ກອງປະຊຸມປຶກສາຫາລື ກ່ຽວກັບວັນຄົບຮອບ 70 ປີ ມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ: ເຕັມໄປດ້ວຍຄວາມໝາຍໜັກແໜ້ນ ແລະ ຄວາມຈິງໃຈ

14:15 | 23/10/2019

ຍສໝ - ດ້ວຍຈິດໃຈອາສາສະໝັກ, ເພື່ອປະຕິບັດພັນທະສາກົນອັນມີກຽດສູງສົ່ງ, ໄດ້ຮັບຄວາມຮັກແພງ, ຊ່ວຍເຫຼຶອປົກປ້ອງຂອງປະຊາຊົນລາວບັນດາເຜົ່າ, ຄວາມສາມັກຄີເປັນໜຶ່ງດຽວກັນຕໍ່ສູ້ຂອງ ກຳລັງປະກອບອາວຸດປະຕິວັດລາວ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ເຮັດສຳເລັດພາລະກິດອັນດີເລີດຮ່ວມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອຍາດເອົາໄຊຊະນະທົ່ວປະເທດ ໃນສອງບັ້ນຮົບ ຕ້ານລັດທິລ່າເມືອງຂຶ້ນຝຣັ່ງ ແລະ ການຮຸກຮານຂອງຈັກກະພັດອາເມລິກາ.

ຕອນເຊົ້າວັນທີ 23 ຕຸລາ, ຢູ່ ຮ່າໂນ້ຍ, ໜັງສືພິມກອງທັບປະຊາຊົນ ສົມທົບກັບ ສະມາຄົມທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ປະຈຳລາວ ໄດ້ຈັດກອງປະຊຸມ ປືກສາຫາລື ດ້ວຍຫົວຂໍ້ “70 ປີ ແຫ່ງຄວາມຮັກ ແລະ ຄວາມສະເໝີຕົ້ນສະເໝີປາຍ”. ເຂົ້າຮ່ວມກອງປະຊຸມປຶກສາຫາລືໃນຄັ້ງນີ້ປະກອບມີ: ທ່ານ ເຈີ່ນ ວັນ ຕຸ໋ຍ, ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ຫົວໜ້າຄະນະປະຕິບັດງານຄະນະຜູ້ແທນສະພາແຫ່ງຊາດ, ຮອງຫົວໜ້າ ຄະນະຈັດຕັ້ງສູນກາງ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ; ທ່ານນາງ ຫງວ໋ຽນ ເຟືອງ ງາ, ປະທານສະຫະພັນ ອົງການມິດຕະພາບຫວຽດນາມ; ທ່ານ ບຸນເຫຼຶອ, ເລຂາທີສອງ ສະຖານທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ; ທ່ານ ຮວິ່ງ ດັກ ເຮືອງ, ອະດີດຫົວໜ້າ ຄະນະຊ່ຽວຊານ ແລະ ກຳ ມະການການເມືອງທະຫານອາສາສະ ໝັກ ຫວຽດນາມປະຈຳ ລາວ ແລະ ບັນດາຜູ້ຕາງໜ້າ ພະແນກໂຄສະນາສູນກາງ; ກະຊວງການຕ່າງປະເທດ; ກົມໃຫຍ່ການເມືອງ; ບັນດາທະຫານເຂດ, ບັນດາເຫຼົ່າທັບຕ່າງໆ, ບັນດານັກຮຽນທະຫານ, ສະຖາບັນການສຶກສາ, ໂຮງຮຽນ; ນາຍພົນທະຫານ, ຜູ້ຊ່ຽວຊານ, ນັກວິທະຍາສາດທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ. ກອງປະຊຸມປືກສາຫາລືຄັ້ງນີ້, ຈັດຕັ້ງຂື້ນເພື່ອລະລຶກເຖິງວັນຄົບຮອບ 70 ປີ ວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວ.

