ຫວຽດນາມເປັນຄູ່ຮ່ວມມືທີ່ສຳຄັນໃນພາກພື້ນມະຫາສະມຸດອິນເດຍ-ປາຊີຟິກ ຂອງລາຊາອານາຈັກອັງກິດ

08:39 | 30/03/2022

ຍ​ສ​ໝ - ເຊົ້າ​ວັນ​ທີ 28 ມີ​ນາ ທີ່​ຮ່າ​ໂນ້ຍ, ທ່ານ ຟ໊າມກວ່າງ​ຮ໊ຽວ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ທ່ານນາງ ອາ​ມາ​ດາ ມິວ​ລິ່ງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຮັບ​ຜິດ​ຊອບ​ທະ​ວີບອາ​ຊີ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ພັດ​ທະ​ນາ ໄດ້​ຮ່ວມ​ນຳ​ພາ​ກອງ​ປະ​ຊຸມ​ສົນ​ທະ​ນາ​ຍຸດ​ທະ​ສາດ​ຫວຽດ​ນາມ-ອັງ​ກິດ ຄັ້ງ​ທີ 8.

APEC ສ້າງພື້ນຖານໃໝ່ໃຫ້ແກ່ການພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ APEC ສ້າງພື້ນຖານໃໝ່ໃຫ້ແກ່ການພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ
ການປະຊຸມທາງ​ອອນ​ລາຍ ຂອງຜູ້ບັນຊາການກຳລັງປ້ອງກັນປະເທດໃນພາກພື້ນອິນເດຍ - ປາຊີຟິກ ການປະຊຸມທາງ​ອອນ​ລາຍ ຂອງຜູ້ບັນຊາການກຳລັງປ້ອງກັນປະເທດໃນພາກພື້ນອິນເດຍ - ປາຊີຟິກ

ໃນ​ວາ​ລະ​ການ​ສົນ​ທະ​ນາ, ທັງ​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ກັນ​ກ່ຽວ​ກັບ​ສະ​ພາບ​ການ​ຮ່ວມ​ມື ແລະ ບັນ​ດາ​ມາດ​ຕະ​ການ​ລະ​ອຽດ ແນ​ໃສ່​ນຳ​ເອົາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ອັງ​ກິດ ໃຫ້​ເຂົ້າ​ສູ່​ສະ​ພາບ​ຕົວ​ຈິງ, ມີ​ຜົນ​ສຳ​ເລັດ ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ການ​ເມືອງ-ການ​ຕ່າງ​ປະ​ເທດ, ການ​ຄ້າ-ການ​ລົງ​ທຶນ, ການ​ຮັບ​ມື​ກັບ​ຄວາມ​ປ່ຽນ​ແປງ​ທາງ​ອາ​ກາດ ແລະ ການ​ພັດ​ທະ​ນາ​ທີ່​ຍືນ​ຍົງ, ການ​ຮ່ວມ​ມື​ພັດ​ທະ​ນາ, ການ​ສຶກ​ສາ-ການ​ຝຶກ​ອົບ​ຮົມ, ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ, ປ້ອງ​ກັນ​ຊາດ-ປ້ອງ​ຄວາມ​ສະ​ຫງົບ, ການ​ພົບ​ຂອງປະ​ຊາ​ຊົນ…

ຫວຽດນາມເປັນຄູ່ຮ່ວມມືທີ່ສຳຄັນໃນພາກພື້ນມະຫາສະມຸດອິນເດຍ-ປາຊີຟິກ ຂອງລາຊາອານາຈັກອັງກິດ
ຫວຽດນາມເປັນຄູ່ຮ່ວມມືທີ່ສຳຄັນໃນພາກພື້ນມະຫາສະມຸດອິນເດຍ-ປາຊີຟິກ ຂອງລາຊາອານາຈັກອັງກິດ. ພາບ : vtv.vn

ສອງ​ຝ່າຍ​ແລກ​ປ່ຽນບາງ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ຮ່ວມ​ກັນ​ສົນ​ໃຈ, ເນັ້ນ​ໜັກ​ຄວາມ​ສຳ​ຄັນ​ຂອງ​ການ​ຮັບ​ປະ​ກັນ​ເສ​ລີ​ພາບ​ທາງ​ທະ​ເລ, ທາງ​ອາ​ກາດ, ຄວາມ​ສະ​ຫງົບ ແລະ ສັນ​ຕິ​ພາບ​ໃນ​ທະ​ເລ​ຕາ​ເວັນ​ອອກ.

ສອງ​ຝ່າຍ​ຊົຍ​ຊື່ນ​ຕໍ່​ກັບ​ຜົນ​ງານ​ທາງ​ເສດ​ຖະ​ກິດ​ທີ່​ບັນ​ລຸ​ໄດ້​ພາຍ​ລັງ​ເກືອຍ​ໜຶ່ງ​ປີ​ແຫ່ງ​ຜົນ​ສັກ​ສິດ​ຂອງ​ສົນ​ທິ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ-ອັງ​ກິດ (UKVFTA) ດ້ວຍ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ທີ່​ເຕີບ​ໂຕ​ຢ່າງ​ກ້າວ​ໜ້າ ບັນ​ລຸ 6,6 ຕື້​ໂດ​ລາ USD.

ຢືນ​ຢັນ​ວ່າ​ອັງ​ກິດ​ຖື​ຫວຽດ​ນາມ​ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ພາກ​ພື້ນ​ທ່າມ​ກາງ​ສະ​ຖາ​ນະ​ການ​ທີ່​ອັງ​ກິດ​ກຳ​ລັງ​ປັບ​ປຸງ​ນະ​ໂຍ​ບາຍ​ຕາມ​ທິດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ພາກ​ພື້ນ​ມະ​ຫາ​ສະ​ມຸດ​ອິນ​ເດຍ-ປາ​ຊີ​ຟິກ. ທ່ານ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ມິວ​ລີ່ງ ກ່າວ​ຂອງ​ໃຈ​ຫວຽດ​ນາມ​ທີ່​ໄດ້​ສະ​ໜັບ​ສະ​ໜູນ​ອັງ​ກິດ​ໃຫ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ສົນ​ທະ​ນາ​ທີ່​ຄົບ​ຖ້ວນ​ຂອງ​ອາ​ຊຽນ, ກໍ​ຄື​ໃນ​ການ​ເຈ​ລະ​ຈາ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ກ້າວ​ໜ້າ​ທົ່ວ​ປາ​ຊີ​ຟິກ (CPTPP).

ສອງ​ຝ່າຍ​ເອ​ກະ​ພາບ​ກັນ​ປະ​ສານ​ງານ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສອງ​ຝ່າຍ ແລະ ບັນ​ດາ​ກົນ​ໄກ​ການ​ຮ່ວມ​ມື​ພາກ​ພື້ນ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.