່ວງ​ທ້າຍ​ປີ 2021 ມີຄົນ​ຫວຽດ​ນາມ 432.934 ຄົນ ຢູ່​ຍີ່​ປຸ່ນ ກວມ 15,7% ຈຳ​ນວນ​ຄົນ​ຕ່າງ​ປະ​ເທດ​ຢູ່​ໃນ​ປະ​ເທດ​ນີ້.

ສ້າງຕັ້ງບັນດາສະມາຄົມວິສາຫະກິດຫວຽດນາມ ຢູ່ພາກກາງ ແລະພາກໃຕ້ຂອງລາວ

ສ້າງຕັ້ງບັນດາສະມາຄົມວິສາຫະກິດຫວຽດນາມ ຢູ່ພາກກາງ ແລະພາກໃຕ້ຂອງລາວ

ຍສໝ - ຕາມນັກຂ່າວສໍານັກຂ່າວສານຫວຽດນາມ ປະຈຳລາວ, ສອງສະມາຄົມວິສາ ຫະກິດ ຫວຽດນາມ ຢູ່ພາກກາງ ແລະພາກໃຕ້ຂອງລາວ ໄດ້ຮັບການສ້າງຕັ້ງ ແລະເລືອກຕັ້ງຄະນະບໍລິຫານງານສະມາຄົມ ຊຸດທີ 1 ອາຍຸການ 2022-2027 ດ້ວຍຖານະເປັນບັນດາອົງການສະມາຊິກຂອງສະມາຄົມ ວິສາຫະກິດຫວຽດນາມ ຮ່ວມມື ແລະລົງທຶນຢູ່ລາວ (BACI).

ພິມຈຳໜ່າຍ ພາບເລື່ອງຊຸດທຳອິດກ່ຽວກັບບານເຕະຫວຽດນາມ ຢູ່ຍີ່ປຸ່ນ

ພິມຈຳໜ່າຍ ພາບເລື່ອງຊຸດທຳອິດກ່ຽວກັບບານເຕະຫວຽດນາມ ຢູ່ຍີ່ປຸ່ນ

ຍສໝ - ຫວ່າງແລ້ວນີ້, ບໍລິສັດຫຸ້ນສ່ວນ Kadokawa (ຍີ່ປຸ່ນ) ໄດ້ນຳສະເໜີພາບ​ເລື່ອງຊຸດທຳອິດ ກ່ຽວກັບກິລາບານເຕະຫວຽດນາມ, ເຊິ່ງສຳນັກພິມແຫ່ງນີ້ກຳລັງຈະນຳອອກຈຳໜ່າຍ.

ໜັງສືພິມອັງກິດ ແນະນຳລາຍການທ່ອງທ່ຽວຫວຽດນາມ ປີ 2022

ໜັງສືພິມອັງກິດ ແນະນຳລາຍການທ່ອງທ່ຽວຫວຽດນາມ ປີ 2022

ຍສໝ - ​ໜັງສືພິມລາຍວັນ The Sunday Times ຂອງອັງກິດໄດ້ຕັ້ງຫົວຂໍ້ “ຫວຽດນາມ ຍິນດີຕ້ອນຮັບ” ແລະ ສ້າງບັນຊີລາຍຊື່ບັນດາລາຍການທ່ອງທ່ຽວທີ່ຈັບອົກຈັບໃຈທີ່ສຸດ, ຊ່ວຍໃຫ້ປະຊາຊົນອັງກິດ ໝັ້ນໃຈຊື້ປີ້ມາຫວຽດນາມ ໃນໄລຍະພັກແລ້ງປີນີ້.

