ຍສໝ - ຕາມການຄາດຄະເນແລ້ວ, ໃນໄຕມາດທີ 1 ປີ 2022, ການສົ່ງອອກກາເຟຂອງ ຫວຽດນາມ ບັນລຸ 541.000 ໂຕນ, ເປັນມູນຄ່າປະມານ 1,22 ຕື້ USD, ເພີ່ມຂຶ້ນ 19,4% ດ້ານປະລິມານ ແລະ 50,4% ໃນດ້ານມູນຄ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2021.
ວັນທີ 3 ເມສາ, ຢູ່ນະຄອນ ຫາຍຟ່ອງ, ພະແນກທ່ອງທ່ຽວ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ 5 ແຂວງ ແລະ ນະຄອນຢູ່ພາກກາງຄື ກວາງບິ່ງ, ກວາງຈີ, ເທືອທຽນ-ເຫ້ວ, ກວາງນາມ ແລະ ດ່າໜັງ ໄດ້ຈັດຕັ້ງກອງປະຊຸມຮ່ວມມືພັດທະນາການທ່ອງທ່ຽວກັບຫາຍຟ່ອງ, ກວາງນິງ.
ໂດຍຕອບສະໜອງຄໍາເຊີນຂອງສະຫາຍ ອະນຸພາບ ຕຸນາລົມ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ລາວ), ສະຫາຍ ດິງຕ໊ຽນຢູງ, ກຳມະການກົມການເມືອງ, ເລຂາພັກນະຄອນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນຫຼວງຮ່າໂນ້ຍ ນຳໜ້າຄະນະຜູ້ແທນຂັ້ນສູງນະຄອນ ໄປຢ້ຽມຢາມ ແລະເຮັດວຽກຢູ່ວຽງຈັນ ໃນລະຫວ່າງວັນທີ 3-5 ເມສາ 2022.
ສະພາສິດທິມະນຸດ ສປຊ ຫາກໍ່ສິ້ນສຸດກອງປະຊຸມປະຈຳປີຄັ້ງທີ 49 ຢູ່ນະຄອນ ເຊີແນວ, ປະເທດສະວິດ. ກອງປະຊຸມໄດ້ດຳເນີນມາເປັນເວລາ 5 ອາທິດ (ໃນລະຫວ່າງວັນທີ 28 ກຸມພາ ຫາ ວັນທີ 1 ເມສາ) ຕາມຮູບແບບໂດຍກົງ ສົມທົບທາງໄກ ກັບ 58 ວາລະປະຊຸມ.
ຍສໝ - ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ສະເໜີຂຶ້ນເງິນເດືອນແຮງງານຂັ້ນຕ່ຳຂອງຂົງເຂດ ນັບແຕ່ວັນທີ 1 ກໍລະກົດ 2022. ບັນດາຜູ້ຊ່ຽວຊານ, ພະນັກງານສະຫະພັນກຳມະບານຂັ້ນຮາກຖານ ແລະ ຜູ້ອອກແຮງງານ ໄດ້ສະເໜີໃຫ້ເພີ່ມເງິນເດືອນຂັ້ນຕ່ຳ 10%.
ຕອນເຊົ້າວັນທີ 2 ເມສາ, ຄະນະແພດໝໍໂຮງໝໍ ເຈີ້ໄຢ໊- ພະນົມເປັນ, ຫ້ອງປະຊາຄົມຢູ່ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ແລະ ສະມາຄົມຊາວຂະແມ - ຫວຽດນາມ ປະຈຳ ກຳປູເຈຍ ໄດ້ຈັດຕັ້ງການກວດ-ປິ່ນປົວພະຍາດໃຫ້ແກ່ຊາວກໍາປູເຈຍ ເຊື້ອຊາດຫວຽດນາມ ແລະຊາວຂະແມ ຢູ່ແຂວງ Kandal ປະມານ 700 ຄົນ.
