ຊາວໜຸ່ມນໍາໜ້າ, ນໍາຫວຽດນາມ ກາຍເປັນປະເທດເຂັ້ມແຂງໃນການເລີ່ມທຸລະກິດ

08:07 | 29/03/2022

ຕອນບ່າຍວັນທີ 26 ມີນາ, ທີ່ມະຫາວິທະຍາໄລເຕັກໂນໂລຢີຄົມມະນາຄົມຂົນສົ່ງ (ຮາກຖານທີ 2 ວິ້ງຟຸກ), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມວັນບຸນເລີ່ມທຸລະກິດແຫ່ງຊາດຂອງນັກຮຽນ, ນັກສຶກສາ ຄັ້ງທີ IV.

ເວທີປາໄສການໄປສຶກສາຢູ່ຕ່າງປະເທດ ເຊັກໂກ ເປີດໂອກາດການຮຽນຮູ້ໃຫ້ຊາວໜຸ່ມ ຫວຽດນາມ ເວທີປາໄສການໄປສຶກສາຢູ່ຕ່າງປະເທດ ເຊັກໂກ ເປີດໂອກາດການຮຽນຮູ້ໃຫ້ຊາວໜຸ່ມ ຫວຽດນາມ
ຊຸກຍູ້ສິດທິຂອງເດັກນ້ອຍ ແລະ ຊາວໜຸ່ມ ໃນໄລຍະປີ 2021-2026 ຊຸກຍູ້ສິດທິຂອງເດັກນ້ອຍ ແລະ ຊາວໜຸ່ມ ໃນໄລຍະປີ 2021-2026

ກ່າວຄໍາເຫັນທີ່ລາຍການ, ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າວັນບຸນເລີ່ມທຸລະກິດນັບມື້ນັບດຶງດູດນັກຮຽນ, ນັກສຶກສາເຂົ້າຮ່ວມເປັນຈໍານວນຫຼວງຫຼາຍດ້ວຍຫຼາຍໂຄງການທີ່ມີຄຸນນະພາບໃນບັນດາຂົງເຂດ, ຂະແໜງອາຊີບ. ເພື່ອຊຸກຍູ້ເລີ່ມທຸລະກິດໃນໝູ່ນັກຮຽນ, ນັກສຶກສາ ແລະຮຸ່ນໜຸ່ມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຄວນສືບຕໍ່ເສີມຂະຫຍາຍມູນເຊື້ອຊາວຫວຽດນາມ ສະຫຼາດ, ດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ມີຄຸນນະທາດ, ກ້າຮັບມືກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ; ຄົ້ນຄວ້າ, ໄຈ່ແຍກດ້ານດີ, ດ້ານອ່ອນຂອງຊາວຫວຽດນາມ ໃຕ້ແງ່ມູມເລີ່ມທຸລະກິດ, ປ່ຽນແປງໃໝ່, ປະດິດຄິດສ້າງຢ່າງລະອຽດ ເພື່ອເສີມຂະຫຍາຍບັນດາດ້ານດີ, ດ້ານຕັ້ງໜ້າ, ແກ້ໄຂບັນດາດ້ານອ່ອນ, ດ້ານຈຳກັດ. ສໍາລັບການເລີ່ມທຸລະກິດປ່ຽນແປງໃໝ່, ປະດິດຄິດສ້າງ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງຕ້ອງເສີມຂະຫຍາຍຈິດໃຈກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍແຫຼ່ງກຳລັງສູງສຸດທັງພາຍໃນ ແລະພາຍນອກ.

ຊາວໜຸ່ມນໍາໜ້າ, ນໍາຫວຽດນາມ ກາຍເປັນປະເທດເຂັ້ມແຂງໃນການເລີ່ມທຸລະກິດ
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະຜູ້ແທນທີ່ພິທີໄຂວັນບຸນເລີ່ມທຸລະກິດແຫ່ງຊາດຂອງນັກຮຽນ, ນັກສຶກສາ ຄັ້ງທີ IV. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງກະຊວງຖະແຫຼງຂ່າວ ແລະສື່ສານ ສົມທົບກັບກະຊວງສຶກສາ ແລະກໍ່ສ້າງ ຊຸກຍູ້ລາຍການຫັນປ່ຽນດີຈີຕອນໃນການສຶກສາ, ນຳການຫັນປ່ຽນດີຈີຕອນຕິດພັນກັບການເຄື່ອນໄຫວເລີ່ມທຸລະກິດປະດິດຄິດສ້າງ. ຄຽງຂ້າງນັ້ນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງມາດຕະການສ້າງສະພາບແວດລ້ອມ, ດຶງດູດແຫຼ່ງກໍາລັງຊຸກຍູ້ເລີ່ມທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງ; ຍູ້ແຮງການເຊື່ອມຕໍ່ ລັດ-ໂຮງຮຽນ-ນັກລົງທຶນ ບົນພື້ນຖານພ້ອມກັນມີຜົນປະໂຫຍດ, ແບ່ງປັນຄວາມສ່ຽງ...

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.