ເພີ່ມພູນຄູນສ້າງມິດຕະພາບຫວຽດນາມ-ລາວ

ເພີ່ມພູນຄູນສ້າງມິດຕະພາບຫວຽດນາມ-ລາວ

ຍ​ສ​ໝ - ໃນ​ປີ​ທີ່​ຜ່ານໆ​ມາ, ຄະ​ນະ​ພັກ​ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ​ແຂວງດ໊ຽນ​ບ່ຽນ ໄດ້​ຊີ້​ນຳ​​ບັນ​ດາກອງກຳ​ລັງຕ່າງໆເພີ່ມ​ທະ​ວີ​ການ​ປະ​ສານ​ສົບ​ທົບ​ກັບ​ອຳ​ນາດ​ການ​ປົກ​ຄອງ, ກອງກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ຂອງ​ລາວ ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ໄດ້​ຮັບ​ຜົນ​ດີ​ໃນ​ບັນ​ດາ​ສົນ​ທິ​ສັນ​ຍາ, ອະ​ນຸ​ສັນ​ຍາ ແລະ ລະ​ບຽບ​ການ​ກ່ຽວ​ກັບ​ຊາຍ​ແດນ ແລະ ດ່ານ​ຊາຍ​ແດນ; ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ພິ​ເສດ, ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ຊາຍ​ແດນ​ຢ່າງ​ສັນ​ຕິ ແລະ ພັດ​ທະ​ນາ​ຂະ​ຫຍາຍ​ຕົວ...

ສາລາ ກິມເງິນ- ຈຸດ​ພົ້ນ​ເດັ່ນ​ຂອງ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ເມື່ອ​ມາ​ຢ້ຽມ​ຢາມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ

ສາລາ ກິມເງິນ- ຈຸດ​ພົ້ນ​ເດັ່ນ​ຂອງ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ເມື່ອ​ມາ​ຢ້ຽມ​ຢາມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ

ຍສໝ - ຄຽງ​ຂ້າງ​ການ​ຮັບ​ໃຊ້​ບັນດາ​ການ​ເຄື່ອນ​ໄຫວ​ທາງ​ສາສະໜາ​ໃຫ້​ແກ່​ປະຊາຊົນ​ແລ້ວ, ສາລາ ກິມເງິນ ກໍ່​ແມ່ນ​ສະຖານ​ທີ່​ຈັດ​ຕັ້ງ​ບັນດາ​ລາຍການ​ວາງສະ​ແດງ ​ຫັດຖະກຳ​ພື້ນ​ເມືອງ ​ແລະ ບັນດາ​ການ​ເຄື່ອນ​ໄຫວວັດທະນະທຳ​ສິລະ​ປະ​ພື້ນ​ເມືອງ​ຫວຽດນາມ.

ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ລະຫວ່າງ ຫວຽດນາມ ​ແລະ ອັງກິດ

ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ລະຫວ່າງ ຫວຽດນາມ ​ແລະ ອັງກິດ

ຍ​ສ​ໝ - ຫວຽດນາມ ​ແລະ ອັງກິດ ສືບ​ຕໍ່​ປະຕິບັດ “ສັນຍາ​ຊ່ວຍ​ເຫຼືອ​ດ້ານ​ກົດໝາຍ​ລະຫວ່າງ​ສອງ​ປະ​ເທດ”, “ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ບັນດາ​ບັນຫາ​ອົບ​ພະຍົບ”, ພິ​ເສດ​ແມ່ນ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ເພື່ອ​ປ້ອງ​ກັນ, ຕ້ານ​ການ​ກໍ່​ການ​ຮ້າຍ, ອາດ​ຊະ​ຍາ​ກຳ​ທີ່​ມີ​ການ​ຈັດ​ຕັ້ງ, ອາດຊະຍາກຳທາງເຕັກໂນໂລຍີ, ຄວາມປອດໄພທາງເຄືອ​ຂ່າຍ​ອິນ​ເຕີ​ແນັດ, ການເຂົ້າເມືອງແບບຜິດກົດໝາຍ ແລະ ການຄ້າມະນຸດ ຢ່າງມີປະສິດທິຜົນ.

ຫວຽດນາມ ໄດ້ຮັບການຊ່ວຍເຫຼືອດ້ານຢາປົວພະຍາດ hemophilia

ຫວຽດນາມ ໄດ້ຮັບການຊ່ວຍເຫຼືອດ້ານຢາປົວພະຍາດ hemophilia

ຍສໝ - ຕາມ​ສະ​ຖາ​ບັນ​ໂລ​ຫິດ​ສາດ ​ແລະ​ ສົ່ງ​ເລືອດ​ແຫ່ງ​ຊາດ​ແລ້ວ, ປີ 2022, ສະ​ຫະ​ພັນ​ Hemophilia ​ໂລກ​ ຈະ​ສືບ​ຕໍ່​ໃຫ້ ຢາ Emicizumab ແກ່ ​ຫວຽດ​ນາມ 5.670 ກ່ອງ ​ເພື່ອ​ປິ່ນ​ປົວພະຍາດ hemophilia ເຊິ່ງເປັນ​ພະ​ຍາດ​ທີ່​ເຮັດ​ໃຫ້​ເລືອດ​ກ້າມ​ຊ້າ ຫຼື ເລືອດໄຫຼບໍ່ຢຸດ. ກ່ອນ​ໜ້າ​ນັ້ນ, ​ໃນ​ປີ 2021, ສະຫະພັນ​ ​ໄດ້​ຊ່ວຍເຫຼືອ​ຢາ Emicizumab ຈຳນວນ 4.410 ກ່ອງ​ໃຫ້​ຫວຽດນາມ.