ກອງປະຊຸມປຶກສາຫາລື ກ່ຽວກັບວັນຄົບຮອບ 70 ປີ ມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ: ເຕັມໄປດ້ວຍຄວາມໝາຍໜັກແໜ້ນ ແລະ ຄວາມຈິງໃຈ

ພາບບັນຍາກອງປະຊຸມປຶກສາຫາລື

ພ້ອມກັນນັ້ນ, ກໍ່ປະກອບສ່ວນໂຄສະນາເຜີຍແຜ່ກ່ຽວກັບຂະບວນການ-ການກຳເນີດ, ການກໍ່ສ້າງ, ການຕໍ່ສູ້, ການເຕີບໃຫຍ່, ພ້ອມກັບຄວາມເອກອ້າງທະນົງໃຈ ແລະ ການປະກອບສ່ວນອັນໃຫຍ່ຫຼວງຂອງບັນດານັກອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ ລາວໃນພາລະກິດປະຕິວັດ, ຂອງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ-ລາວ. ຄຽງຄູ່ກັນນັ້ນ, ກອງປະຊຸມປຶກສາຫາລືໃນຄັ້ງນີ້ ກອງປະຊຸມຍັງປະກອບສ່ວນຢັ້ງຢືນຄວາມຈຳເປັນ ແລະ ຂາດບໍ່ໄດ້ຂອງສະຫະພັນທະມິດສູ້ຮົບ ຫວຽດນາມ - ລາວ - ກຳປູເຈຍເວົ້າລວມ, ເວົ້າສະເພາະແມ່ນ ຫວຽດນາມ - ລາວ ເວົ້າສະເພາະ; ພ້ອມດຽວກັນນັ້ນກໍ່ແມ່ນຄວາມຮູ້ສຶກ ແລະ ຄວາມມຸ້ງມາດປາດຖະໜາ ຂອງປະຊາຊົນຂອງສາມປະເທດໃນແຫຼມອິນດູຈີນ.

ຈັດຕັ້ງປະຕິບັດຕາມຄຳສັ່ງສອນຂອງ ປະທານ ໂຮ່ ຈີ ມິນ ທີ່ວ່າ: “ຊ່ວຍໝູ່ ກໍ່ຄືຊ່ວຍຕົນເອງ”, ດ້ວຍຈິດໃຈອາສາສະໝັກ, ປະຕິບັດຕາມພັນທະສາກົນອັນສູງສົ່ງ, ໄດ້ຮັບຄວາມຮັກ-ແພງ, ຊ່ວຍເຫຼຶອປົກປ້ອງຂອງປະຊາຊົນລາວບັນດາເຜົ່າ, ຄວາມສາມັກຄີເປັນໜຶ່ງດຽວກັນຕໍ່ສູ້ຂອງ ກຳລັງປະກອບອາວຸດປະຕິວັດລາວ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ເຮັດສຳເລັດພາລະກິດອັນດີເລີດຮ່ວມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອຍາດເອົາໄຊຊະນະທົ່ວປະເທດ ໃນສອງບັ້ນຮົບ ຕ້ານລັດທິລ່າເມືອງຂຶ້ນຝຣັ່ງ ແລະ ການຮຸກຮານຂອງຈັກກະພັດອາເມລິກາ.

ດ້ວຍການຊ່ວຍເຫຼືອອັນໃຫຍ່ຫຼວງຂອງທະຫານອາສາສະໝັກຫວຽດນາມ, ການປະຕິວັດລາວ ຈຶ່ງນັບມື້ນັບເຕີບໃຫຍ່ເຂັ້ມແຂງ. ປີ 1975, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ການປະຕິວັດລາວ ຢືນຢູ່ຕໍ່ໜ້າແຮງກົດດັນຈາກບັນດາອິດທິກໍາລັງປໍລະປັກພາຍໃນປະເທດ ແລະສາກົນ. ຕາມຄວາມຮຽກຮ້ອງຂອງປະເທດເພື່ອນມິດລາວ, ປີ 1977, ທະຫານອາສາສະໝັກຫວຽດນາມ ສືບຕໍ່ກັບຄືນໄປປະເທດເພື່ອນມິດລາວ, ຊ່ວຍເຫຼືອລາວ ທັບມ້າງກົນອຸບາຍຂອງສັດຕູ, ປົກປັກຮັກສາໝາກຜົນການປະຕິວັດ. ວັນທີ 31 ທັນວາ 1987, ກໍາລັງທະຫານອາສາສະໝັກຫວຽດນາມ ໄດ້ຖອນກໍາລັງກັບຄືນປະເທດ, ປະຕິບັດສໍາເລັດພາລະກໍາປະຫວັດສາດອັນສະຫງ່າລາສີຊ່ວຍເຫຼືອການປະຕິວັດລາວ.

