ຫວຽດ​ນາມ ຈະ​ຜັນ​ຂະ​ຫຍາຍ​ປາ​ສ​ປໍ​ວັກ​ຊິນ​ຢ່າງ​ກ້​ວາງ​ຂວາງ

09:38 | 04/04/2022

ຄາດວ່າ ໃນຕົ້ນອາທິດໜ້າ, ກະຊວງສາທາລະນະສຸກຫວຽດນາມ ຈະຈັດກອງປະຊຸມຜັນຂະຫຍາຍການອອກປາສປໍວັກຊິນ ໃຫ້ແກ່ 63 ແຂວງນະຄອນ ແລະ ຫັງຈາກນັ້ນ ຈະເລີ່ມອອກປາສປໍວັກຊິນຢ່າງເປັນທາງການຢ່າງກ້ວາງຂວາງ.

ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ການ​ທູດ​ປ​ະ​ຊາ​ຊົນ ລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ການ​ທູດ​ປ​ະ​ຊາ​ຊົນ ລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ອາ​ເມ​ລິ​ກາ
ຫວຽດນາມ, ຈຸດນັດພົບທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ການລົງທຶນສີຂຽວ ແລະຫັນປ່ຽນດີຈີຕອນ ຫວຽດນາມ, ຈຸດນັດພົບທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ການລົງທຶນສີຂຽວ ແລະຫັນປ່ຽນດີຈີຕອນ
undefined
ພາບປະກອບ

ຕາມກະຊວງສາທາລະນະສຸກຫວຽດນາມ ແລ້ວ, ໃນວັນທີ 1 ເມສາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ 19 ລວມທັງໝົດ 72.556 ຄົນ ແລະ ນັບແຕ່ ເກີດໂລກລະບາດຈົນຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດສະສົມທັງໝົດແມ່ນ 9.650.663 ຄົນ, ຢືນອັນດັບທີ 12 ໃນຈຳນວນ 227 ປະເທດ ແລະ ເຂດແຄ້ວນ. ມາຮອດປະຈຸບັນ, ຈຳນວນຜູ້ຕິດເຊື້ອພະຍາດໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 7.606.476 ຄົນ, ມີຜູ້ເສຍຊີວິດ 42.526 ຄົນ.

ຄາດວ່າ ໃນຕົ້ນອາທິດໜ້າ, ກະຊວງສາທາລະນະສຸກຫວຽດນາມ ຈະຈັດກອງປະຊຸມຜັນຂະຫຍາຍການອອກປາສປໍວັກຊິນ ໃຫ້ແກ່ 63 ແຂວງນະຄອນ ແລະ ຫັງຈາກນັ້ນ ຈະເລີ່ມອອກປາສປໍວັກຊິນຢ່າງເປັນທາງການຢ່າງກ້ວາງຂວາງ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງເຊົ້າຂອງວັນທີ 2 ເມສາ (ຕາມເວລາ UTC), ໂລກໄດ້ຢືນຢັນມີຜູ້ຕິດເຊື້ອພະຍາດໂຄວິດ 19 ກ່ວາ 490 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 6.17 ລ້ານຄົນ.

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຮ້າຍແຮງກ່ວາໝູ່ ຈາກໂລກລະບາດໂຄວິດ 19 ດ້ວຍຈຳນວນ ຜູ້ຕິດເຊື້ອພະຍາດກ່ວາ 81,8 ລ້ານຄົນ ແລະ ມີຜູ້ເສຍຊີວິດກ່ວາ 1 ລ້ານຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ 19 ຕື່ມອີກ 12 ລ້ານຄົນ, ໃນນັ້ນ, ສ.ເກົາຫຼີ ຢືນອັນດັບທີ່ 1 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດກ່ວາ 264.000 ຄົນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.