ນ້ຳໃຈຢ່າງສະເໝີຕົ້ນສະເໝີປາຍຢູ່ຊາຍແດນ ຫວຽດນາມ - ລາວ

06:30 | 13/09/2019

ໂດຍຕັ້ງທັບຢູ່ບໍລິເວນເຂດຫ່າງໄກສອກຫຼີກ, ຂາດເຂີນເງື່ອນໄຂທາງດ້ານວັດຖຸ ແລະ ຈິດໃຈ, ແຕ່ບັນດາທະຫານຊາຍແດນຢູ່ຄ້າຍທະຫານຊາຍແດນໝີ໊ລີ໊, ທະຫານຊາຍແດນແຂວງເງະອານ ຍາມໃດກໍ່ໃກ້ຊິດຕິດແທດກັບບ້ານ, ຮ່ວມເດີນທາງກັບພໍ່ແມ່ປະຊາຊົນ. ບໍ່ພຽງແຕ່ສ້າງວິລະກຳໃນການສູ້ຮົບຕ້ານ ແລະ ສະກັດກັ້ນອາດຊະຍາກໍາຢາເສບຕິດເທົ່ານັ້ນ, ຫາກພວກອ້າຍຍັງໄດ້ຊ່ວຍປະຊາຊົນໃນບ້ານຢູ່ເຂດຊາຍແດນຫວຽດນາມ-ລາວ ສ້າງຊີວິດການເປັນຢູ່ໃໝ່ອີກດ້ວຍ.

ຫາກໍ່ຜ່ານຄະດີຈັບກັກອາດຊະຍາກໍາຢາເສບຕິດ, ສະຫາຍຮ້ອຍເອກພິເສດ ຫງວຽນຊວັນເຊີນ ຮອງຫົວໜ້າຄ້າຍທະຫານຊາຍແດນໝີ໊ລີ໊ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າຫາກໍ່ສົມທົບກັບທະຫານຊາຍແດນແຂວງເງະອານ ທໍາລາຍລ້າງແກ້ອາດຊະຍາກໍາຢາເສບຕິດທີ່ເປັນອັນຕະລາຍທີ່ສຸດ. ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ພິເສດແມ່ນຕໍ່ອາດຊະຍາກໍາຢາເສບຕິດ, ບັນດາທະຫານຊາຍແດນຍາມໃດກໍ່ພ້ອມແລ້ວທີ່ຈະປະເຊີນໜ້າກັບຄວາມອັນຕະລາຍເພື່ອຮັກສາຄວາມສະຫງົບສຸກໃຫ້ແກ່ພໍ່ແມ່ປະຊາຊົນ.

ນ້ຳໃຈຢ່າງສະເໝີຕົ້ນສະເໝີປາຍຢູ່ຊາຍແດນ ຫວຽດນາມ - ລາວ

ທະຫານຊາຍແດນຄ້າຍທະຫານຊາຍແດນໝີ໊ລີ໊ ຊ່ວຍເຫຼືອປະຊາຊົນສ້າງຄູກັນເຈື່ອນຢູ່ບ້ານຊ່ຽງເຈນ. (ພາບ: qdnd.vn)

ຜ່ານການໂອ້ລົມກັບພວກອ້າຍແລ້ວ, ພວກຂ້າພະເຈົ້າໄດ້ຮູ້ວ່າ, ຄ້າຍທະຫານຊາຍແດນໝີ໊ລີ໊ ມີໜ້າທີ່ຄຸ້ມຄອງເສັ້ນຊາຍແດນມີລວງຍາວ 48,468 ກິໂລແມັດ, ລວມມີີຫຼັກໝາຍຊາຍແດນ 9 ຫຼັກ (ຈາກຫຼັກໝາຍຊາຍແດນທີ 389 ຈົນຮອດ 397). ຕິດກັບແຂວງຫົວພັນ, ປະເທດລາວ. ນີ້ແມ່ນໜຶ່ງໃນບັນດາບໍລິເວນມີເສັ້ນຊາຍແດນຍາວ, ມີທາງນ້ອຍທາງຊອຍຫຼາຍ, ພູມມີປະເທດມີຄວາມສັບສົນທີ່ສຸດຂອງແຂວງເງະອານ.