ກອງປະຊຸມປຶກສາຫາລື ກ່ຽວກັບວັນຄົບຮອບ 70 ປີ ມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ: ເຕັມໄປດ້ວຍຄວາມໝາຍໜັກແໜ້ນ ແລະ ຄວາມຈິງໃຈ

ທ່ານພົນຈັດຕະວາ ຟ້າມວັນຮ໋ວນ, ເລຂາຄະນະພັກ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ກ່າວຄໍາເຫັນທີ່ກອງປະຊຸມ.

ພົນຈັດຕະວາ ຮວ່າງ ແອັງ ຕ໋ວນ, ຮອງປະທານຄະນະປະຈຳ ສະມາຄົມ ມູນເຊື້ອສາຍພູຫຼວງ-ເສັ້ນທາງ ໂຮ່ຈີ໋ມິນ-ຫວຽດນາມ ໄດ້ໃຫ້ຮູ້ວ່າ: ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດປະຈຸບັນ, ຮຽກຮ້ອງໃຫ້ປະຊາຊົນຫວຽດ-ລາວ ຕ້ອງໄດ້ເພີ່ມທະວີ ແລະ ພັດທະນາສາຍພົວພັນຂື້ນເປັນບາດກ້າວໃໝ່ ຕາມວິໄສທັດຮອບດ້ານ, ຮັດແໜ້ນ, ມີປະສິດທິຜົນ. ໃນນັ້ນ, ສາຍພົວພັນ-ພັນທະມິດຮ່ວມມືໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ແມ່ນເປັນພາກສ່ວນໜຶ່່ງທີ່ສຳຄັນ. ຕໍ່ໜ້າສະພາບການໂລກ ແລະ ພາກພື້ນ ທີ່ກຳລັງດຳເນີນໄປຢ່າງສັບສົນ, ພາລະກິດປະຕິວັດຂອງປະຊາຊົນ ຫວຽດ-ລາວ ມີຄວາມສະດວກໃໝ່ແຕ່ຍັງບົ່ມຊ້ອນຄວາມສ່ຽງສິ່ງທ້າທາຍ ແລະ ບໍ່ສາມາດຄາດຄະເນໄດ້, ດັ່ງນັ້ນການຍົກສູງ, ເສີມຂະຫຍາຍສາຍພົວພັນພິເສດຂື້ນຕື່ມກ່ວາເກົ່າ ແມ່ນຄວາມຮຽກຮ້ອງຕ້ອງການຂອງພາລະກິດສຳຄັນຮີບດ່ວນພິເສດ ແນໃສ່ປະກອບສ່ວນເຂົ້າໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດຂອງປະຊາຊົນແຕ່ລະປະເທດ ແລະ ຂອງປະຊາຊົນ 3 ປະເທດ.

ຮສຈ.ປອ ດ່າມ ດຶກ ເວື້ອງ, ອາດີດຊ່ຽວຊານຫວຽດນາມ ປະຈຳລາວ, ຫົວໜ້າຄະນະກຳມະການຮ່າງເອກສານກອງປະຊຸມ ແລະ ຄວາມຊົງຈຳສາຍພົວພັນພິເສດຫວຽດນາມ-ລາວ ໄດ້ແບ່ງປັນທີ່ກອງປະຊຸມວ່າ: ຕ້ອງມີການຍົກສູງສາຍພົວພັນພິເສດ ຫວຽດນາມ-ລາວ ຂື້້ນບາດກ້າວໃໝ່ ຜ່ານບັນດາສົນທິສັນຍາ ແລະ ອະນຸສັນຍາ. ວິໄສທັດໃໝ່ໄດ້ຮັບການຍົກສູງຜ່ານບັນດາສົນທິສັນຍາ, ອະນຸສັນຍາ ຕ້ອງໄດ້ອີງໃສ່ຫຼັກາານປົກປັກຮັກສາຄວາມເປັນເອກະລາດຂອງປະຊາຊົນບັນດາເຜົ່າ ແລະ ຮັກສາຄວາມສະຫງົບແຫ່ງຊາດຂອງແຕ່ລະປະເທດ, ໃຫ້ນັ້ນແມ່ນພາລະກິດຂອງປະຊາຊົນແຕ່ລະປະເທດ; ສືບຕໍ່ໃຫ້ຄຳໝັ້ນສັນຍາວ່າຈະເປັນຈິດໜຶ່ງໃຈດຽວອຸ້ມຊູ ແລະ ຊ່ວຍເຫຼືອເຊິ່ງກັນແລະ ກັນຮ່ວມມືຢ່າງແໜ້ນແຟ້ນເພື່ອແນໃສ່ເພີ່ມທະວີຄວາມສາມາດໃນການປ້ອງກັນປະເທດ, ຮັກສາເອກະລາດ, ຄວາມສະຫງົບແຫ່ງຊາດຂອງປະຊາຊົນແຕ່ລະປະເທດ, ຕ້ານກົນອຸບາຍ ແລະ ການມ້າງເພທະລາຍຂອງກຳລັງຮຸກຮານ, ຕໍ່ຕ້ານຂອງຕ່າງປະເທດ ແລະ ກຳລັງສັດຕູ; ຕ້ານ “ຂະບວນການສັນຕິພາບ”.