ນັກແຂ່ງລົດຖີບຍິງຫວຽດນາມໄດ້ແຊັມທະວີຍອາຊີ ຄັ້ງທີ 2

ນັກແຂ່ງລົດຖີບຍິງຫວຽດນາມໄດ້ແຊັມທະວີຍອາຊີ ຄັ້ງທີ 2

ຍ​ສ​ໝ - ໃນ​ເຊົ້າວັນ​ທີ 29 ມີ​ນາ, ນາງ ຫງວຽນ​ທິ​ເທິດ ຂອງ​ຫວຽດ​ນາມສ້າງ​ຜົນ​ງານທີ່​ດີ​ເລີດພາ​ທີມ​ເຂົ້າເປັນ​ທີ່​ໜຶ່ງໄດ້​ແຊັມປະ​ເພດ​ທີມ​ຍິງ​ໃນການ​ແຂ່ງ​ຂັນ​ລົດ​ຖີບທະ​ວີບ​ອາ​ຊີ 2022 ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ຕາ​ຈິ​ກິດ​ສະ​ຖານ.

ຍົກ​ລະດັບການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ ຫວຽດ​ນາມ ແລະ ຮູງ​ກາ​ຣີ

ຍົກ​ລະດັບການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ ຫວຽດ​ນາມ ແລະ ຮູງ​ກາ​ຣີ

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 29 ມີ​ນາ, ຢູ່​ສຳນັກງານ​ກະຊວງ​ສຶກສາ​ທິ​ການ ​ແລະ ບຳລຸງ​ສ້າງ ຫວຽດ​ນາມ, ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ວັນ​ຟຸກ ​ໄດ້​ມີ​ການ​ພົບ​ປະ​ກັບ ທ່ານ Ory Csaba, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ຮູງ​ກາຣີ ປະຈຳ ຫວຽດນາມ.

​ບ້ານ​ກູ​ວາຍ - ແຫຼ່ງ​ທ່ອງ​ທ່ຽວທີ່ໄດ້ຮັບຄວາມນິຍົມ “ຂອງຜູ້ມັກໄປທ່ອງທ່ຽວທໍາມະຊາດ”

​ບ້ານ​ກູ​ວາຍ - ແຫຼ່ງ​ທ່ອງ​ທ່ຽວທີ່ໄດ້ຮັບຄວາມນິຍົມ “ຂອງຜູ້ມັກໄປທ່ອງທ່ຽວທໍາມະຊາດ”

ຍສໝ - ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ມາ​ຢ້ຽມ​ຢາມກູ​ວາຍ ເຄີຍ​ເວົ້າ​ວ່າ ນີ້​ແມ່ນ​ຈຸດ “ລ່າ​​ເມກ” ທີ່​ໜ້າ​ສົນ​ໃຈ​ບໍ່​ໜ້ອຍ​ກວ່າ​ຈຸດ “ລ່າ​ເມກ” ທີ່​ມີ​ຊື່​ສຽງອື່ນໆ​ຢູ່​ຫວຽດ​ນາມ.

ການພົບປະແລກປ່ຽນກິລາ ປະກອບສ່ວນເພີ່ມທະວີຄວາມສາມັກຄີ​ອາ​ຊຽນ ກັບ​ກະຊວງການຕ່າງປະເທດອົດສະຕຣາລີ

ການພົບປະແລກປ່ຽນກິລາ ປະກອບສ່ວນເພີ່ມທະວີຄວາມສາມັກຄີ​ອາ​ຊຽນ ກັບ​ກະຊວງການຕ່າງປະເທດອົດສະຕຣາລີ

ຍສໝ - ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ຄະນະກຳມະການອາຊຽນຢູ່ ແຄນເບີຣາ (ACC) ມຸ່ງໄປເຖິງສະເຫຼີມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ, ວັນ​ທີ 27 ມີນາ, ສະຖານທູດຫວຽດນາມ ປະຈຳ ອົດສະຕຣາລີ ​ໄດ້​ເຂົ້າ​ຮ່ວມ​ລາຍການພົບປະແລກປ່ຽນ, ແຂ່ງຂັນ bowling ມິດຕະພາບ ອາ​ຊຽນ 2022.