ສະຫາຍຮ້ອຍເອກພິເສດ ຄາຊວັນຖຸຍ, ຮອງຫົວໜ້າຄ້າຍທະຫານຊາຍແດນໝີ໊ລີ໊ ໃຫ້ຮູ້ວ່າ: “ໃນຊຸມປີມໍ່ໆມານີ້ສະພາບການເຄື່ອນໄຫວຂອງອາດຊະຍາກໍາຢາເສບຕິດມີການຜັນແປທີ່ນັບມື້ນັບສັບສົນ, ມີທິດເຄື່ອນຍ້າຍຈາກພາກເໜືອເຂົ້າພາກກາງ. ອາດຊະຍາກໍາຢາເສບຕິດເຄີຍສວຍໂອກາດນຳໃຊ້ການພົວພັນລະຫວ່າງຊົນເຜົ່າ, ວົງຕະກູນໃນວົງຄະນາຍາດທີ່ດຳລົງຊີວິດຢູ່ເຂດຊາຍແດນເພື່ອຂົນສົ່ງຢາເສບຕິດເຂົ້າ ຫວຽດນາມ ຢ່າງຜິດກົດໝາຍ. ຕິດຕໍ່ກັບບັນດາເປົ້າໝາຍຢູ່ເຂດຊາຍແດນໃນປະເທດເພື່ອສ້າງຊ່ອງທາງຂົນສົ່ງໄປຫາບັນດາບໍລິເວນອື່ນ ເພື່ອຈຳໜ່າຍດ້ວຍຫຼາຍເລລ່ຽມທີ່ມີການປ່ຽນແປງນັບມື້ນັບ​ເລິກ​ແລບ, ສ່ຽງຕາຍ ແລະສຸມໃສ່ຕົ້ນຕໍແມ່ນຢູ່ບໍລິເວນບັນດາຕາແສງເຂດຊາຍແດນ”.

ດ້ວຍຈິດໃຈຕັດສິນໃຈສະກັດກັ້ນອາດຊະຍາກໍາຢາເສບຕິດ, ພວກອ້າຍໄດ້ຈັດຕັ້ງກໍາລັງ, ນໍາໃຊ້ທຸກມາດຕະການ, ວິທີການເຄື່ອນໄຫວ, ເພື່ອຄົ້ນພົບບັນດາກົນອຸບາຍຂອງບັນດາເປົ້າໝາຍຢາເສບຕິດໂດຍໄວ. ພ້ອມທັງສົມທົບກັບບັນດາກໍາລັງໜ່ວຍປະຕິບັດງານເລກ 2 ຂອງທະຫານຊາຍແດນແຂວງ, ຕໍາຫຼວດເມືອງຍູ້ແຮງການເຄື່ອນໄຫວລາດຕະເວນ, ກວດກາຊາຍແດນ, ຈັດຕັ້ງບຸກໂຈມຕີຕ້ານ ແລະສະກັດກັ້ນອາດຊະຍາກໍາ.

ນ້ຳໃຈຢ່າງສະເໝີຕົ້ນສະເໝີປາຍຢູ່ຊາຍແດນ ຫວຽດນາມ - ລາວ

ຄະນະຊາວໜຸ່ມຄ້າຍທະຫານຊາຍແດນໝີ໊ລີ໊ ຕັດຜົມໃຫ້ຊາວບ້ານໂດຍບໍ່ເກັບຄ່າ. (ພາບ: qdnd.vn)

ຊອກຮູ້ ແລະເຂົ້າໃຈຕໍ່ໍກັບຄວາມຫຍຸ້ງຍາກ, ຂາດເຂີນຂອງປະຊາຊົນ, ບັນດາທະຫານຊາຍແດນຢູ່ຄ້າຍທະຫານຊາຍແດນໝີ໊ລີ໊ ໄດ້ໃກ້ຊິດຕິດແທດກັບບ້ານ, ເຂົ້າຮ່ວມການພັດທະນາເສດຖະກິດເພື່ອຊ່ວຍປະຊາຊົນຢ່າງເປັນປະຈໍາ. ພວກຂ້າພະເຈົ້າໄດ້ຮັບຟັງເລື່ອງລາວຂອງບັນດາທະຫານຊາຍແດນໄດ້ຊ່ວຍເຫຼືອນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກແຕ່ຮຽນເກັ່ງ.