ທຸກປັນຫາທີ່ກ່ຽວຂ້ອງກັບສາຍພົວພັນລະຫວ່າງສອງປະເທດຈະໄດ້ຮັບການແກ້ໄຂດ້ວຍການເຈລະຈາບົນພື້ນຖານຄວາມເຂົ້າໃຈ ແລະ ນັບຖຶກັນແລະກັນ, ແບບອ້າຍນອ້ງ. ການພັດທະນາຂອງການປະຕິວັດຫວຽດນາມ ແລະ ການປະຕິວັດລາວ ໃນໄລຍະໃໝ່ຈະສືບຕໍ່ສ້າງສັກກະລາດໃໝ່ໃຫ້ແກ່ສາຍພົວພັນພິເສດ ຫວຽດນາມ-ລາວ-ຫວຽດນາມ ຍົກສູງຂື້ນໃໝ່. ກອງປະຊຸມຄັ້ງນີ້ໄດ້ຮັບການປະກອບຄຳຄິດຄຳເຫັນເຖິງ 30 ທ່ານ, ໃນການນຳການປະຕິວັດ, ບັນດານາຍພົນທະຫານ, ນັກຄົ້ນຄວ້າ, ນັກການຕ່າງປະເທດ, ບັນດານັກຮົບເກົ່າ; ພະນັກງານ, ນັກຮຽນ, ນັກສຶກສາ... ຂອງປະເທດລາວ ທີ່ກຳລັງສຶກສາຮ່ຳຮຽນຢູ່ ສສ ຫວຽດນາມ.

ກອງປະຊຸມປຶກສາຫາລື ກ່ຽວກັບວັນຄົບຮອບ 70 ປີ ມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ: ເຕັມໄປດ້ວຍຄວາມໝາຍໜັກແໜ້ນ ແລະ ຄວາມຈິງໃຈ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມປຶກສາຫາລື

ກອງປະຊຸມຄັ້ງນີ້ຍັງຢືນຢັນວ່າ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງທະຫານອາສາສະໝັກ ແລະ ຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ; ພ້ອມກັນນັ້ນກໍ່ເພີ່ມພູນຄູນສ້າງ, ເພີ່ມທະວີ, ພັດທະນາສາຍພົວພັນມິດຕະພາບອັນເກົ່າແກ່, ຄວາມສາມັກຄີພິເສດ, ຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃນສະຫະສະວັດໃໝ່ ເພື່ອອານາຄົດທີ່ສົດໃສຂອງສອງປະເທດ ແລະ ປະຊາຊົນສອງຊາດ.

ກອງປະຊຸມປືກສາຫາລື ແມ່ນກິດຈະກໍາທີ່ແທດຈິງເພື່ອສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມຢູ່ລາວ; ພ້ອມທັງປະກອບສ່ວນຍູ້ແຮງການໂຄສະນາເຜີຍແຜ່ກ່ຽວກັບວິວັດການກໍາເນີດ, ກໍ່ສ້າງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ, ພ້ອມກັບບັນດາວິລະກຳ, ການປະກອບສ່ວນອັນໃຫຍ່ຫຼວງຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມຢູ່ລາວ ຕໍ່ກັບພາລະກິດປະຕິວັດຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ ແລະ ລາວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.