ຫວຽດນາມ ສະໜັບສະໜູນຂໍ້ລິເລີ່ມການເຊື່ອມຕໍ່ປະກັນໄພໃນອາຊຽນ

10:24 | 01/04/2022

ຍສໝ - ກອງປະຊຸມ​ສະ​ພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ (ASCC) ຄັ້ງທີ 27 ດ້ວຍຫົວຂໍ້ “ອາຊຽນກະທໍາ-ພ້ອມກັນແກ້ໄຂ​ບັນ​ດາສິ່ງທ້າທາຍ” ດໍາເນີນໃນ ຕອນເຊົ້າ ວັນທີ 30 ມີນາ ຜ່ານລະບົບທາງໄກ, ດ້ວຍການເຂົ້າຮ່ວມຂອງ ລັດຖະມົນຕີ/ຫົວໜ້າຄະນະຜູ້ແທນບັນດາປະເທດອາຊຽນ ຮັບຜິດຊອບ ປະຊາຄົມວັດທະນະທໍາ-ສັງຄົມ, ເລຂາທິການໃຫຍ່ອາຊຽນ ແລະຄະນະ ເລຂາອາຊຽນ. ນີ້ແມ່ນກອງປະຊຸມທໍາອິດໃນປີຂອງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ.

ການພົບປະແລກປ່ຽນກິລາ ປະກອບສ່ວນເພີ່ມທະວີຄວາມສາມັກຄີ​ອາ​ຊຽນ ກັບ​ກະຊວງການຕ່າງປະເທດອົດສະຕຣາລີ ການພົບປະແລກປ່ຽນກິລາ ປະກອບສ່ວນເພີ່ມທະວີຄວາມສາມັກຄີ​ອາ​ຊຽນ ກັບ​ກະຊວງການຕ່າງປະເທດອົດສະຕຣາລີ
ທ່ານນາງ ປອ ຈ່າມີ: ສະມາຄົມ​ນັກທຸລະກິດ​ຫວຽດນາມ​ຢູ່​ຈີນ​ຈະ​ແບ່ງປັນ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ໂດຍ​ໄວ ທ່ານນາງ ປອ ຈ່າມີ: ສະມາຄົມ​ນັກທຸລະກິດ​ຫວຽດນາມ​ຢູ່​ຈີນ​ຈະ​ແບ່ງປັນ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ໂດຍ​ໄວ

ກ່າວຄໍາເຫັນທີ່ກອງປະຊຸມ, ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ດ່າວງອັກຢຸງ ເຊື່ອໝັ້ນວ່າ ບັນດາຂໍ້ລິ​ເລີ່ມ​ຫວ່າງ​ແລ້ວນີ້ ຂອງອາຊຽນ ໃນການເພີ່ມທະວີບົດບາດຂອງ​ຊາວໜຸ່ມອາຊຽນ ກໍ່ຈະປະກອບສ່ວນສ້າງປະຊາຄົມອາຊຽນ ສະໜິດຕິດພັນ ແລະພັດທະນາ ແບບຍືນຍົງ: “ບັນດາບູລິມະສິດ ແລະຄວາມມານະພະຍາຍາມຂອງປະຊາຄົມ ວັດທະນະທໍາ - ສັງຄົມອາຊຽນ ນັບມື້ນັບສະແດງໃຫ້​ເຫັນບົດບາດຂອງປະຊາຄົມນີ້ໃນການຕິດພັນລະຫວ່າງຄົນກັບຄົນ, ຖືປະຊາຊົນເປັນໃຈກາງຂອງການພັດທະນາແບບຍືນຍົງ ແລະບໍ່ປະໃຫ້ໃຜ ຕົກຢູ່ເບື້ອງຫຼັງ.

ຫວຽດນາມ ສະໜັບສະໜູນຂໍ້ລິເລີ່ມການເຊື່ອມຕໍ່ປະກັນໄພໃນອາຊຽນ
ບັນຍາກາດທີ່ກອງປະຊຸມ. ພາບ: ຢາບໂຕ໊ງ

ເຖິງວ່າປະຈຸບັນ ແຕ່ລະປະເທດອາ​ຊຽນພວມປະເຊີນໜ້າກັບ ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ, ແຕ່ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຈິດໃຈ “ອາຊຽນກະທໍາ-ພ້ອມກັນແກ້ໄຂສິ່ງທ້າທາຍ”, ປະຊາຄົມ ວັດທະນະທໍາ-ສັງຄົມ ຈະບັນລຸຜົນງານຫຼາຍຢ່າງທີ່ໜ້າຮັບຮູ້ໃນປີ​ເປັນປະທານອາຊຽນ 2022 ຂອງ ກໍາປູເຈຍ. ຫວຽດນາມ ໃຫ້ຄໍາໝັ້ນສັນຍາຈະສະໜັບສະໜູນຈົນສຸດຄວາມສາມາດໃຫ້ປີປະທານອາຊຽນ ຂອງກໍາປູເຈຍ”.

ທ່ານ ດ່າວງອັກຢຸງ ກໍ່ແບ່ງປັນບັນດາຄວາມມານະພະຍາຍາມຂອງຫວຽດນາມ ເພື່ອຟື້ນຟູພາຍຫຼັງພະຍາດໂຄວິດ-19, ທ່ານຍັງໃຫ້ຮູ້ວ່າ ດ້ວຍບັນດາ ນະໂຍບາຍເພື່ອຮັບມືກັບໂລກລະບາດ ແລະຄວາມມານະພະຍາຍາມໃນໄລ ຜ່ານມາ, ລັດຖະບານ ​ຫວຽດ​ນາມໄດ້ຊ່ວຍໃຫ້ປະຊາຊົນກັບຄືນ ການດໍາລົງຊີວິດເປັນປົກກະຕິໂດຍໄວ, ສຸມໃສ່ພັດທະນາເສດຖະກິດ, ເປີດການບໍ​ລິ​ການທ່ອງທ່ຽວ ແລະເປີດໂຮງຮຽນຄືນໃໝ່.

ບູນມີ

ເຫດການ
302 Found

Found

The document has moved here.