ມອບເຂົ້າສານ 200 ລ້ານໂຕນໜູນຊ່ວຍ ຟີລິບປິນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Rai

10:48 | 04/04/2022

ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ຮຽງບ່າຮຽງໄຫຼ່ພ້ອມກັບລັດຖະບານ, ປະຊາຊົນ ຟີລິບປິນ ດ້ວຍຈິດໃຈຮ່ວມມື, ມິດຕະພາບ.

ຫວຽດ​ນາມ ຈະ​ຜັນ​ຂະ​ຫຍາຍ​ປາ​ສ​ປໍ​ວັກ​ຊິນ​ຢ່າງ​ກ້​ວາງ​ຂວາງ ຫວຽດ​ນາມ ຈະ​ຜັນ​ຂະ​ຫຍາຍ​ປາ​ສ​ປໍ​ວັກ​ຊິນ​ຢ່າງ​ກ້​ວາງ​ຂວາງ
ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ການ​ທູດ​ປ​ະ​ຊາ​ຊົນ ລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ການ​ທູດ​ປ​ະ​ຊາ​ຊົນ ລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ອາ​ເມ​ລິ​ກາ
undefined

ພິທີມອບສັນຍາລັກເຂົ້າສານ 200 ໂຕນ ໃຫ້ລັດຖະບານ, ປະຊາຊົນ ຟີລິບປິນ ເພື່ອໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Rai.(ພາບ: TTXVN)

ຕອນບ່າຍວັນທີ 01 ເມສາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິນຮັ່ງ ໄດ້ມອບສັນຍາລັກເຂົ້າສານ 200 ໂຕນ, ມີມູນຄ່າເກືອບ 100.000 USD - ເຊິ່ງແມ່ນຂອງຂວັນຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ລັດຖະບານ, ປະຊາຊົນ ຟີລິບປິນ ເພື່ອໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Rai. ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນມິນຮັ່ງ ເນັ້ນໜັກວ່າ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ຮຽງບ່າຮຽງໄຫຼ່ພ້ອມກັບລັດຖະບານ, ປະຊາຊົນ ຟີລິບປິນ ດ້ວຍຈິດໃຈຮ່ວມມື, ມິດຕະພາບ, ອູ້ມຊູຊ່ວຍເຫຼືອຊຶ່ງກັນແລະກັນ. ຈຳນວນເຂົ້າສານທີ່ ມອບໃຫ້ໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນນ້ຳໃຈຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ຜູ້ປະສົບເຄາະຮ້າຍຈາກພາຍຸ ກໍຄືປາດຖະໜາຢາກປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດຢ່າງບໍ່ຢຸດຢັ້ງ.

ສ່ວນທ່ານ Meynardo Montealegre, ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ ຖືວ່າ, ນີ້ແມ່ນການໜູນຊ່ວຍທີ່ແທດຈິງຂອງ ຫວຽດນາມ ໃຫ້ແກ່ ຟີລິບປິນ ໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກ; ທ່ານຢືນຢັນວ່າຈະຈັດແບ່ງຈຳນວນເຂົ້າສານທີ່ໄດ້ຮັບນີ້ ເພື່ອມອບໃຫ້ປະຊາຊົນຢູ່ເຂດຖືກຜົນສະທ້ອນໂດຍໄວ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.