ສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອຂອງທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອລາວ

06:45 | 21/10/2019

ຍສໝ - ວັນທີ 18-19 ຕຸລາ, ສະມາຄົມທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອ ລາວ ແຂວງແທັງຮວ໊າ ໄດ້ສົມທົບກັບມະຫາວິທະຍາໄລຮົ່ງດຶກ, ມະຫາວິທະຍາໄລວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຈັດຕັ້ງງານພົບປະແລກປ່ຽນສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອລາວ (30-10-1949 – 30-10-2019).

ໃນວັນທີ 18-19 ຕຸລາ, ສະມາຄົມທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອ ລາວ ແຂວງແທັງຮວ໊າ ໄດ້ສົມທົບກັບມະຫາວິທະຍາໄລຮົ່ງດຶກ, ມະຫາວິທະຍາໄລວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຈັດຕັ້ງງານພົບປະແລກປ່ຽນສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອລາວ (30-10-1949 – 30-10-2019).

ສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອຂອງທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອລາວ

ບັນດາຜູ້ແທນ ແລະນັກສຶກສາເຂົ້າຮ່ວມງານພົບປະແລກປ່ຽນ. (ພາບ: baothanhhoa.vn)

ທີ່ງານພົບປະແລກປ່ຽນ, ບັນດາພະນັກງານ, ນັກສຶກສາມະຫາວິທະຍາໄລຮົ່ງດຶກ ແລະມະຫາວິທະຍາໄລວັດທະນະທໍາ, ກິລາ ແລະທ່ອງທ່ຽວ ໄດ້ຮັບຟັງຜູ້ຕາງໜ້າສະມາຄົມທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອລາວ ແຂວງແທັງຮວ໊າ ຫວນຄືນມູນເຊື້ອປະຫວັດສາດອັນສະຫງ່າລາສີ. ກ່ອນນີ້ 70 ປີ, ພະນັກງານ, ນັກຮົບທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມຮຸ່ນຕ່າງໆບໍ່ໄດ້ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ພ້ອມແລ້ວທີ່ຈະຄຽງບ່າຄຽງໄຫຼ່ພ້ອມກັບບັນດາກໍາລັງຂອງການປະຕິວັດລາວ ຕີຊະນະສັດຕູຜູ້ຮຸກຮານ, ສ້າງບັນດາວິລະກຳຢ່າງດີເດັ່ນ.

ສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອຂອງທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອລາວ

ລາຍການສະແດງສິລະປະທີ່ງານພົບປະແລກປ່ຽນ. (ພາບ: baothanhhoa.vn)

ດ້ວຍການຊ່ວຍເຫຼືອອັນໃຫຍ່ຫຼວງຂອງທະຫານອາສາສະໝັກຫວຽດນາມ, ການປະຕິວັດລາວ ຈຶ່ງນັບມື້ນັບເຕີບໃຫຍ່ເຂັ້ມແຂງ. ປີ 1975, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ການປະຕິວັດລາວ ຢືນຢູ່ຕໍ່ໜ້າແຮງກົດດັນຈາກບັນດາອິດທິກໍາລັງປໍລະປັກພາຍໃນປະເທດ ແລະສາກົນ. ຕາມຄວາມຮຽກຮ້ອງຂອງປະເທດເພື່ອນມິດລາວ, ປີ 1977, ທະຫານອາສາສະໝັກຫວຽດນາມ ສືບຕໍ່ກັບຄືນໄປປະເທດເພື່ອນມິດລາວ, ຊ່ວຍເຫຼືອລາວ ທັບມ້າງກົນອຸບາຍຂອງສັດຕູ, ປົກປັກຮັກສາໝາກຜົນການປະຕິວັດ. ວັນທີ 31 ທັນວາ 1987, ກໍາລັງທະຫານອາສາສະໝັກຫວຽດນາມ ໄດ້ຖອນກໍາລັງກັບຄືນປະເທດ, ປະຕິບັດສໍາເລັດພາລະກໍາປະຫວັດສາດອັນສະຫງ່າລາສີຊ່ວຍເຫຼືອການປະຕິວັດລາວ.

ເພື່ອເປັນການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງທະຫານອາສາສະໝັກ, ໃນຊຸມປີຜ່ານມາ, ສະມາຄົມທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອລາວແຂວງແທັງຮວ໊າ ໄດ້ມີບັນດາການເຄື່ອນໄຫວແທດຈິງ, ສືບຕໍ່ປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງ 2 ປະເທດ ຫວຽດນາມ - ລາວ, 2 ແຂວງແທັງ ຮວ໊າ - ຫົວພັນ ໃຫ້ນັບມື້ນັບແໜ້ນແຟ້ນ.

(ຄຳຮຸ່ງ)

ເຫດການ