ທ່ານນາງ ປອ ຈ່າມີ: ສະມາຄົມ​ນັກທຸລະກິດ​ຫວຽດນາມ​ຢູ່​ຈີນ​ຈະ​ແບ່ງປັນ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ໂດຍ​ໄວ

ທ່ານນາງ ປອ ຈ່າມີ: ສະມາຄົມ​ນັກທຸລະກິດ​ຫວຽດນາມ​ຢູ່​ຈີນ​ຈະ​ແບ່ງປັນ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ໂດຍ​ໄວ

ຍ​ສ​ໝ - ທ່ານ ​ປອ ຈ່າມີ ປະທານ​ສະມາຄົມ​ນັກທຸລະກິດ ຫວຽດນາມ ປະຈຳ ຈີນ ​ໄດ້​ແບ່ງປັນ​ກັບ ວາ​ລະ​ສານ​ຍຸກ​ສະ​ໄໝ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ໃນການຊຸກຍູ້​ການ​ລົງທຶນ​ດ້ານ​ການ​ຄ້າ, ໜູນ​ຊ່ວຍ​ການ​ເຊື່ອມ​ໂຍງ​ບັນດາ​ຜະລິດ​ຕະພັນ​ກະ​ເສດ ​ແລະ ຍີ່​ຫໍ້​ຜະລິດ​ຢູ່​ຫວຽດນາມ ກັບ​ຕະຫຼາດ ຈີນ.

ຂຸດຄົ້ນ ແລະ ທ້ອນໂຮມ 17 ອັ​ດ​ຖິ ​​ຂອງ​ທະຫານ​ອາສາ​ສະໝັກ​ຫວຽດນາມ ຢູ່​ລາວ

ຂຸດຄົ້ນ ແລະ ທ້ອນໂຮມ 17 ອັ​ດ​ຖິ ​​ຂອງ​ທະຫານ​ອາສາ​ສະໝັກ​ຫວຽດນາມ ຢູ່​ລາວ

ຍ​ສ​ໝ - ອັດ​ຖິຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ 17 ອັດຖິ ທີ່ເສຍຊີວິດຢູ່ແຂວງຄໍາມ່ວນ (ລາວ) ໄດ້ຖືກຂຸດ​ຄົ້ນ ແລະ ທ້ອນໂຮມໂດຍໜ່ວຍງານເລກ​ທີ 589 ຂອງກອງບັນຊາການທະຫານ ແຂວງກວາງບິ່ງ.

ຫວຽດນາມເປັນຄູ່ຮ່ວມມືທີ່ສຳຄັນໃນພາກພື້ນມະຫາສະມຸດອິນເດຍ-ປາຊີຟິກ ຂອງລາຊາອານາຈັກອັງກິດ

ຫວຽດນາມເປັນຄູ່ຮ່ວມມືທີ່ສຳຄັນໃນພາກພື້ນມະຫາສະມຸດອິນເດຍ-ປາຊີຟິກ ຂອງລາຊາອານາຈັກອັງກິດ

ຍ​ສ​ໝ - ເຊົ້າ​ວັນ​ທີ 28 ມີ​ນາ ທີ່​ຮ່າ​ໂນ້ຍ, ທ່ານ ຟ໊າມກວ່າງ​ຮ໊ຽວ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ທ່ານນາງ ອາ​ມາ​ດາ ມິວ​ລິ່ງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຮັບ​ຜິດ​ຊອບ​ທະ​ວີບອາ​ຊີ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ພັດ​ທະ​ນາ ໄດ້​ຮ່ວມ​ນຳ​ພາ​ກອງ​ປະ​ຊຸມ​ສົນ​ທະ​ນາ​ຍຸດ​ທະ​ສາດ​ຫວຽດ​ນາມ-ອັງ​ກິດ ຄັ້ງ​ທີ 8.

