ເປີດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ແຫ່ງ ສປປ ລາວ

07:20 | 21/08/2019

ຍສໝ - ໃນຕອນເຊົ້າຂອງວັນທີ 19 ສິງຫາ 2019, ທີ່ກອງ 871, ກົມໃຫຍ່ການເມືອງ, ສານທະຫານສູນກາງ ແຫ່ງ ສສ ຫວຽດນາມ ໄດ້ເປີດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ແຫ່ງ ສປປ ລາວ.

ເປີດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ແຫ່ງ ສປປ ລາວ

ເປີດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ແຫ່ງ ສປປ ລາວ.(ພາບ:qdnd.vn)

ກ່າວຄໍາເຫັນທີ່ພິທີເປີດຊຸດຝຶກອົບຮົມ, ທ່ານພົນຈັດຕະວາ ເຢືອງວັນຖັງ, ຮອງປະທານສານປະຊາຊົນສູງສຸດ, ປະທານສານທະຫານສູນກາງ ເນັ້ນໜັກວ່າການຮ່ວມມືລະຫວ່າງບັນດາອົງການຕຸລາການໃນກອງທັບຫວຽດນາມ ແລະ ລາວ ໄດ້ມີມູນເຊື້ອເປັນຫຼາຍປີແລ້ວ ແລະບັນລຸໄດ້ໝາກຜົນອັນດີງາມຫຼາຍຢ່າງ; ຊຸດຝຶກອົບຮົມໃນຄັ້ງນີ້ແມ່ນສະແດງໃຫ້ເຫັນການສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມນັ້ນຢ່າງມີປະສິດທິຜົນ; ໃນໄລຍະຝຶກອົບຮົມມາເປັນເວລາ 1 ເດືອນນັ້ນ, ພະນັກງານສານທະຫານແຫ່ງ ສປປ ລາວ ຈະຮັບເອົາຄວາມຮູ້, ບົດຮຽນຕ່າງໆໂດຍມີການຄັດເລືອກ ແລະ ແທດຈິງ, ຮັບໃຊ້ວຽກງານພຶດຕິກຳຕົວຈິງໂດຍກົງ; ໃນວິວັດການແລກປ່ຽນ, ຮໍ່າຮຽນ, ສານທະຫານສູນກາງກໍ່ໄດ້ມີໂອກາດໄດ້ຮັບເອົາບັນດາບົດຮຽນທີ່ດີຂອງສານທະຫານແຫ່ງ ສປປ ລາວ ເພື່ອສາມາດເພີ່ມຕື່ມເຂົ້າທິດສະດີນິຕິກໍາ ແລະປັບປຸງບົດຮຽນໃນການເຄື່ອນໄຫວພຶດຕິກໍາຕົວຈິງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