ຮອງເຈົ້າແຂວງໆຫຼວງນໍ້າທາ ຕ້ອນຮັບຄະນະຜູ້ແທນ ກອງບັນຊາການທະຫານແຂວງຟູເຖາະ ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ

07:00 | 13/09/2019

ການມາຢ້ຽມຢາມ ແລະ ເຮັດ ວຽກຢູ່ກອງບັນຊາການທະຫານ ແຂວງຫຼວງນໍ້າທາ ຄັ້ງນີ້ໃນຄັ້ງນີ້ເປັນຂີດໝາຍສຳ ຄັນປະກອບສ່ວນໃນການຮັດ ແໜ້ນສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອ, ຄວາມສາມັກ ຄີແບບພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ທີ່ມີ ມາແຕ່ດົນນານແລ້ວນັ້ນໃຫ້ ເກີດດອກອອກຜົນມີປະສິດທິ ພາບສູງຂຶ້ນເລື້ອຍໆ.

ຮອງເຈົ້າແຂວງໆຫຼວງນໍ້າທາ ຕ້ອນຮັບຄະນະຜູ້ແທນ ກອງບັນຊາການທະຫານແຂວງຟູເຖາະ ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ

ສະຫາຍ ບຸນຍີ ແກ້ວຄຸນເມືອງ ຮອງເລຂາພັກແຂວງ ຮອງເຈົ້າ ແຂວງໆຫຼວງນໍ້າທາ ແລະ ຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພັນເອກ ພິເສດ ດີງ ກວາກຫຸງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຝູເຖາະ ທະຫານເຂດ 2 ກອງ ທັບປະຊາຊົນຫວຽດນາມ. (ພາບ: ໜັງສຶພິມກອງທັບປະຊາຊົນລາວ)

ສະຫາຍ ບຸນຍີ ແກ້ວຄຸນເມືອງ ຮອງເລຂາພັກແຂວງ ຮອງເຈົ້າ ແຂວງໆຫຼວງນໍ້າທາ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພັນເອກ ພິເສດ ດີງ ກວາກຫຸງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຝູເຖາະ ທະຫານເຂດ 2 ກອງ ທັບປະຊາຊົນຫວຽດນາມ ພ້ອມ ດ້ວຍຄະນະ ທ້າຍເດືອນ ສິງຫາ ຜ່ານມາ, ເນື່ອງໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ກອງບັນຊາການທະຫານ ແຂວງຫຼວງນໍ້າທາ. ໃນໂອກາດດັ່ງກ່າວ, ສະຫາຍ ຮອງເຈົ້າແຂວງ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາ ຄາສູງຕໍ່ສະຫາຍ ພັນເອກ ພິເສດ ດີງກວາກຫຸງ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາໃນຄັ້ງນີ້, ເຊິ່ງເປັນຂີດໝາຍສຳ ຄັນປະກອບສ່ວນໃນການຮັດ ແໜ້ນສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອ, ຄວາມສາມັກ ຄີແບບພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ທີ່ມີ ມາແຕ່ດົນນານແລ້ວນັ້ນໃຫ້ ເກີດດອກອອກຜົນມີປະສິດທິ ພາບສູງຂຶ້ນເລື້ອຍໆ.

ໂອກາດນີ້ສະຫາຍ ພັນເອກ ພິເສດ ດີງກວາກຮຸງ ກໍໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນຈາກສະຫາຍ ຮອງເຈົ້າແຂວງ ພ້ອມນີ້ຍັງໄດ້ ແຈ້ງຈຸດປະສົງໃນການມາຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງ ຫຼວງນໍ້າທາໃນຄັ້ງນີ້ໃຫ້ສະຫາຍ ຮອງເຈົ້າແຂວງໄດ້ຮັບຮູ້ອີກ ດ້ວຍ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ກອງບັນຊາການທະຫານເມືອງ ສິງ ໄດ້ຈັດພິທີປິດຊຸດອົບຮົມ ການເມືອງ-ການທະຫານ ໃຫ້ແກ່ ອ້າຍນ້ອງກອງຫຼອນກອງຮ້ອຍ ທີ 9 ກຸ່ມບ້ານຂວາງ, ເມືອງສິງ ແຂວງຫຼວງນໍ້າທາ ພາຍຫຼັງ ອົບຮົມ-ຫັດແອບມາເປັນເວລາ 12 ວັນ, ຜົນການຫັດແອບຮໍ່າຮຽນ ບັນລຸໄດ້ຕາມຄາດໝາຍສະແດງ ອອກ: ພາກການເມືອງສະເລ່ຍ 82%, ພາກສິນລະປະຍຸດ 99%, ຍຸດທະວິທີ 96%, ສະເລ່ຍຜົນໄດ້ຮັບລວມ 93%, ແບ່ງເປັນປະເພດເກັ່ງ 60%, ກາງ 20%. ໂດຍ:

(ແຫຼ່ງ​ຂໍ້​ມູນ​: ສົມສະນຸກ/ກອງທັບປະຊາຊົນລາວ)

ເຫດການ
302 Found

Found

The document has moved here.