ສະໜັບສະໜູນພົນລະເມືອງຫວຽດນາມເຂົ້າຮ່ວມໂຄງການແຮງງານກະສິກຳທີ່ອົດສະຕາລີ

ສະໜັບສະໜູນພົນລະເມືອງຫວຽດນາມເຂົ້າຮ່ວມໂຄງການແຮງງານກະສິກຳທີ່ອົດສະຕາລີ

ຍ​ສ​ໝ - ວັນ​ທີ 28 ມີ​ນາ, ກະ​ຊວງ​ແຮງ​ງານ-ທະ​ຫານ​ເສັຍ​ອົງ​ຄະ ແລະ ສັງ​ຄົມ ຫວຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຄ້າ ອົດ​ສະ​ຕາ​ລີ ໄດ້​ມີ​ການ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (ຮູບ​ແບບ​ອອນ​ໄລ໌) ລະ​ຫວ່າງ ລັດ​ຖະ​ບານ​ອົດ​ສະ​ຕາ​ລີ ແລະ ລັດ​ຖະ​ບານ​ຫວຽດ​ນາມ ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ພົນ​ລະ​ເມືອງ​ຫວຽດ​ນາມ​ເຂົ້າ​ຮ່ວມ​ໂຄງ​ການ​ແຮງ​ງານ​ກະ​ສິ​ກຳ​ອົດ​ສະ​ຕາ​ລີ.

ລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນ ກວ໋າງນາມ-ເຊກອງ

ລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນ ກວ໋າງນາມ-ເຊກອງ

ແຕ່ວັນທີ 21-25 ມີນາ, ກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ (ສສ ຫວຽດນາມ) ແລະກອງບັນຊາການທະຫານແຂວງເຊກອງ (ສປປ ລາວ) ໄດ້ລາດຕະເວນສອງຝ່າຍ ເພື່ອກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະຮັກສາຄວາມປອດໄພຕາມເສັ້ນຊາຍແດນຫວຽດນາມ-ລາວ.

ຊາວໜຸ່ມນໍາໜ້າ, ນໍາຫວຽດນາມ ກາຍເປັນປະເທດເຂັ້ມແຂງໃນການເລີ່ມທຸລະກິດ

ຊາວໜຸ່ມນໍາໜ້າ, ນໍາຫວຽດນາມ ກາຍເປັນປະເທດເຂັ້ມແຂງໃນການເລີ່ມທຸລະກິດ

ຕອນບ່າຍວັນທີ 26 ມີນາ, ທີ່ມະຫາວິທະຍາໄລເຕັກໂນໂລຢີຄົມມະນາຄົມຂົນສົ່ງ (ຮາກຖານທີ 2 ວິ້ງຟຸກ), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມວັນບຸນເລີ່ມທຸລະກິດແຫ່ງຊາດຂອງນັກຮຽນ, ນັກສຶກສາ ຄັ້ງທີ IV.

ປະດັບຫຼຽນໄຊມິດຕະພາບໃຫ້ແກ່ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈໍາ ຫວຽດນາມ

ປະດັບຫຼຽນໄຊມິດຕະພາບໃຫ້ແກ່ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈໍາ ຫວຽດນາມ

ໂດຍໄດ້ຮັບການມອບສິດຈາກປະທານປະເທດ ສສ ຫວຽດນາມ, ວັນທີ 25 ມີນາ, ທ່ານ ເຢືອງກວກແທງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາກຊັງຕີນ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Juan Carlos Valle Raleigh ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈໍາ ຫວຽດນາມ.

ຫວຽດນາມ ຢືນອັນດັບທີ 3 ໃນການສະໜອງຢາງພາລາໃຫ້ ສ.ເກົາຫຼີ

ຫວຽດນາມ ຢືນອັນດັບທີ 3 ໃນການສະໜອງຢາງພາລາໃຫ້ ສ.ເກົາຫຼີ

​ຍສໝ - ເປັນ​ທີ່​ໜ້າໃສ່ໃຈແມ່ນ, ອັດຕາສ່ວນກວມຕະຫຼາດ​ຢາງພາລາ​ຂອງ​ຫວຽດນາມ ກວມ​ເອົາ 9,8% ຂອງ​ຍອດການ​ນຳ​ເຂົ້າ​ຢາງພາລາ​ທັງ​ໝົດ​ຂອງ ສ.​ເກົາຫຼີ, ​ເພີ່ມ​ຂຶ້ນ 8,8% ​ເມື່ອທຽບໃສ່ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.