ພວກອ້າຍທະຫານຊາຍແດນຍັງແມ່ນບ່ອນອີງຂອງພໍ່ແມ່ປະຊາຊົນໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ. ຢູ່ບ້ານຊັ່ງເຈນ ແລະບ້ານຮວາລີ໊, ເຮືອນຊານຂອງປະຊາຊົນຫຼາຍຫຼັງຖືກເຊາະເຈື່ອນ, ຕ້ອງຍົກຍ້າຍໄປຢ່າງຮີບດ່ວນ. ຄ້າຍທະຫານຊາຍແດນໝີ໊ລີ໊ ໄດ້ຈັດສົ່ງກໍາລັງສົມທົບກັບອໍານາດການປົກຄອງທ້ອງຖິ່ນຊ່ວຍເຫຼືອປະຊາຊົນຍົກຍ້າຍຊັບສິນ, ເຮືອນຊານໄປຢູ່ບ່ອນປອດໄພ, ຈັດສັນບ່ອນຢູ່ບ່ອນກິນຊົ່ວຄາວໃຫ້ປະຊາຊົນ. ກົມກອງກໍ່ໄດ້ຈັດສົ່ງກໍາລັງເວນຍາມຢ່າງເປັນປະຈໍາເພື່ອແກ້ໄຂໄດ້ຢ່າງທັນການເມື່ອມີກໍລະນີຮີບດ່ວນເກີດຂຶ້ນ.

ພິເສດ, ເມື່ອປະຕິບັດຂະບວນການ “ທະຫານຊາຍແດນແຂວງເງະອານ ຮ່ວມແຮງຮ່ວມໃຈສ້າງຊົນນະບົດໃໝ່” ກົມກອງໄດ້ມຸ່ງໄປເຖິງປະຊາຊົນ, ເປັນຕົ້ນແມ່ນຄົນທຸກຍາກ, ຜູ້ມີຄຸນງາມຄວາມດີ, ຊ່ວຍໃຫ້ເຂົາເຈົ້າມີວິທີຫາລ້ຽງຊີບເທື່ອລະກ້າວ, ລົບລ້າງຄວາມອຶດຫິວແບບຍືນຍົງ, ຊ່ວຍຈຸດປະກາຍອະນາຄົດໃຫ້ແກ່ລູກຫຼານ. ໂດຍສະເພາະແມ່ນເພີ່ມທະວີວຽກງານໂຄສະນາຕ້ານ ແລະສະກັດກັ້ນຢາເສບຕິດ, ຍູ້ແຮງການປະຕິບັດເນື້ອໃນແຮກສ່ຽວລະຫວ່າງບັນດາບ້ານຄົນຫວຽດນາມ ແລະລາວ.

ທ່ານພົນໂທ ຫງວຽນຊີດຶກ, ຫົວໜ້າຄ້າຍທະຫານຊາຍແດນໝີ໊ລີ໊, ໃຫ້ຮູ້ວ່າ: “ຕັ້ງທັບຢູ່ບໍລິເວນເຂດຫ່າງໄກສອກຫຼີກ, ເພື່ອປະຕິບັດສໍາເລັດໜ້າທີ່ໄດ້ຮັບມອບໝາຍນັ້ນຕ້ອງໄດ້ເວົ້າເຖິງການສະໜັບສະໜູນ, ອຸປະຖຳຄ້ຳຊູ, ປົກປ້ອງຂອງປະຊາຊົນ. ຍ້ອນເຫດນັ້ນ, ໃນຊຸມປີຜ່ານມາພວກຂ້າພະເຈົ້າຈຶ່ງເອົາໃຈໃສ່ເປັນພິເສດໃນການເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນດ້ວຍຈິດໃຈ ປັນເຂົ້າແບ່ງເສື້ອ, ໃບຕອງດີຕູ້ມຫໍ່ເອົາໃບຕອງຂາດ, “ຈິດໃຈປະຊາຊົນສະຫງົບ, ຊາຍແດນມີຄວາມເຂັ້ມແຂງ”. ເພື່ອຮັບມືກັບກົນອຸບາຍທີ່ສັບສົນຂອງບັນດາເປົ້າໝາຍທັງພາຍໃນ ແລະນອກຊາຍແດນ, ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະເພີ່ມທະວີວຽກງານລາດຕະເວນຊາຍແດນ, ເພື່ອສະກັດກັ້ນບັນດາການເຄື່ອນໄຫວທີ່ລ່ວງລະເມີດກົດໝາຍຢ່າງທັນການ.



(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.