ໂດຍແມ່ນໜຶ່ງໃນບັນດາຊົນເຜົ່າທີ່ດຳລົງຊີວິດມາແຕ່ດົນນານຢູ່ເຂດໄຕງວຽນ, ຊົນເຜົ່າເກີຮໍ ເວົ້າລວມ ແລະຊາວເກີຮໍເຊີເຣ ຢູ່ເມືອງ ຢີລີງ, ແຂວງ ເລິມດົ່ງ ເວົ້າສະເພາະ ເຂົາເຈົ້າມີມູນເຊື້ອວັດທະນະທໍາທີ່ອຸດົມສົມບູນ, ຫຼາຍຮູບ ຫຼາຍແບບ ແລະເຕັມໄປດ້ວຍສີສັນທີ່ເປັນເອກະລັກສະເພາະຂອງເຜົ່າຕົນ.
ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ຮຽງບ່າຮຽງໄຫຼ່ພ້ອມກັບລັດຖະບານ, ປະຊາຊົນ ຟີລິບປິນ ດ້ວຍຈິດໃຈຮ່ວມມື, ມິດຕະພາບ.
ຄາດວ່າ ໃນຕົ້ນອາທິດໜ້າ, ກະຊວງສາທາລະນະສຸກຫວຽດນາມ ຈະຈັດກອງປະຊຸມຜັນຂະຫຍາຍການອອກປາສປໍວັກຊິນ ໃຫ້ແກ່ 63 ແຂວງນະຄອນ ແລະ ຫັງຈາກນັ້ນ ຈະເລີ່ມອອກປາສປໍວັກຊິນຢ່າງເປັນທາງການຢ່າງກ້ວາງຂວາງ.
ວັນທີ 1 ເມສາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ໃຫ້ການຕ້ອນຮັບທ່ານ John McAuliff ເພື່ອນມິດທີ່ມາແຕ່ດົນນານ ແລະ ສະໜິດສະໜົມຂອງ ຫວຽດນາມ ຢູ່ ນິວຢອກ.
ຍສໝ - ວັນທີ 30 ມີນາ, ເວທີປາໄສການລົງທຶນຫວຽດນາມ ດ້ວຍຫົວຂໍ້ “ສັກກະຫຼາດ ໃໝ່ກ່ຽວກັບການຫັນປ່ຽນດີຈີຕອນ ແລະຫັນປ່ຽນສີຂຽວ” ໄດ້ຈັດຕັ້ງຢູ່ລອນດອນ, ປະເທດອັງກິດ ເພື່ອຊຸກຍູ້ການລົງທຶນຕ່າງປະເທດເວົ້າລວມ ແລະການລົງທຶນ ຂອງອັງກິດ ເຂົ້າຫວຽດນາມ ເວົ້າສະເພາະ ໃນສະພາບທີ່ປະເທດເປີດປະຕູ ຄືນໃໝ່ພາຍຫຼັງພະຍາດໂຄວິດ-19.
ຍສໝ - ງານບຸນທ່ອງທ່ຽວຮ່າໂນ້ຍ ປີ 2022 ຈະດຳເນີນແຕ່ວັນທີ 13 – 15 ພຶດສະພາ ຢູ່ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ.
ຍສໝ - ຕອນບ່າຍວັນທີ 31 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດໄທ ປະຈຳຫວຽດນາມ Nikorndej Balankura ເຂົ້າຢ້ຽມຂ່ຳນັບ.
ຍສໝ - ວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ Marc E. Knapper ເຊິ່ງມາເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດທີ່ທ່ານເອກອັກຄະລັດຖະທູດເລີ່ມດຳລົງຕຳແໜ່ງ.
