ປະດັບຫຼຽນໄຊມິດຕະພາບໃຫ້ແກ່ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈໍາ ຫວຽດນາມ

08:03 | 29/03/2022

ໂດຍໄດ້ຮັບການມອບສິດຈາກປະທານປະເທດ ສສ ຫວຽດນາມ, ວັນທີ 25 ມີນາ, ທ່ານ ເຢືອງກວກແທງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາກຊັງຕີນ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Juan Carlos Valle Raleigh ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈໍາ ຫວຽດນາມ.

ມອບຫຼຽນໄຊມິດຕະພາບ ແລະ ຫຼຽນກາລະນຶກເພື່ອສັນຕິພາບໃຫ້ ອະດີດເອກອັກຄະລັດຖະທູດສິງກະໂປ ປະຈໍາ ຫວຽດນາມ ມອບຫຼຽນໄຊມິດຕະພາບ ແລະ ຫຼຽນກາລະນຶກເພື່ອສັນຕິພາບໃຫ້ ອະດີດເອກອັກຄະລັດຖະທູດສິງກະໂປ ປະຈໍາ ຫວຽດນາມ
ການນໍາກະຊວງການຕ່າງປະເທດຫວຽດນາມ ອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດວັນຊາດລາວ ການນໍາກະຊວງການຕ່າງປະເທດຫວຽດນາມ ອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດວັນຊາດລາວ

ທ່ານ ເຢືອງກວກແທງ ຢັ້ງຢືນວ່າ ການປະດັບຫຼຽນໄຊອັນສູງສົ່ງນີ້ໃຫ້ທ່ານ Juan Carlos Valle Raleigh ແມ່ນການຮັບຮູ້ຂອງລັດຫວຽດນາມ ຕໍ່ການປະກອບສ່ວນທີ່ສໍາຄັນຂອງເພິ່ນໃນວິວັດການສ້າງສາ, ປັບປຸງ ແລະພັດທະນາສາຍພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງລັດຖະບານ ແລະປະຊາຊົນສອງປະເທດຫວຽດນາມ ແລະອາກຊັງຕີນ. ທ່ານ ເຢືອງກວກແທງ ຫວັງວ່າ ເຖິງວ່າໃນຖານະຕໍາແໜ່ງໃດກໍ່ຕາມ, ທ່ານ Juan Carlos Valle Raleigh ກໍ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງສາຍພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະອາກຊັງຕີນ.

ປະດັບຫຼຽນໄຊມິດຕະພາບໃຫ້ແກ່ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈໍາ ຫວຽດນາມ
ທ່ານ ເຢືອງກວກແທງ ເອກອັກຄະລັດຖະທູດ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ ທ່ານ Juan Carlos Valle Raleigh. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອຮັບລາງວັນອັນສູງສົ່ງຂອງລັດຫວຽດນາມ, ທ່ານ Juan Carlos Valle Raleigh ໄດ້ແບ່ງປັນວ່າ ການປະຕິບັດໜ້າທີ່ການທູດຂອງທ່ານຢູ່ຫວຽດນາມ ໃນ 3 ປີຜ່ານມາ ແມ່ນໄລຍະທີ່ໜ້າຈົດຈຳ ແລະພາກພູມໃຈໃນວິວັດການປະຕິບັດງານຂອງຕົນ. ທ່ານຍາມໃດກໍ່ຮູ້ສຶກປະທັບໃຈ ແລະຈົດຈຳວັດທະນະທໍາອັນດີງາມ, ນໍ້າໃຈ ແລະຄວາມອົບອຸ່ນສະໜິດສະໜົມຂອງຊາວຫວຽດນາມ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.