ມາເລເຊຍ ຮຽກຮ້ອງຫັນເປັນປອດທະຫານ ໃນທະເລຕາເວັນອອກ

06:30 | 23/09/2019

ຍສໝ - ວັນທີ 20 ເດືອນກັນຍາ, ມາເລເຊຍ ໄດ້ຮຽກຮ້ອງຫັນເປັນປອດທະຫານ ທະເລຕາເວັນອອກ ເມື່ອນາຍົກລັດຖະມົນຕີ ມາເລເຊຍ ທ່ານ ມະຫາທິດ ໂມຮາມາດ ໄດ້ປະກາດໃຊ້ເອກະສານ ກ່ຽວກັບນະໂຍບາຍການຕ່າງປະເທດທຸກດ້ານທຳອິດ ຂອງລັດຖະບານສຳພັນທະພາບ ປາກາຕານ ຮາຣາປານ ຂອງລາວ ແຕ່ເວລາ ໄດ້ກຳອຳນາດ ໃນປີກ່ອນ.

ເອກະສານມີຄວາມຍາວ 80 ໃບ, ໄດ້ນາຍົກລັດຖະມົນຕີ Mahathir ພັນລະນາຄື ຂອບຂອງການພາທາງ ກ່ຽວກັບນະໂຍບາຍການຕ່າງປະເທດ ຂອງບັນດາປະເທດອາຊຽນ ກ່ຽວກັບທະເລຕາເວັນອອກ ໃຕ້ອຳນາດການປົກຄອງໃໝ່.

ເອກະສານນີ້ໄດ້ບົ່ງບອກ: ໃນການພົວພັນກັບບັນດາປະເທດໃຫຍ່, ມາເລເຊຍ ຈະປະຕິບັດນະໂຍບາຍ ແລະ ວິທີປະສິດເຂົ້າ ບໍ່ຮ່ວມກັນ, ພ້ອມກັນນັ້ນ ໄດ້ເນັນໜັກ, ນາຍົກລັດຖະມົນຕີ Mahathir ໄດ້ສະເໜີ ຫັນເປັນປອດທະຫານ ໃນທະເລຕາເວັນອອກ ແລະ ເຮັດໃຫ້ທະເລເຂດນີ້ກາຍເປັນ ເຂດສັນຕິພາບ,​ ມິດຕະພາບ ແລະ ການຄ້າ.

ມາເລເຊຍ ຮຽກຮ້ອງຫັນເປັນປອດທະຫານ ໃນທະເລຕາເວັນອອກ

າຍົກລັດຖະມົນຕີ ມາເລເຊຍ Mahathir. (ພາບ: Fokus Jabar)

ໃນການກ່າວຄຳປາໄສ ຢູ່ພິທີປະກາດໃຊ້ ນະໂຍບາຍການຕ່າງປະເທດ, ທ່ານ Mahathir ກ່າວວ່າ:​ ການພົວພັນຫຼາຍຝ່າຍ ກຳລັງຖືກປະສົບກັບການຂູ່ເຂັນ ແລະ ບັນດາປະເທດໃຫຍ່ ກຳລັງປະຕິບັດຈຳວາງຄວາມປາຖະໜາຂອງຕົນຕໍ່ປະເທດອື່ນ... ມາເລເຊຍມີຄວາມກັງວົນຢ່າງເລິກເຊິ່ງຕໍ່ການພັດທະນານີ້.

ໃນເອກະສານນີ້, ມາເລເຊຍຍັງຖືວ່າ: ຄວາມນາບຂູ່ປ້ອງກັນຄວາມສະຫງົບ ທີ່ບັນດາຝ່າຍປະກາດອະທິປະໄຕ ຢ່າງທັບຊ້ອນຢູ່ເຂດທະເລຍາດຊີງ ໄດ້ຫຼຸດລົງເປັນຕາກ່າວ ແລະ ໄດ້ບໍລິຫານດ້ວຍວິທີການຕ່າງປະເທດ, ພ້ອມເນັນໜັກວ່າ ມີບາງຈຸດທີ່ອາດຈະເຮັດໃຫ້ເກີດວິກິດການຫລືສົງຄາມຖ້າບໍ່ໄດ້ຮັບການແກ້ໄຂຢ່າງຖືກຕ້ອງ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.