ເລຂາພັກນະຄອນຮ່າໂນ້ຍ ດິງຕ໊ຽນຢູງ ຢ້ຽມຢາມ ແລະເຮັດວຽກຢູ່ລາວ

10:13 | 05/04/2022

ໂດຍຕອບສະໜອງຄໍາເຊີນຂອງສະຫາຍ ອະນຸພາບ ຕຸນາລົມ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ລາວ), ສະຫາຍ ດິງຕ໊ຽນຢູງ, ກຳມະການກົມການເມືອງ, ເລຂາພັກນະຄອນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນຫຼວງຮ່າໂນ້ຍ ນຳໜ້າຄະນະຜູ້ແທນຂັ້ນສູງນະຄອນ ໄປຢ້ຽມຢາມ ແລະເຮັດວຽກຢູ່ວຽງຈັນ ໃນລະຫວ່າງວັນທີ 3-5 ເມສາ 2022.

ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນ ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນ
ຫວຽດ​ນາມ ມີ​ຄວາມ​ປາດ​ຖ​ະ​ໜາຢາກ​ປະ​ກອບ​ສ່​ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ໂລກ ເພື່ອ​ແນ​ໃສ່​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ ຫວຽດ​ນາມ ມີ​ຄວາມ​ປາດ​ຖ​ະ​ໜາຢາກ​ປະ​ກອບ​ສ່​ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ໂລກ ເພື່ອ​ແນ​ໃສ່​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ
ເລຂາພັກນະຄອນຮ່າໂນ້ຍ ດິງຕ໊ຽນຢູງ ຢ້ຽມຢາມ ແລະເຮັດວຽກຢູ່ລາວ
ການນຳນະຄອນຫຼວງວຽງຈັນ ຕ້ອນຮັບສະຫາຍ ດິງຕ໊ຽນຢູງ ເລຂາພັກນະຄອນຮ່າໂນ້ຍ ແລະຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍຢູ່ສະໜາມບິນ. ພາບ: ຮົ່ງອວຽນ.

ການຢ້ຽມຢາມ ແລະເຮັດວຽກຢູ່ລາວ ຂອງຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນຮ່ວມມື, ການພັດທະນາລະຫວ່າງຫວຽດນາມ ກັບລາວ ເວົ້າລວມ ແລະລະຫວ່າງນະຄອນຫຼວງຮ່າໂນ້ຍ ກັບນະຄອນຫຼວງວຽງຈັນ ເວົ້າສະເພາະ.

ນີ້ແມ່ນການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5-9-1962/ 5-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລະຫວ່າງຫວຽດນາມ ແລະລາວ (18-7-1977/ 18-7-2022), ຫັນເນື້ອໃນຈິດໃຈ, ຄວາມໝາຍ ແລະເປົ້າໝາຍ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022” ປະກົດຜົນເປັນຈິງ.

ໃນຂອບເຂດການຢ້ຽມຢາມ, ຄະນະຜູ້ແທນຂັ້ນສູງນະຄອນ ຈະເຂົ້າຢ້ຽມຂ່ຳນັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່-ປະທານປະເທດແຫ່ງ ສປປ ລາວ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ທ່ານ ດິງຕ໊ຽນຢູງ ເລຂາພັກນະຄອນຮ່າໂນ້ຍ ຈະມີການພົບປະເຈລະຈາກັບທ່ານ ອະນຸພາບ ຕຸນາລົມ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ. ສອງຝ່າຍຈະປຶກສາຫາລື, ກ້າວໄປເຖິງການເຊັນຂໍ້ຕົກລົງຮ່ວມມືລະຫວ່າງວຽງຈັນ ແລະຮ່າໂນ້ຍ ໄລຍະ 2022-2025 ເພື່ອເປັນພື້ນຖານໃຫ້ແກ່ການເຄື່ອນໄຫວຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.