ຍສໝ - ດ້ວຍຈິດໃຈອາສາສະໝັກ, ເພື່ອປະຕິບັດພັນທະສາກົນອັນມີກຽດສູງສົ່ງ, ໄດ້ຮັບຄວາມຮັກແພງ, ຊ່ວຍເຫຼຶອປົກປ້ອງຂອງປະຊາຊົນລາວບັນດາເຜົ່າ, ຄວາມສາມັກຄີເປັນໜຶ່ງດຽວກັນຕໍ່ສູ້ຂອງ ກຳລັງປະກອບອາວຸດປະຕິວັດລາວ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ເຮັດສຳເລັດພາລະກິດອັນດີເລີດຮ່ວມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອຍາດເອົາໄຊຊະນະທົ່ວປະເທດ ໃນສອງບັ້ນຮົບ ຕ້ານລັດທິລ່າເມືອງຂຶ້ນຝຣັ່ງ ແລະ ການຮຸກຮານຂອງຈັກກະພັດອາເມລິກາ.
ຍສໝ - ວັນທີ 18-19 ຕຸລາ, ສະມາຄົມທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອ ລາວ ແຂວງແທັງຮວ໊າ ໄດ້ສົມທົບກັບມະຫາວິທະຍາໄລຮົ່ງດຶກ, ມະຫາວິທະຍາໄລວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຈັດຕັ້ງງານພົບປະແລກປ່ຽນສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອລາວ (30-10-1949 – 30-10-2019).
ຍສໝ - ການຢ້ຽມຢາມ ອີຢູ ແລະລົງນາມໃນສັນຍາ FPA ຂອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດການປ້ອງກັນຊາດ ກັບອີຢູ.
ຍສໝ - ໃນວັນທີ 6 ຕຸລາ 2019, ຢູ່ນະຄອນເຊີນລາ ສສ ຫວຽດນາມ, ຄະນະຕິດຕໍ່ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວແຂວງເຊີນລາ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວ (30-10-1949 / 30-10-2019).
ຍສໝ - ວັນທີ 20 ເດືອນກັນຍາ, ມາເລເຊຍ ໄດ້ຮຽກຮ້ອງຫັນເປັນປອດທະຫານ ທະເລຕາເວັນອອກ ເມື່ອນາຍົກລັດຖະມົນຕີ ມາເລເຊຍ ທ່ານ ມະຫາທິດ ໂມຮາມາດ ໄດ້ປະກາດໃຊ້ເອກະສານ ກ່ຽວກັບນະໂຍບາຍການຕ່າງປະເທດທຸກດ້ານທຳອິດ ຂອງລັດຖະບານສຳພັນທະພາບ ປາກາຕານ ຮາຣາປານ ຂອງລາວ ແຕ່ເວລາ ໄດ້ກຳອຳນາດ ໃນປີກ່ອນ.
ຍສໝ - ຕອນບ່າຍວັນທີ 16 ກັນຍາ, ກອງບັນຊາການທະຫານແຂວງໄຊຍະບູລີ ແລະກອງບັນຊາການທະຫານແຂວງອຽນບ໋າຍ ສົມທົບກັນຈັດຕັ້ງການພົບປະເຈລະຈາ ເພື່ອຕີລາຄາຜົນການປະຕິບັດກົດລະບຽບສົມທົບກັນໃນປີ 2019 ແລະລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການເຄື່ອນໄຫວໃນປີ 2020.
ຍສໝ - ວັນທີ 14 ເດືອນກັນຍາ, ຄ້າຍທະຫານປ້ອງກັນຊາຍແດນ ດ່ານຊາຍແດນສາກົນ ລາວບ້າວ, ທະຫານປ້ອງກັນຊາຍແດນ ແຂວງ ກວ້າງຈີ້ ສົມທົບກັບຄະນະກຳມະການປົກຄອງຕົວເມືອງນ້ອຍ ລາວບ້າວ, ເມືອງ ເຫື໋ອງຮ໋ວາ (ກວ້າງຈີ້) ໄດ້ ມອບຂອງຂວັນ ແລະ ສິ່ງທີ່ຈຳເປັນໃຫ້ຊີວິດປະຈຳວັນ ໃຫ້ປະຊາຊົນບັນດາບ້ານຂອງລາວ ຢູ່ຝ່າຍນັ້ນຊາຍແດນ.
ຍສໝ- ວັນທີ 16 ກັນຍາ, ທີ່ຮ່າໂນ້ຍ, ຄະນະປະຕິບັດງານຫ້ອງການກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບປະຊາຊົນລາວ ໂດຍ ທ່ານພົນເອກ ໄພວັນ ແມນວິໄລ, ຫົວໜ້າຫ້ອງການ ກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບປະເທດລາວ ເປັນຫົວໜ້ານຳພາຄະນະໄດ້ເຂົ້າຢ້ຽມຄຳນັບ ການນຳຂອງກອງບັນຊາການທະຫານຊາຍແດນ ຫວຽດນາມ, ໂດຍທ່ານ ພົນຈັດຕະວາ ບຸ່ຍ ດຶກ ແຮັ້ງ ຮອງຫົວໜ້າ ກອງບັນຊາການທະຫານຊາຍ ເປັນປະທານການຕ້ອນຮັບ.