ຍສໝ - ຕອນບ່າຍວັນທີ 31 ມີນາ, ກະຊວງພາຍໃນຈັດຕັ້ງພິທີເຊັນລົງນາມສັນຍາຮ່ວມມືໃນຂົງເຂດຄຸ້ມຄອງລັດຖະກອນ ແລະ ຫັນພື້ນຖານການຄຸ້ມຄອງລັດເປັນທັນສະໄໝ ລະຫວ່າງກະຊວງພາຍໃນ-ຫວຽດນາມ ແລະ ກະຊວງຄຸ້ມຄອງລັດຖະກອນ ແລະ ການຫັນປ່ຽນ-ຝຣັ່ງ. ຈຸດປະສົງແມ່ນເພື່ອປະກອບສ່ວນສ້າງພື້ນຖານການບໍລິຫານລັດທີ່ວ່ອງໄວ, ໂປ່ງໃສ ແລະ ປະສິດທິຜົນ.
ຍສໝ - ຄະນະຜູ້ແທນເຮັດວຽກສະຖານທູດຫວຽດນາມປະຈຳຕວັກກີ ນຳໂດຍທ່ານເອກອັກຄະລັດຖະທູດ ໂດ໋ເຊີນຮ່າຍ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບແຂວງອາດານາ ແລະ ເມີຊີນ ແນໃສ່ເພີ່ມທະວີການຮ່ວມມືເສດຖະກິດທ້ອງຖິ່ນສອງປະເທດ.
ຍສໝ - ວັນທີ 31 ມີນາ ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດໄດ້ເປັນປະທານເຜີຍແຜ່ບົດລາຍງານໄລຍະກາງສະໄໝຢ່າງການສະໝັກໃຈໃນການປະຕິບັດຂໍ້ສະເໜີ UPR Cycle III ທີ່ຫວຽດນາມໄດ້ຮັບຮອງ ແລະ ຂໍ້ມູນກ່ຽວກັບຜູ້ລົງສະໝັກຂອງຫວຽດນາມ ເຂົ້າຮ່ວມໃນສະພາສິດທິມະນຸດສະຫະປະຊາຊາດ ສະໄໝ 2023-2025.
ຍສໝ - ຕອນບ່າຍວັນທີ 30 ມີນາ, ຢູ່ນະຄອນຫຼວງ Wellington, ສະຖານທູດຫວຽດນາມ ປະຈຳ ນິວຊີແລນ ແລະສູນກາງສະມາຄົມນັກສຶກສາ ຫວຽດນາມ, ຄະນະບໍລິຫານງານຊົ່ວຄາວຂອງສະມາຄົມນັກສຶກສາ ຫວຽດນາມ ປະຈຳ ນິວຊີແລນ ໄດ້ຈັດຕັ້ງກອງປະຊຸມໃຫຍ່ສະມາຄົມນັກສຶກສາ ຫວຽດນາມ ຢູ່ ນິວຊີແລນ ຄັ້ງທີ 1, ອາຍຸການ 2022-2024.
ຍສໝ - ກອງປະຊຸມສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ (ASCC) ຄັ້ງທີ 27 ດ້ວຍຫົວຂໍ້ “ອາຊຽນກະທໍາ-ພ້ອມກັນແກ້ໄຂບັນດາສິ່ງທ້າທາຍ” ດໍາເນີນໃນ ຕອນເຊົ້າ ວັນທີ 30 ມີນາ ຜ່ານລະບົບທາງໄກ, ດ້ວຍການເຂົ້າຮ່ວມຂອງ ລັດຖະມົນຕີ/ຫົວໜ້າຄະນະຜູ້ແທນບັນດາປະເທດອາຊຽນ ຮັບຜິດຊອບ ປະຊາຄົມວັດທະນະທໍາ-ສັງຄົມ, ເລຂາທິການໃຫຍ່ອາຊຽນ ແລະຄະນະ ເລຂາອາຊຽນ. ນີ້ແມ່ນກອງປະຊຸມທໍາອິດໃນປີຂອງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ.
ຍສໝ - ທ່ານ ໂດ໊ວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປາດຖະໜາວ່າ ບັນດາພະສົງສຳມະເນນ ແລະ ພໍ່ແມ່ປະຊາຊົນຊາວເຜົ່າຂະແມ ສືບຕໍ່ສາມັກຄີ, ມານະພະຍາຍາມປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ.