ງານບຸນເຂົ້າໃໝ່ຂອງຊາວເຜົ່າເກີຮໍ

14:39 | 04/04/2022

ໂດຍແມ່ນໜຶ່ງໃນບັນດາຊົນເຜົ່າທີ່ດຳລົງຊີວິດມາແຕ່ດົນນານຢູ່ເຂດໄຕງວຽນ, ຊົນເຜົ່າເກີຮໍ ເວົ້າລວມ ແລະຊາວເກີຮໍເຊີເຣ ຢູ່ເມືອງ ຢີລີງ, ແຂວງ ເລິມດົ່ງ ເວົ້າສະເພາະ ເຂົາເຈົ້າມີມູນເຊື້ອວັດທະນະທໍາທີ່ອຸດົມສົມບູນ, ຫຼາຍຮູບ ຫຼາຍແບບ ແລະເຕັມໄປດ້ວຍສີສັນທີ່ເປັນເອກະລັກສະເພາະຂອງເຜົ່າຕົນ.

ກະຊວງການຕ່າງປະເທດເຜີຍແຜ່ບົດລາຍງານໄລຍະກາງສະໄໝຢ່າງສະໝັກໃຈໃນການປະຕິບັດຂໍ້ສະເໜີທີ່ຫວຽດນາມຮັບເອົາຕາມກົນໄກກວດກາທົບທວນຕາມໄລຍະທົ່ວໄປ ກະຊວງການຕ່າງປະເທດເຜີຍແຜ່ບົດລາຍງານໄລຍະກາງສະໄໝຢ່າງສະໝັກໃຈໃນການປະຕິບັດຂໍ້ສະເໜີທີ່ຫວຽດນາມຮັບເອົາຕາມກົນໄກກວດກາທົບທວນຕາມໄລຍະທົ່ວໄປ
ສະໜັບສະໜູນພົນລະເມືອງຫວຽດນາມເຂົ້າຮ່ວມໂຄງການແຮງງານກະສິກຳທີ່ອົດສະຕາລີ ສະໜັບສະໜູນພົນລະເມືອງຫວຽດນາມເຂົ້າຮ່ວມໂຄງການແຮງງານກະສິກຳທີ່ອົດສະຕາລີ

ຄວາມອຸດົມສົມບູນ ໄດ້ສະແດງອອກໃຫ້ເຫັນຜ່ານຫຼາຍແງ່ມູມທາງດ້ານວັດທະນະທຳ, ໃນນັ້ນຕ້ອງໄດ້ເວົ້າເຖິງງານບຸນເຂົ້າໃໝ່ຂອງຊາວເຜົ່າເກີຮໍ. ຕາມປົກກະຕິແລ້ວ, ງານບຸນເຂົ້າໃໝ່ ແມ່ນໄດ້ຈັດຂຶ້ນທຸກໆປີພາຍຫຼັງລະດູເກັບກ່ຽວ, ດ້ວຍຄວາມໝາຍພາວະນາ, ຂໍພອນນຳເທວະດາເຂົ້າໃຫ້ທຸກຄົນ, ທຸກຄອບຄົວມີຢູ່ມີກິນ, ຊີວິດການເປັນຢູ່ນັບມື້ນັບຢູ່ເຢັນເປັນສຸກ, ອີ່ມໜຳສຳລານ, ເຫຼືອກິນເຫຼືອໃຊ້.

ນັກຂ່າວໜັງສືພິມກອງທັບປະຊາຊົນໄດ້ບັນທຶກບາງຮູບພາບຂອງງານບຸນເຂົ້າໃໝ່ທີ່ຫາກໍ່ໄດ້ວາດພາບຢູ່ໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ (ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ).

ງານບຸນເຂົ້າໃໝ່ຂອງຊາວເຜົ່າເກີຮໍ
ເປີດສາກພິທີກຳ, ເຈົ້າກົກເຈົ້າເຫຼົ່າຂອງບ້ານເປົ່າແກເຂົາຄວາຍ ແລະພາວະນາຂໍເທວະດາຟ້າແຖນ ປົກປັກຮັກສາໃຫ້ທົ່ວໝູ່ບ້ານຈັດງານບຸນ. ພາບ: qdnd.vn
ງານບຸນເຂົ້າໃໝ່ຂອງຊາວເຜົ່າເກີຮໍ
ພາຍຫຼັງພິທີກຳ, ຊາວບ້ານໄດ້ພາກັນຕີຄ້ອງ, ເຕັ້ນລຳເພື່ອຂໍຄວາມໂຊກດີ. ພາບ: qdnd.vn
ງານບຸນເຂົ້າໃໝ່ຂອງຊາວເຜົ່າເກີຮໍ
ພາຍຫຼັງພິທີກຳ, ຊາວບ້ານໄດ້ພາກັນຕີຄ້ອງ, ເຕັ້ນລຳເພື່ອຂໍຄວາມໂຊກດີ. ພາບ: qdnd.vn
ງານບຸນເຂົ້າໃໝ່ຂອງຊາວເຜົ່າເກີຮໍ
ເຈົ້າກົກເຈົ້າເຫຼົ່າໃນບ້ານເຢັ້ນເຫຼົ້າຖະຫວາຍເທວະດາຟ້າແຖນ, ຫຼັງຈາກນັ້ນກໍໍ່ເຊີນແຂກດື່ມເຫຼົ້າ ແລະໃສ່ປອກແຂນທອງໃຫ້ແຂກ. ພາບ: qdnd.vn

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.