ຍສໝ - ຈັດຕັ້ງປະຕິບັດຕາມແຜນການ-ການຮ່ວມມື ປີ 2019 ລະຫວ່າງ ກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ໂດຍຕອບສະ ໜອງ ຕາມການເຊື້ອເຊີນຂອງ ທ່ານພົນຈັດຕະວາ ສີພັນ ພຸດທະວົງ, ຫົວ ໜ້າກົມໃຫຍ່ ເສນາທິການ ທະຫານປະຊາຊົນລາວ, ທ່ານພົນໂທ ຮ່ວາງ ຊົນ ຈ໋ຽນ, ກຳມະການສູນກາງພັກ, ກຳມະການທະຫານສູນກາງ, ກອງບັນຊາການທະຫານຊາຍແດນ ໄດ້ນຳ ພາຄະນະຜູ້ແທນຂັ້ນສູງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຫຼວງວຽງຈັນ, ສປປ ລາວ, ແຕ່ວັນທີ 11 ຫາ 13 ກັນຍາ.
ການມາຢ້ຽມຢາມ ແລະ ເຮັດ ວຽກຢູ່ກອງບັນຊາການທະຫານ ແຂວງຫຼວງນໍ້າທາ ຄັ້ງນີ້ໃນຄັ້ງນີ້ເປັນຂີດໝາຍສຳ ຄັນປະກອບສ່ວນໃນການຮັດ ແໜ້ນສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອ, ຄວາມສາມັກ ຄີແບບພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ທີ່ມີ ມາແຕ່ດົນນານແລ້ວນັ້ນໃຫ້ ເກີດດອກອອກຜົນມີປະສິດທິ ພາບສູງຂຶ້ນເລື້ອຍໆ.
ໂດຍຕັ້ງທັບຢູ່ບໍລິເວນເຂດຫ່າງໄກສອກຫຼີກ, ຂາດເຂີນເງື່ອນໄຂທາງດ້ານວັດຖຸ ແລະ ຈິດໃຈ, ແຕ່ບັນດາທະຫານຊາຍແດນຢູ່ຄ້າຍທະຫານຊາຍແດນໝີ໊ລີ໊, ທະຫານຊາຍແດນແຂວງເງະອານ ຍາມໃດກໍ່ໃກ້ຊິດຕິດແທດກັບບ້ານ, ຮ່ວມເດີນທາງກັບພໍ່ແມ່ປະຊາຊົນ. ບໍ່ພຽງແຕ່ສ້າງວິລະກຳໃນການສູ້ຮົບຕ້ານ ແລະ ສະກັດກັ້ນອາດຊະຍາກໍາຢາເສບຕິດເທົ່ານັ້ນ, ຫາກພວກອ້າຍຍັງໄດ້ຊ່ວຍປະຊາຊົນໃນບ້ານຢູ່ເຂດຊາຍແດນຫວຽດນາມ-ລາວ ສ້າງຊີວິດການເປັນຢູ່ໃໝ່ອີກດ້ວຍ.
ຍສໝ - ຕອນບ່າຍວັນທີ 3 ກັນຍາ, ຢູ່ຮ່າໂນ້ຍ, ນາຍທະຫານຊາວໜຸ່ມກອງທັບປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນລາວ ໄດ້ມີການພົບປະເຈລະຈາ ກ່ຽວກັບການເຄື່ອນໄຫວຂອງສະຫະພັນຊາວໜຸ່ມ ໃນປີ 2019.
ຍສໝ - ໃນວັນທີ 2 ກັນຍາ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດລາວ ທ່ານນາງ ທ່ານນາງ ປານີ ຢາທໍ່ຕູ້ ແລະ ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເຂົ້າມາຢ້ຽມຢາມ ສຳຫຼວດກໍ່ສ້າງອາຄານແຫ່ງຊາດລາວທີ່ນະຄອນຫຼວງວຽງຈັນ ເພື່ອອວຍພອນໃຫ້ພະນັກງານ, ນັກຮົບ ແລະ ກຳມະກອນຂອງກອງພົນທະຫານຮາບທີ 11 ທີ່ ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນຊາດຫວຽດນາມ (2 ກັນຍາ 1945 - ວັນທີ 2 ກັນຍາ 2019).
ຍສໝ - ໃນຕອນເຊົ້າຂອງວັນທີ 30 ສິງຫາ 2019, ທີ່ຮ່າໂນ້ຍ, ທ່ານພັນເອກ ຟ້າມມິງຄອຍ, ປະທານສານທະຫານນະຄອນຫຼວງຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບ ແລະ ແລກປ່ຽນບົດຮຽນວຽກງານກັບຄະນະພະນັກງານສານທະຫານແຫ່ງ ສປປ ລາວ, ນໍາໂດຍທ່ານນາງພັນໂທ ວົງພອນ ສຸວັນນາຈັກ ຫົວໜ້າຄະນະຄຸ້ມຄອງວິຊາສະເພາະ ແລະ ສະຖິຕິ, ຜູ້ພິພາກສາສານທະຫານແຫ່ງ ສປປ ລາວ.
ກອງປະຊຸມພົບປະສອງຝ່າຍລະຫວ່າງສອງກອງທັບ ລາວ ແລະ ກຳປູເຈຍ ກ່ຽວກັບກຳນົດການຖອນກຳລັງທະຫານຂອງຕົນອອກຈາກບໍລິເວນໄຮ່ເຂົ້າຈຸດພິກັດ (E0523410N1579776) ເມືອງມຸນລະປະໂມກ ແຂວງ ຈຳປາສັກ ສປປ ລາວ ຈັດຂຶ້ນວັນທີ 27 ສິງຫາ 2019 ທີ່ດ່ານປະເພນີຫາງດອນຂະເໝົາ ເມືອງໂຂງ ແຂວງ ຈຳປາສັກ ຝ່າຍລາວນຳໂດຍທ່ານ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານ ກອງບັນຊາການທະ ຫານແຂວງຈຳປາສັກ ເປັນຫົວໜ້າຄະນະ ແລະ ຝ່າຍກຳປູເຈຍນຳໂດຍທ່ານ ພົນຕີ ດວງຈັນ ຜູ້ບັນຊາການກອງ ພົນນ້ອຍທີ 9 ກອງທັບລາຊະອານາຈັກກຳປູເຈຍ ເປັນຫົວໜ້າຄະນະ.
ຫວ່າງບໍ່ດົນມານີ້, ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານກອງບັນຊາ ການທະຫານແຂວງຈຳປາສັກ ພ້ອມດ້ວຍຄະນະໄດ້ໄປຢ້ຽມ ຢາມແລກປ່ຽນບົດຮຽນກັບ ກອງບັນຊາການທະຫານແຂວງ ບິງດີງ ສສ ຫວຽດນາມ ໂດຍ ໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກສະຫາຍ ພັນເອກ ຟາມຮີ້ວ ລົກ ຄະນະປະຈຳພັກແຂວງ ຫົວ ໜ້າການທະຫານກອງບັນຊາ ການທະຫານແຂວງບິງດີງ.
ໃນວັນທີ 26 ສິງຫາ 2019, ທີ່ ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຊຶ່ງສິ່ງເສດເຫຼືອດັ່ງກ່າວແມ່ນຜົນສໍາເລັດທີ່ໄດ້ຮັບຈາກການປະຕິບັດງານຮ່ວມຢູ່ພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາ ໃນວຽກງານສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA) ຄັ້ງທີ 05 ປະຈໍາປີ 2018-2019, ຢູ່ ເຂດເມືອງວຽງໄຊ, ແຂວງຫົວພັນ.
ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ໄພອັນຕະລາຍ, ພະນັກງານ, ນັກຮົບທະຫານຊາຍແດນແຂວງຮ່າຕິງ ຍາມໃດກໍ່ລາດຕະເວນລຽບຕາມເສັ້ນຊາຍແດນເພື່ອປົກປັກຮັກສາເສັ້ນຊາຍແດນທາງບົກທີ່ມີຄວາມຍາວ 165 ກິໂລແມັດ, ຫຼັກໝາຍຊາຍແດນ 53 ຫຼັກ, ຫຼັກໝາຍອະທິປະໄຕຜືນແຜ່ນດິນ 8 ຫຼັກ ແລະຄວບຄຸມທຸກໆການຜັນແປສະພາບການກ່ຽວກັບຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ.
ຍສໝ - ໃນຕອນເຊົ້າຂອງວັນທີ 19 ສິງຫາ 2019, ທີ່ກອງ 871, ກົມໃຫຍ່ການເມືອງ, ສານທະຫານສູນກາງ ແຫ່ງ ສສ ຫວຽດນາມ ໄດ້ເປີດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ແຫ່ງ ສປປ ລາວ.
ຍສໝ - ໃນວັນທີ 14 ສິງຫາ 2019, ຢູ່ ນະຄອນຫາຍຟ່ອງ, ກອງບັນຊາການທະຫານເຮືອຫວຽດນາມ ໄດ້ໃຫ້ການຕ້ອນຮັບກົມປ້ອງກັນພາຍໃນກອງທັບລາວ.